ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອາຊ່ຽນ ຮຽກຮ້ອງໃຫ້ ຍົກເລີກ ການລົງໂທດ ຕໍ່ມຽນມາ


ສ່ວນນຶ່ງຂອງລັດຖະມົນຕີການຕ່າງປະເທດອາຊ່ຽນ ທີ່ເຂົ້າຮ່ວມປະຊຸມ ຢູ່ນະຄອນຫຼວງພະນົມເປັນ (3 ເມສາ 2012)
ສ່ວນນຶ່ງຂອງລັດຖະມົນຕີການຕ່າງປະເທດອາຊ່ຽນ ທີ່ເຂົ້າຮ່ວມປະຊຸມ ຢູ່ນະຄອນຫຼວງພະນົມເປັນ (3 ເມສາ 2012)

ບັນດາຜູ້​ນໍາຂອງ​ເອ​ເຊຍ​ຕາ​ເ​ວັນ​ອອກສຽງໃຕ້ ພາກັນຮຽກຮ້ອງ​ໃຫ້ຍົກ ເລີກການ​ລົງ​
ໂທດ​ທາງ​ດ້ານເສດຖະກິດຕໍ່ມຽນມາໂດຍໄວ​ຫຼັງຈາກໄດ້​ມີ ການ​ເລືອກ​ຕັ້ງພິ​ເສດ​ຄັ້ງ
ປະຫວັດສາດທີ່​ຂະ​ບວນການ​ນິຍົມ​ປະຊາທິປະ ​ໄຕ​ຂອງ​ທ່ານ​ນາງອອງຊານ ຊູ​ຈີ ​
ໄດ້ຮັບໄຊຊະນະ​ຢ່າງ​ຖ້ວມ​ລົ້ນ.

ລັດຖະມົນຕີ​ຕ່າງປະ​ເທດອິນ​ໂດ​ເນ​ເຊ​ຍ ທ່ານ Marty Natlegawa ​ ຊຶ່ງ​ປີ​ກາຍ​ນີ້​
ທ່ານ​ໄດ້​ເປັນປະທານວຽນ​ຂອງ​ສະ​ມາ​ຄົມ​ບັນດາປະ​ເທດ​ໃນ ​ເຂດເອ​ເຊຍຕາ​ເວັນ​ອອກ
ສຽງ​ໃຕ້ ​ໄດ້​ອອກ​ຖະ​ແຫລ​ງການຮຽກຮ້ອງ​ໃນ​ວັນ​ອັງ​ຄານມື້ນີ້ ທີ່​ກອງ​ປະ​ຊຸມສຸດ​ຍອດ
ASEAN ຢູ່ກຸງ​ພະນົມ​ເ​ປັນ.

ລັດຖະມົນຕີການ​ຕ່າງປະ​ເທດ Hor Namhong ​ແຫ່ງ​ກໍາປູ​ເຈຍ ປະ​ທານວຽນ ASEAN
ຄົນ​ປະ​ຈຸ​ບັນ ຍັງ​ໄດ້​ຊັກ​ຊວນ​ໃຫ້ປະຊາ​ຄົມນາໆ​ຊາດ​ຈົ່ງ​ພາກັນພິຈາຣະນາຍົກ​ເລີກ​ການ​
ລົງ​ໂທດ ຫລັງຈາກ​ການ​ເລືອກ​ຕັ້ງຄັ້ງພິ​ເສດ​ທີ່​ມຽນມາ ຊຶ່ງພັກ​ສັນນິບາດ​ແຫ່ງ​ຊາດ​ເພື່ອ​
ປະຊາທິປະ​ໄຕ ​ໄດ້​ຊະນະຢ່າ​ງໜ້ອຍ 40 ບ່ອນ​ນັ່ງ​ຂອງ​ຈຳນວນ​ 45 ບ່ອນ​ນັ່ງທີ່​ໄດ້ມີ
ແຂ່ງຂັນ​ເລືອກ​ຕັ້ງນັ້ນ. ຜູ້​ນໍາ​ກຸ່ມຄືທ່ານ​ນາງອອງຊານ ຊູ​ຈີ ຊຶ່ງ​ເປັນ​ນັກ​ໂທດ​ການ​ເມືອງ
ມາ​ເປັນ​ເວລາ​ດົນນານ ຊຶ່ງ​ຈະ​ໄດ້​ເຂົ້າ​ໄປ​ນັ່ງໃນສະພາແຫ່ງ​ຊາດ​ເປັນ​ເທື່ອ​ທໍາ​ອິດນັ້ນກ່າວ
ໃນ​ວັນ​ຈັນວານ​ນີ້ວ່າ ທ່ານ​ນາງ​ຫວັງ​ວ່າ​ຜົນ​ຂອງການ​ເລືອກ​ຕັ້ງ ຈະ​ເປັນ​ຂີດ​ໝາຍຂອງ
ການ​ເລີ້ມ​ຕົ້ນສັກກະ​ລາດ​ໃໝ່​ສຳ​ຫຼັບ​ມຽນມາ.

XS
SM
MD
LG