ທີ່ປະເທດໄທ ຄົນຂາຍອາຫານເວົ້າວ່າ ສະພາບເງິນເຟີ້
ເຮັດໃຫ້ລາວໄດ້ກຳໄລໜ້ອຍລົງໃນແຕ່ລະມື້.
ຜູ້ຊາຍຄົນນີ້ເວົ້າວ່າ ລາວໄດ້ຂຶ້ນລາຄາເຝີ 16 ເຊັນຫຼື 5
ບາດຍ້ອນລາຄາເຊື້ອໄຟ ນໍ້າມັນເຮັດກິນ ຊີ້ນໄກ່ ແລະ
ຊີ້ນໝູແພງຂຶ້ນ.
ພໍ່ຄ້າຂາຍກ້ວຍຈືນຄົນນີ້ເວົ້າວ່າ ລາວໄດ້ຫຼຸດຈຳນວນກ້ວຍ
ທີ່ລາວຂາຍນັ້ນລົງ 32 ເຊັນຈາກ 20 ປ່ຽງ ລົງມາເຫຼືອຢູ່
15 ປ່ຽງ.
ທ່ານ Frederico Gil Sanders ນັກເສດຖະສາດຂອງ
ທະນາຄານໂລກປະຈຳປະເທດໄທກ່າວວ່າ.
“ສິ່ງທີ່ພວກເຮົາເຫັນກໍຄືຍ້ອນເສດຖະກິດໄດ້ດຳເນີນ
ໄປດ້ວຍດີ ຜູ້ຄົນຈຶ່ງຮູ້ສຶກວ່າເຂົາເຈົ້າຄວນຈະສາມາດ
ໃຫ້ພວກຜູ້ຊື້ເປັນຜູ້ຊ່ອຍຈ່າຍບາງສ່ວນຂອງລາຄາ
ທີ່ແພງຂຶ້ນແຕ່ເຮົາຈະບໍ່ສາມາດໃຫ້ພວກເຂົາເຈົ້າຊ່ອຍຈ່າຍໄດ້ທັງໝົດ100%”
ການເກັບກ່ຽວທີ່ບໍ່ດີ ຄວາມເຄັ່ງຕຶງທາງດ້ານການເມືອງແລະຄວາມຕ້ອງການ ທີ່ມີເພີ່ມຂຶ້ນ ໄດ້ສ້າງຄວາມເສຍຫາຍໃຫ້ແກ່ງົບປະມານຂອງຫຼາຍໆຄອບຄົວ ແລະເງິນຂອງພວກເຂົາເຈົ້າ ສາມາດຊື້ສິ່ງຂອງຕ່າງໆໄດ້ໜ້ອຍລົງ.
ຂະນະທີ່ລາຄານໍ້າມັນແພງຂຶ້ນ ໃນໄລຍະສອງສາມເດືອນຜ່ານມານີ້ ຍ້ອນຄວາມເຄັ່ງຕຶງຢູ່ໃນພາກຕາເວັນອອກກາງ ລັດຖະບານໄທໄດ້ຄວບຄຸມລາຄານໍ້າມັນກາຊວນ ຊຶ່ງເປັນເຊື້ອໄຟທີ່ພວກຂັບລົດບັນທຸກໃຊ້ໃນການຂົນສົ່ງສິນຄ້າຈາກຈັງຫວັດຕ່າງໆ ເຂົ້າໄປຍັງຫົວເມືອງ ບໍ່ໃຫ້ກາຍ 96 ເຊັນຕໍ່ 1 ລິດ. ອິນໂດເນເຊຍກໍໄດ້ຕັດສິນໃຈເລື່ອນເວລາໃນການຕັດການໃຫ້ເງິນເກື້ອກູນໃນ ດ້ານເຊື້ອໄຟ ແລະທີ່ຟີລິບປິນ ລັດຖະບານໄດ້ອະນຸມັດເງິນອຸດໜຸນໃນມູນຄ່າ 11 ລ້ານ 5 ແສນໂດລາ ແກ່ພວກຄົນຂັບລົດເມຂອງລັດຖະບານ.
ທີ່ຮົງກົງ ຫົວເມືອງທີ່ນຳເຂົ້າສະບຽງອາຫານເກືອບທັງໝົດນັ້ນ ອັດຕາເງິນເຟີ້ ໄດ້ຖີບໂຕຂຶ້ນສູ່ລະດັບສູງສຸດໃນຮອບ 2 ປີເຄິ່ງເມື່ອເດືອນກຸມພາຜ່ານມາ. ການຂາດແຄນແລະຄວາມຕ້ອງການທີ່ມີເພີ່ມຂຶ້ນຢູ່ຈີນແຜ່ນດິນໃຫຍ່ ຊຶ່ງເປັນແຫຼ່ງທີ່ມາຂອງອາຫານສ່ວນໃຫຍ່ໃນຮົງກົງນັ້ນ ໄດ້ແຜ່ລາມມາເຖິງທີ່ນີ້. ໃນປັດຈຸບັນ ໝາກເຂືອໜ່ວຍນຶ່ງສາມາດມີລາຄາສູງກວ່າ 1 ໂດລາຢູ່ທີ່ຕະຫຼາດຊູເປີ້ມາກເກັດ.
ລັດຖະບານໃຫ້ຄຳໝັ້ນສັນຍາວ່າ ຈະໃຊ້ການໄດ້ປຽບໃນດ້ານງົບປະມານຂອງ ຕົນໃນປີນີ້ເພື່ອຊ່ອຍປະຊາຊົນໂດຍໄດ້ສະເໜີໃຫ້ເງິນອຸດໜຸນໃນການຈ່າຍຄ່າ ໄຟຟ້າ ເພີ່ມການຈ່າຍເງິນສົງເຄາະແລະໃຫ້ເງິນສົດຈຳນວນ 770 ໂດລາແກ່ປະຊາຊົນທຸກໆຄົນ.
ນາງ Connie Bolland ແມ່ນຫົວໜ້ານັກເສດຖະສາດຂອງອົງການຄົ້ນຄວ້າວິເຄາະເສດຖະກິດໃນຮົງກົງກ່າວວ່າ ນາງຄິດວ່າການໃຫ້ເງິນອຸດໜຸນທີ່ວ່ານີ້ໄດ້ ຊ່ອຍບັນເທົາໃນຮູບໃດຮູບນຶ່ງຕໍ່ພວກທຸກຍາກແລະພວກຄົນຊັ້ນກາງທີ່ມີລາຍໄດ້ຕໍ່າ ແຕ່ນາງຄິດວ່າ ເງິນຈຳນວນດັ່ງກ່າວນີ້ອາດຈະໜ້ອຍເກີນໄປ ພໍທີ່ຈະພາໃຫ້ເກີດຄວາມແຕກຕ່າງໄດ້.
ແຕ່ພວກນັກວິເຄາະເສດຖະກິດເວົ້າວ່າ ຂະນະທີ່ການຄວບຄຸມລາຄາສິນຄ້າແລະການໃຫ້ເງິນອຸດໜຸນຊ່ອຍບາງຄົນມັນບໍ່ແມ່ນທາງອອກແບບຍືນຍົງຍ້ອນ ມັນອາດເຮັດໃຫ້ລັດຖະບານຕ້ອງໄດ້ໃຊ້ຈ່າຍເງິນເປັນຈຳນວນຫຼວງຫຼາຍໃນໄລ ຍະຍາວ ເຮັດໃຫ້ການຂາດດຸນງົບປະມານຮ້າຍແຮງຂຶ້ນ. ທ່ານ Sanders ເວົ້າວ່າ ການໃຫ້ເງິນອຸດໜຸນຄວນມີເປົ້າໝາຍແນໃສ່ເພື່ອໃຫ້ຜົນປະໂຫຍດແກ່ ທຸກໆຄົນ.
ທ່ານ Sanders ກ່າວວ່າ "ຖ້າຫາກການໃຫ້ເງິນອຸດໜຸນເຫຼົ່ານີ້ມີເປົ້າໝາຍແນໃສ່ແຕ່ພວກທີ່ມີລາຍໄດ້ຕໍ່າທີ່ສຸດ ມັນຈະໃຫ້ຜົນປະໂຫຍດຫຼາຍກວ່າ ໃນການໃຫ້ເງິນອຸດໜຸນໂດຍທົ່ວໄປຊຶ່ງໂດຍພື້ນຖານແລ້ວແມ່ນທຸກໆຄົນໄດ້ຮັບນັ້ນ.”
ພວກເຈົ້າໜ້າທີ່ໃນຈີນ ເກົາຫຼີໃຕ້ ອິນເດຍ ໄທ ແລະອິນໂດເນເຊຍຍັງໄດ້ພາກັນຂຶ້ນອັດຕາດອກເບ້ຍໃນໄລຍະສອງເດືອນຜ່ານມານີ້ ເພື່ອຫຼຸດປະລິມານເງິນໝູນວຽນໃນລະບົບການເງິນໃຫ້ໜ້ອຍລົງ ຊຶ່ງເປັນອີກວິທີທາງນຶ່ງໃນການຄວບຄຸມ ເງິນເຟີ້. ພວກເຈົ້າໜ້າທີ່ກ່າວວ່າ ອັດຕາດອກເບ້ຍຍັງຈະສູງຂຶ້ນຕື່ມ ຕາບໃດທີ່ສິນຄ້າຍັງສືບຕໍ່ແພງມີລາຄາຂຶ້ນ.
ຕົ້ນທຶນສິນເຊື່ອທີ່ແພງຂຶ້ນອາດຈະເພີ່ມຄວາມເຈັບປວດໃຫ້ແກ່ທຸລະກິດຂະນະທີ່ພວກເຂົາເຈົ້າຕ້ອງໄດ້ຈ່າຍເງິນຫຼາຍຂຶ້ນ ໃນການກູ້ຢືມຂອງພວກເຂົາເຈົ້າ. ນອກນັ້ນພວກນັກວິເຄາະບາງຄົນຍັງມີຄວາມວິຕົກກັງວົນຢ້ານວ່າມັນຈະເຮັດການເຕີບໃຫຍ່ຂະຫຍາຍໂຕຂອງເສດຖະກິດຢຸດເຊົາ ຊຶ່ງຈະພາໃຫ້ເກີດການຫວ່າງງານເພີ່ມຂຶ້ນນັ້ນ.
ທີ່ຮົງກົງ ເຈົ້າໜ້າທີ່ບໍ່ມີທາງເລືອກຫຼາຍປານໃດໃນການທີ່ຈະແກ້ໄຂບັນຫາເງິນເຟີ້. ນາງ Bolland ເວົ້າວ່າ ອັດຕາແລກປ່ຽນທີ່ຕາຍໂຕກັບເງິນໂດລາ ເຮັດໃຫ້ຊັບສິນຢູ່ໃນຮົງກົງ ມີລາຄາຖືກກວ່າ ສຳລັບຜູ້ຊື້ຈາກຈີນແຜ່ນດິນໃຫຍ່ທີ່ມີເງິນຢວນມີຄ່າສູງຂຶ້ນ ແລະນັ້ນໄດ້ຜັກດັນໃຫ້ຕະຫຼາດຮຸ້ນແລະຊັບສິນມີລາຄາສູງຂຶ້ນ. ຢູ່ໃນບາງຂົງເຂດຂອງຕະຫຼາດຊັບສິນນັ້ນລາຄາໄດ້ສູງຂຶ້ນລື່ນລາຄາ ທີ່ສູງສຸດຍອດໃນປີ 1997 ອີກ.
ນາງ Bolland ເວົ້າວ່າ "ແນ່ນອນຈາກຄວາມສາມາດໃນການທີ່ຈະປ່ຽນແປງເປັນເງິນສົດໄດ້ໃນລະບົບຢູ່ຈີນແຜ່ນດິນໃຫຍ່ ເຖິງແມ່ນເຂົາເຈົ້າພະຍາຍາມທີ່ຈະ ຄວບຄຸມສິນເຊື່ອແລະການກູ້ຢືມຈາກທະນາຄານໃຫ້ເຄັ່ງຄັດຂຶ້ນແລະທັງໝົດ ນັ້ນ ກໍຍັງມີເງິນສົດເປັນຈຳນວນຫຼວງຫຼາຍສາມາດເລັດລອດຕົກໄປເຖິງຮົງກົງໄດ້."
ໃນຂະນະທີ່ເກືອບທຸກໆປະເທດໃນເອເຊຍພວມດີ້ນຮົນຊອກຫາຊ່ອງທາງ ຄວບຄຸມລາຄາສິນຄ້າທີ່ພວມແພງຂຶ້ນຢູ່ນັ້ນ ທ່ານ Sanders ຈາກທະນາ ຄານໂລກເວົ້າວ່າ ເງິນເຟີ້ໄດ້ຂັບດັນໃຫ້ປະສິດທິຜົນຂອງພະລັງງານແລະ ແລະຜະລິດຕະຜົນໃນດ້ານກະສິກຳມີຄວາມສຳຄັນສູງຂຶ້ນໃນແຜນການຂອງ ລັດຖະບານປະເທດຕ່າງໆຢູ່ໃນເຂດເອເຊຍ.
ທ່ານ Sanders ກ່າວວ່າ "ໃນໄລຍະຍາວໂດຍພື້ນຖານແລ້ວທ່ານຈະນຳເອົາລາຄາທີ່ ແພງຂຶ້ນນີ້ໄປເປັນເງື່ອນໄຂພົວພັນໃສ່ກັບຜະລິດຕະຜົນດ້ານກະສິກຳບ່ອນທີ່ ມີປະຊາຊົນໃນຈຳນວນເພີ່ມຂຶ້ນ ຕ້ອງການອາຫານການກິນຕື່ມຂຶ້ນນັ້ນ. ທ່ານຈຳເປັນຕ້ອງເຮັດໃຫ້ອຸບປະທານສະໜອງຕອບແລະເຮັດໃຫ້ພາກສ່ວນກະສິ ກຳຜະລິດອາຫານການກິນເພີ່ມຂຶ້ນ ແລະພວກເຮົາຄິດວ່າມີຄວາມເປັນໄປໄດ້ ສູງກ່ຽວກັບເລື່ອງນີ້ ແລະປະການທີ 2 ກ່ຽວກັບສະຖານະການດ້ານເຊື້ອໄຟນັ້ນ ຖ້າທ່ານຕ້ອງການນໍ້າມັນໜ້ອຍລົງລາຄານໍ້າມັນທີແພງຂຶ້ນຈະສ້າງຄວາມເສຍຫາຍໃຫ້ແກ່ທ່ານໜ້ອຍລົງ."
ອົງການສະຫະປະຊາຊາດກະປະມານວ່າ ຈະມີຜູ້ຄົນໃນລະຫວ່າງ 10 ຫາ 42 ລ້ານຄົນໃນເຂດເອເຊຍຖືກຜັກດັນໃຫ້ຕົກຢູ່ຫຼືບໍ່ກໍບໍ່ໃຫ້ສາມາດຫຼຸດພົ້ນອອກຈາກ ສະພາບຄວາມທຸກຍາກ
ໄດ້ພາຍໃນປີນີ້ ຍ້ອນລາຄາສິນຄ້າທີ່ແພງຂຶ້ນນັ້ນ.