ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກຕົ້ມຕຸ໋ນທາງ​ອິນ​ເຕີ​ແນັດ 600 ຄົນ ຖືກຈັບກຸມ ແລະຖືກເນລະເທດ


ພວກທີ່ຕ້ອງສົງໃສວ່າ​ເປັນ​ພວກຕົ້ມຕຸ໋ນທາງ​ອິນ​ເຕີ​ແນັດ
ປະມານ 600 ຄົນ ຖືກຈັບກຸມໃນການກວາດລ້າງກຸ່ມ
ຫລອກຕົ້ມທາງອິນເທີເນັດເອເຊຽທີ່ໃຫຍ່ກຸ່ມນຶ່ງ ກໍາລັງ
ຖືກ​ສົ່ງກັບຄືນສູ່ບ້ານເກີດເມືອງນອນ.

ພວກເຈົ້າໜ້າທີ່ຈາກຫລາຍປະເທດທີ່ປະກອບສ່ວນໃນການ
ບຸກຄົ້ນກ່າວວ່າ ການ​ເນລະ​ເທດ​ພວກ​ກ່ຽວໄດ້ເລີ່ມຂຶ້ນເມື່ອ ວັນເສົາວານນີ້.

ຕໍາຫລວດໃຕ້ຫວັນປະກາດການຈັບກຸມເມື່ອວັນສຸກຜ່ານມາ ໂດຍກ່າວວ່າ ພວກຕ້ອງສົງໃສ ແມ່ນໄດ້ຖືກຈັບໃນໃຕ້ຫວັນ ພ້ອມທັງຢູ່ໃນກໍາປູເຈຍ ຈີນແຜ່ນດິນໃຫຍ່ ອິນໂດເນເຊຍ ມາເລເຊຍ ແລະໄທ.

ຕໍາຫລວດກ່າວວ່າ ພວກຕ້ອງສົງໃສປະມານ 400 ຄົນ ເປັນຊາວໃຕ້ຫວັນ ກັບອີກ 180 ຄົນມາຈີນແຜ່ນດິນໃຫຍ່.

ພວກເຈົ້າໜ້າທີ່ກ່າວວ່າ ພວກຕ້ອງສົງໃສດັ່ງກ່າວຈະໃຊ້ການບໍລິການໂທລະສັບທາງອິນເທີ ເນັທ ເພື່ອໂທຫາພວກເຄາະຮ້າຍ ແລະຫລອກໃຫ້ພວກເຂົາເຈົ້າສົ່ງ​ເງິນເຂົ້າບັນຊີໃນອິນເທີ ເນັທ​ໃຫ້​ພວກ​ຕົນ. ຕົວຢ່າງ ພວກເຄາະຮ້າຍ ບາງຄົນຖືກບອກວ່າ ເຂົາເຈົ້າຕິດໜີ້ຄ່າປັບໃໝ​ໃນການຝ່າຝືນກົດຈະລາ ຈອນແລະຕ້ອງໄດ້ຊໍາລະດ່ວນ ດັ່ງນີ້ເປັນຕົ້ນ.

ເວລານີ້ຍັງບໍ່ແຈ້ງຂາວເທື່ອວ່າ ພວກຕ້ອງສົງໃສເຫລົ່ານີ້ຈະຖືກດໍາເນີນຄະດີ ຢູ່ບ່ອນໃດ ແຕ່ ກໍາປູເຈຍໄດ້ກ່າວວ່າ ຕົນຈະຈັດ​ສົ່ງພວກທີ່ຖືກຈັບກຸມນັ້ນ ກັບຄືນສູ່ປະເທດເດີມຂອງພວກ ເຂົາເຈົ້າ.

ທ່ານ Wang Cho-chiun ຫົວໜ້າ​ກົມຕໍາຫລວດຂອງໃຕ້ຫວັນກ່າວວ່າ ກົມຕໍາຫລວດ ຂອງທ່ານ ແລະກະຊວງຄວາມປອດໄພຂອງ​ສາທາລະນະ​ຊົນຂອງຈີນແຜ່ນດິນໃຫຍ່ ໄດ້ ປະສານງານກັນກ່ຽວກັບການສືບສວນສອບສວນ ​ແລະ​ການຈັບກຸມ​ພວກ​ຕ້ອງ​ສົງ​ໃສນັ້ນ.

XS
SM
MD
LG