ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

WHO ກ່າວວ່າ ມີຄວາມກ້າວໜ້າ ໃນການປາບປາມໄຂ້ຍຸງ ໃນເຂດຊາຍແດນໄທ-ມຽນມາ


ເດັກນ້ອຍຊາວເຜົ່າ Kachin ຄົນນຶ່ງໃນມຽນມາ ທີ່ເປັນໂຣກໄຂ້ຍຸງ ກໍາລັງ ໄດ້ຮັບການປິ່ນປົວທີ່ສຸກສາລາແຫ່ງນຶ່ງໃນມຽນມາ.
ເດັກນ້ອຍຊາວເຜົ່າ Kachin ຄົນນຶ່ງໃນມຽນມາ ທີ່ເປັນໂຣກໄຂ້ຍຸງ ກໍາລັງ ໄດ້ຮັບການປິ່ນປົວທີ່ສຸກສາລາແຫ່ງນຶ່ງໃນມຽນມາ.

ບັນດາ​ເຈົ້າໜ້າ​ທີ່​ສາທາລະນະ​ສຸກ ທີ່​ນໍາ​ໂດຍ​ອົງການ​ອະນາ​ໄມ​ໂລກ ຫລື WHO ກໍາລັງ​ສ້າງ​ຄວາມ​ກ້າວໜ້າ ​​ໃນ​ການຕໍ່ຕ້ານ​ສາຍ​ພັນ​ໄຂ້ຍຸງ ​ຫລື​ໄຂ້​ປ່າ​ມາ​ເລ​ເຣຍ ທີ່​ດື້ຕໍ່ຢາ​ ໃນ​ຂົງ​ເຂດ​ຊາຍ​ແດນ​ຂອງ​ໄທ. Ron Corben ລາຍ​ງານມາຈາກ​ສໍານັກງານ​ຂ່າວ​ວີ​ໂອ​ເອທີ່​ບາງກອກ ວ່າ ບັນດາ​ເຈົ້າໜ້າ​ທີ່​ອົງການ​ອະນາ​ໄມ​​ໂລກ ກ່າ​ວວ່າ ການ​ດໍາ​ເນີນຄວາມ​ພະຍາຍາມ​​ເພື່ອ​ຍັບ​ຍັ້ງ​ການ​ໂຜ່​ໂຕ​ຂຶ້ນມາ​ຂອງສາຍ​ພັນ​ໄຂ້ຍຸງ​ທີ່​ຕ້ານ​ຢາ​​ໃນ​ມຽນມາ​ນັ້ນ​ ຖື​ວ່າ​ສໍາຄັນ​ຕໍ່​ການ​ປ້ອງ​ກັນ ​ບໍ່​ໃຫ້ພະຍາດ​ນີ້ແຜ່​ລາມ​ອອກ​ໄປ​ຍັງ​ເຂດ​ເອ​ເຊຍ​ໃຕ້​. ທອງປານ ມີລາຍ​ລະອຽດ​ມາສະ​ເໜີ​ທ່ານ​.

ອົງການ​ອະນາ​ໄມ​ໂລກ ຫລື WHO ກ່າວ​ວ່າ​ໂຣກ​ໄຂ້ຍຸງ​ເປັນ​ໄພ ຄຸກ​ຄາມ​ປະຊາຊົນ​ຈໍານວນ 2200 ​ລ້ານ​ຄົນ​ໃນ 20 ປະ​ເທດ​ທົ່ວຂົງ​ເຂດ​ເອ​ເຊຍ​ປາຊິ​ຟິກ. ​ໃນ​ປີ 2010 ນັ້ນ ມີ 28 ລ້ານ​ຄົນ​ ທີ່ມີ​ລາຍ​ງານວ່າ​ຕິດ​ເຊື້ອ​ໂຣກນີ້ ​ແລະ 38,000 ຄົນ​ເສຍ​ຊີວິດ ຊຶ່ງ​ຂົງ​ເຂດ​ອື່ນ​ແຫ່ງ​ດຽວ​ທີ່​ມີ ​ຄົນ​ເສຍ​ຊີວິດຍ້ອນໂຣກນີ້​ ​ໃນຈໍານວນ​ຫລາຍກວ່ານັ້ນ ​ແມ່ນ​ໃນ​ເຂດ​ໃຕ້​ທະ​ເລ​ຊາຍ ຊາ​ຮາຣາ ລົງ​ໄປ​ ໃນ​ທະວີບອາ​ຟຣິກາ​.

ຫລາຍ​ກວ່າ 90 ​ເປີ​ເຊັນ​ຂອງ​ການ​ເສຍ​ຊີວິດ​ແມ່ນ​ຢູ່​ໃນ​ອິນ​ເດຍ ມຽນມາ ບັງ​ກລາ​ເທດ ອິນ​ໂດ​ເນ​ເຊຍ ​ແລະ ປາ​ປົວ ນີວກີ​ນີ. ​ເວົ້າ​ໃນ​ລະດັບທົ່ວແລ້ວ ພະຍາດ​ທີ່ຍຸງ​ເປັນ​ຕົວ​ນໍາ​ເຊື້ອ​ນີ້ ​ແມ່ນກະທົບຜູ້​ຄົນ​ປະມານ 260 ລ້ານຄົນ ​ແລະໃນ​ຈໍານວນ​ນັ້ນ ​ມີ​ຜູ້ເສຍຊີວິດໄປ​ປະມານ 650,000 ຄົນ​ທຸກໆ​ປີ.

​ໃນບໍ່​ເທົ່າ​ໃດ​ປີຜ່ານມາ​ນີ້ ບັນດາ​ເຈົ້າໜ້າ​ທີ່​ສາທາລະນະ​ສຸກ ​ໄດ້​ຫັນ​ມາອາ​ໃສ​ການ​ປິ່ນປົວ​ແບບ​ຜະສົມ​ຜະສານ​ກັນ​ ທີ່ໃຊ້ຢາ​ຂົມ​ artemisinin ສໍາ​ຫລັບ​ ​ປິ່ນປົວ​ໄຂ້ຍຸງນັ້ນ ​ເປັນ​ພື້ນຖານ.

ດຣ. Pascal Ringwald ​ເຈົ້າໜ້າ​ທີ່ປະສານ​ງານ​ໜ່ວຍ​ຕ້ານທານ​ແລະ ຄວບ​ຄຸມ​ຢາ​ຂອງ​ອົງການ​ອະນາ​ໄມ​ໂລກ ກ່າວ​ວ່າ ​ໄດ້ມີ​ການ​ສ້າງ​ຄວາມ​ກ້າວໜ້າໃນ​ເລຶ່ອງນີ້ ​ຢູ່​ໃນ​ຂົງ​ເຂດ​ແມ່​ນໍ້າຂອງ ​ໂດຍ​ສະ​ເພາະ​ໃນ​ການ​ປິ່ນ ປົວ​ພວກ​ຄົນ​ເຈັບທີ່​ຕິດ​ເຊື້ອກາ​ຝາກ falciparium ທີ່​ອັນຕະລາຍ​ເຖິງ​ຕາຍ​ນັ້ນ ​ແຕ່ທ່ານກ່າວ​ວ່າ​ ຄວາມ​ກ້າວໜ້າ​ທີ່​ໄດ້​ມານັ້ນ​ແມ່ນຍັງ​ບໍ່​ແຂງ​ແຮງ.

ທ່ານ Ringwaldເວົ້າ​ວ່າ “ນີ້​ຄື​ຂ່າວ​ດີ ຈໍານວນ​ຄົນ​ປ່ວຍ​ ທີ່​ຕິດ​ເຊື້ອກາ​ຝາກ falciparium ໄດ້​ລົດ​ຕໍ່າ ລົງຢ່າງ​ໄວ. ນີ້​ບໍ່​ແມ່ນ​ເປັນຍ້ອນກິດຈະກໍາ ຄວບ​ຄຸມແຕ່​ພຽງ​ຢ່າງ​ດຽວ​ເທົ່າ​ນັ້ນ ​ແຕ່​ຍັງ​ເປັນຍ້ອນ​ວ່າ​ພວກ​ເຮົາ​ມີ​ເຄຶ່ອງ​ໄມ້​ເຄຶ່ອງມື​ດີກ​ວ່າ​ເກົ່ານໍາ. ພວກ​ເຮົາ​ມີວິທີ​ການ​ບໍາບັດ​ຫລາຍ​ຢ່າງປະສົມ​ກັນ ​ແລະ​ປະ​ເທດ​ຕ່າງໆ​ ກໍ​ມີ​ກິດ​ຈະ​ກໍາ​ຄວບ​ຄຸມ​ໄຂ້ຍຸງ​ດີ​ຂື້ນ.”

ອົງການ WHO ​ກ່າວ​ວ່າ ບັນດາ​ເຈົ້າໜ້າ​ທີ່​ສາທາລະນະ​ສຸກ ກໍາລັງ​ເຄຶ່ອນ​ໄຫວ​ໄປ​ສູ່​ຂັ້ນ ທີ່​ຈະສາມາດ​ກໍາຈັດ​ຖອນ​ຮາກໂຣກໄຂ້ຍຸງໄດ້​ຢ່າງ​ສິ້ນ​ເຊີງ​ແລ້ວ ໃນ​ປະ​ເທດ​ພູ​ຖານ ​ເກົາຫລີເໜືອ ​ເນ​ປາລ ​ແລະ ສີ​ລັງກາ​. ຈໍານວນ​ຄົນ​ເສຍ​ຊີວິດ​ຈາກ​ພະຍາດ​ດັ່ງກ່າວ ກໍ​ໄດ້​ລົດ​ຕໍ່າ​ລົງ​ຢ່າງ​ສັງ​ເກດ​ເຫັນ​ໄດ້​ໃນ​ບັງ​ກລາ​ເດ​ສ ​ແລະ​ໄທ ​ແລະ​ໄດ້​ມີຄວາມ​ກ້າວໜ້າ ຢູ່​ໃນ​ອິນ​ເດຍ ອິນ​ໂດ​ເນ​ເຊຍ ມຽນມາ ​ແລະຕີ​ມໍ​ຕາ​ເວັນ​ອອກ ຫລື ຕີ​ມໍ ​ແລ​ສ​ເຕ. ​ແຕ່ວ່າ​ໄພ​ຂົ່ມຂູ່​ອີກ​ປະການ​ນຶ່ງ ກໍ​ກໍາລັງໂຜ່​ໂຕ​ຂຶ້ນມາ ​ພ້ອມ​ກັບ​ກໍລະນີ​ທີ່​ມີ​ຫລາຍ​ຂຶ້ນ​ນັບ​ມື້​ຂອງ​ສາຍ​ພັນ​ໄຂ້ຍຸງ​ທີ່ຕ້ານ​ຢາ ​ໂດຍ​ສະ​ເພາະ​ໃນ​ກໍາປູ​ເຈຍ ໄທ ຫວຽດນາມ ​ແລະ​ມຽນມາ. ທ່ານ Ringwald ກ່າວ​ວ່າ ສິ່ງ​ທ້າ​ທາຍ ກໍ​ຄື​ການ​ຮັກສາ​ຄວາມມຸ້ງ​ໝັ້ນ​ທາງການ​ເມືອງ​ເອົາ​ໄວ້ ​ໃນ​ການ​ປາບ​ປາມ​ໄຂ້ຍຸງ​ນັ້ນ.

ສາຍ​ພັນທີ່ຕ້ານ​ຢາຂອງ​ພະຍາດ​ໄຂ້ຍຸງ​ນັ້ນ ​ໄດ້​ໂຜ່​ໂຕ​ຂຶ້ນ​ມາໃນ​ເຂດຊາຍ​ ແດນ​ຂອງ​ໄທແລະ​ກໍາປູ​ເຈຍ ​ແລະ​ເຂດ​ຊາຍ​ແດນລະຫວ່າງ​ໄທແລະມຽນມາ​. ພວກ​ນັກ​ວິ​ທະ​ຍາ​ສາດ​ຖິ້ມ​ໂທດ​ໃສ່​ການປີ່​ນປົວ​ດ້ວຍພວກ​ຢາ​ທີ່​ໃຊ້ເທື່ອ​ດຽວ ​ແລະ​ການ​ຂາຍ​ຢາ​ປອມ​ສໍາ​ລັບປາບ​ເຊື້ອ​ໄຂ້ຍຸງ​ທີ່​ຕ້ານຢານັ້ນ. ອົງການ​ WHO ​ກ່າວ​ວ່າ ເວລາ​ນີ້​ກໍາປູ​ເຈຍ​ກໍາລັງ​ທໍາ​ຄວາມ​ພະຍາຍາມ​ເພື່ອ​ກວດ​ລ້າງ​ການ​ຂາຍ​ຢາ​ປອມ​ນັ້ນ​ຢູ່.

WHO ​ກ່າວ​ອີກວ່າ ​ຄວາມ​ເປັນ​ຫ່ວງ​ສໍາຄັນ​ແມ່ນ​ຢູ່​ໃນ​ເຂດ​ປະ​ເທດ​ມຽນມາ ບ່ອນ​ທີ່​ປະຊາຊົນ​ຈໍານວນ 40 ລ້ານ​ຄົນ ຫລື 69 ​ເປີ​ເຊັນ ຂອງ​ຈໍານວນ​ປະຊາກອນ​ທັງ​ໝົດ ອາ​ໃສ​ຢູ່​ໃນ​ເຂດ​ທີ່​ມີ​ເຊື້ອ​ໄຂ້​ຍັງ​ແຜ່​ລະບາດນັ້ນ. ​ໃນ​ປີ 2010 ມຽນມາ​ໄດ້​ລາຍ​ງານຢ່າງ​ເປັນ​ທາງ​ການວ່າ ​ມີ​ຜູ້​ຕິດ​ເຊື້ອ​ໄຂ້​ຍຸງ 650,000 ຄົນ ​ແລະ 788 ຄົນ​ເສຍ​ຊີວິດ ​ເຖິງ​ແມ່ນ​ການໃຊ້ຢາ​ແບບ​ປະ ສົມ​ກັນ ມີ​ຜົນ​ໃນ​ຫລາຍ​ກວ່າ 95 ​ເປີ​ເຊັນ​ຂອງ​ຜູ້​ຕິດ​ເຊື້ອ​ທັງ​ໝົດ​ໃນ​ປະ​ເທດ​ກໍ​ຕາມ.

ຂະນະ​ນີ້​ ອົງກາ​ນອະນາ​ໄມ​ໂລກ​ກໍາລັງ​ສິ້ງ​ຊອມ​ເບິ່ງ​ຢ່າງໃກ້​ຊິດ ​ຮ່ອງຮອຍ​ໃດ​ໆ​ຂອງສາຍ​ພັນ​ໄຂ້ຍຸງ​ທີ່ຕ້ານ​ຢາ​ ກໍາລັງ​ລະບາດ​ເຂົ້າ​ໄປ​ໃນ​ເຂດ​ເອ​ເຊຍ​ໃຕ້ ​ແລະ​ ທ່ານ Ringwald ກ່າວ​ວ່າ ​ເປົ້າ​ໝາຍ​ກໍ​ແມ່ນ ຄວບ​ຄຸມ​ສາຍ​ພັນ​ທີ່​ຕ້ານ​ຢາ​ເຫລົ່າ​ນັ້ນ ​ໄວ້​ໃນ​ຂົງ​ເຂດ​ທີ່​ມີ​ຢູ່​ດຽວ​ນີ້ ​ແລະ​ບໍ່​ໃຫ້​ແຜ່​ລາມ​ໄປ​ແຫ່ງ​ອື່ນ.

ທ່ານ Ringwald ກ່າວ​ອີກວ່າ ສ່ວນອາ​ຟຣິກາ​ນັ້ນ ກໍ​ຍັງ​ຈໍາ​ເປັນ​ທີ່​ຈະຕ້ອງ ​ເອົາ​ມາ​ດ​ຕາ​ການ​ຄວບ​ຄຸມພະ​ຍາດ​ໄຂ້ຍຸງ​ຂອງ​ຕົນ ​ໃຫ້​ແຂງ​ແຮງຕື່ມ​ຂຶ້ນ​ອີກ ​ເພື່ອ​ປ້ອງ​ກັນການ​ໂຜ່​ໂຕ​ຂຶ້ນມາ​ຂອງ​ສາຍ​ພັນ​ຊະນິດ​ດຽວ​ກັບ​ທີ່​ພົບ​ເຫັນ ຢູ່​ໃນຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ໃນ​ຂະນະ​ນີ້.

ເບິ່ງວີດີໂອລາຍງານກ່ຽວກັບຊາວອົບພະຍົບກາຈິ່ນ:

XS
SM
MD
LG