ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໖ ທັນວາ ໒໐໒໔

ລາຄາອາຫານແພງຂຶ້ນ ໃນເຂດເອເຊຍ


ພວກຄົນງານ ພວມກອງໄຖ່ເຂົ້າ ທີ່ສາງເກັບເຂົ້າແຫ່ງນຶ່ງ ຂອງລັດຖບານ ທີ່ກຸງມະນີລາ.
ພວກຄົນງານ ພວມກອງໄຖ່ເຂົ້າ ທີ່ສາງເກັບເຂົ້າແຫ່ງນຶ່ງ ຂອງລັດຖບານ ທີ່ກຸງມະນີລາ.

ອົງການອາຫານແລະກະເສດຂອງສະຫະປະຊາຊາດທີ່ເອີ້ນຫຍໍ້ວ່າ FAO ນັ້ນ ພວມຮຽກ ຮ້ອງໃຫ້ນາໆຊາດຮ່ວມມືກັນແກ້ໄຂບັນຫາລາຄາອາຫານທີ່ແພງຂຶ້ນນັບ​ມື້ຢູ່ໃນເຂດເອເຊຍ. ອົງການ FAO ເວົ້າວ່າ ລາຄາອາຫານຫລັກບາງຢ່າງໄດ້ຖີບໂຕຂຶ້ນ ແພງສຸດແບບບໍ່ເຄີຍ ມີມາກ່ອນແລະຈຳເປັນຕ້ອງໄດ້ມີການເອົາມາດຕະການ ເພື່ອໃຫ້ການຄຸ້ມຄອງພວກຄົນທຸກ ຍາກ ແລະປ້ອງກັນບໍ່ໃຫ້ລາຄາອາຫານເຫຼົ່ານີ້ ແພງຂຶ້ນຈົນຄວບຄຸມບໍ່ໄດ້. ນາຍ Daniel Schearf ຜູ້ສື່ຂ່າວຂອງ VOA ມີລາຍງານເລື່ອງນີ້ຈາກບາງກອກ

ຂໍ້ມູນຂອງອົງການສະຫະປະຊາຊາດ ສະແດງໃຫ້ເຫັນວ່າ
ລາຄາອາຫານ ໃນເດືອນກຸມພາຜ່ານມານີ້ ແມ່ນແພງສຸດ
ເປັນປະວັດການເທົ່າທີ່ເຄີຍເຫັນມາ. ທີ່ບາງກອກໃນມື້ວັນ
ພຸດອາທິດແລ້ວ ອົງການອາຫານແລະກະເສດຂອງສະຫະ
ປະຊາຊາດ ຫຼື FAO ກ່າວວ່າ ຢູ່ເອເຊຍລາຄາຂາຍຍ່ອຍ
ສໍາລັບເຂົ້າ ຊຶ່ງເປັນອາຫານຫຼັກຂອງຂົງເຂດນັ້ນແພງກວ່າ
ປີກາຍ 33% ຢູ່ບັງກລາແດັສ ສ່ວນຢູ່ຈີນ ແລະອິນໂດເນ
ເຊຍນັ້ນແພງລື່ນປີ ກາຍ 23%.

ໃນມື້ວັນພຸດແລ້ວພວກຜູ້ຕາງໜ້າຈາກ 20 ປະເທດໃນເຂດ
ເອເຊຍ ບັນດາອົງານຈັດຕັ້ງສາກົນ ສະຫະລັດແລະຍີ່ປຸ່ນໄດ້
ປະຊຸມກັນຢູ່ບາງກອກເພື່ອຊອກຫາຊ່ອງທາງແກ້ໄຂບັນຫາ
ລາຄາອາຫານທີ່ກຳລັງແພງຂຶ້ນ. ກອງປະຊຸມເປັນເວລາ
2 ມື້ທີ່ວ່ານີ້ແມ່ນເທື່ອທຳອິດຂອງຈຳນວນຫຼາຍໆຄັ້ງ ທີ່
ທາງອົງການ FAO ມີ​ແຜນ​ຈະຈັດຂຶ້ນຢູ່ໃນທົ່ວໂລກ ເພື່ອ ແກ້ໄຂບັນຫາຄວາມໝັ້ນຄົງທາງດ້ານອາຫານ.

ພວກຜູ້ຕາງໜ້າ​ໃນ​ກອງ​ປະຊຸມໄດ້ຮັບຟັງວ່າລາຄາເຂົ້າສຳລັບປີນີ້ມີທ່າທາງວ່າຈະຢູ່ໃນລະ
ດັບເດີມ ຍ້ອນບັນດາປະເທດຜະລິດເຂົ້າລາຍສຳຄັນໆຂອງຂົງເຂດ ເຊັ່ນປະເທດໄທແລະ
ຫວຽດນາມ ຕ່າງກໍໄດ້ຮັບຜົນເກັບກ່ຽວທີ່ດີ ແຕ່ພວກເຈົ້າໜ້າທີ່ຂອງອົງການ FAO
ເຕືອນວ່າ ລkຄາເຊື້ອໄຟທີ່ກຳລັງແພງຂຶ້ນນັ້ນອາດເຮັດໃຫ້ລາຄາເຂົ້າສູງຂຶ້ນຕື່ມກໍເປັນໄດ້.

ທ່ານ Horoyuki Konuma ຜູ້ຕາງໜ້າ FAO ປະຈຳເຂດເອເຊຍປາຊີຟິກກ່າວວ່າ ພວກ
ຄົນທຸກຍາກຢູ່ໃນເຂດເອເຊຍ ທີ່ໃຊ້ຈ່າຍລາຍໄດ້ຂອງຕົນຮອດ 70% ເພື່ອຊື້ອາຫານການ
ກິນນັ້ນແມ່ນພວກທີ່ໄດ້ຮັບຄວາມກະທົບກະເທືອນຮ້າຍແຮງສຸດຈາກໄພເງິນເຟີ້.

“ທ່ານ​ຄົງ​ຈະ​ຈື່​ໄດ້​ວ່າ ວິ​ກິ​ການລາຄາອາຫານ​ ແລະວິກິດການເສດຖະກິດທີ່ເກີດ
ຂື້ນພ້ອມໆກັນ ເມື່ອປີ 2008-2009 ນັ້ນໄດ້ຜັກດັນ​ໃຫ້​ປະຊາຊົນຕ້ອງ​ຕົກ​ຢູ່​ໃນ​ສະ
ພາບຄວາມອຶດຫິວແບບຊໍາເຮື້ອ ເພີ່ມຂື້ນອີກຈໍານວນຫລາຍ​ກວ່າ 100 ລ້ານຄົນ.
ພວກເຮົາ​ແມ່ນກໍາລັງປະ​ເຊີນ​ກັບ ສະພາວະທີ່​ອາດ​ສາມາດ​ສ່ຽງຕໍ່​ການຖົດຖອຍ
ແບບຄ້າຍຄືກັນນັ້ນຢູ່ໃນເວລານີ້ຍ້ອນການ​ຖີບ​ຂຶ້ນ​ແລະ​ຄວາມປັ່ນ​ປ່ວນຂື້ນໆລົງໆ
ຂອງລາຄາອາຫານທີ່ເກີດຂື້ນ ເມື່ອບໍ່ນານມານີ້.”

ລາຄາອາຫານທີ່ແພງຂຶ້ນໃນປີ 2007 ແລະປີ 2008 ນັ້ນພາໃຫ້ບາງປະເທດຢູ່ໃນຂົງເຂດ
ທຳ ການເກັບສະສົມອາຫານ ແລະຫ້າມສົ່ງອອກອາຫານປະເພດເມັດຊົ່ວຄາວສົ່ງ​ຜົນໃຫ້
ລາຄາເຂົ້າສານ ແພງຂຶ້ນຢ່າງ​ໄວເປັນສອງເທົ່າ​.

ນາງ Ertharin Cousin ເປັນເອກອັກຄະລັດຖະທູດສະຫະລັດປະຈຳພະແນກການດັ່ງກ່າວ
ຂອງສະຫະປະຊາຊາດທີ່ກຸງໂຣມ. ທ່ານນາງເວົ້າວ່າ ວິກິດການທີ່ວ່ານີ້ແມ່ນມີສາເຫດສ່ວນ
ໃຫຍ່ມາຈາກການຈຳກັດຮັດແຄບໃນການສົ່ງເຂົ້າອອກໄປຂາຍຕ່າງປະເທດ ແລະພວກຜູ້ຊື້
ທີ່ຕື່ນຕົກໃຈຊຶ່ງ​ເປັນ​ສະຖານະ​ການລັດຖະບານຂອງປະເທດຕ່າງໆຕ້ອງຫຼີກລ່ຽງນັ້ນ.

ທ່ານນາງ Cousin ເວົ້າວ່າ “ໃນໄລຍະສັ້ນແລ້ວ ປະເທດຕ່າງໆ ສາມາດຫຼຸດຜ່ອນ
ຄວາມສ່ຽງໃນການເຮັດໃຫ້ລາຄາອາຫານແພງຂຶ້ນນັ້ນໄດ້ ໂດຍການເພີ່ມຄວາມ
ໂປ່ງໃສແລະແບ່ງປັນຂໍ້ມູນກັນກ່ຽວກັບການເກັບສະສົມແລະການຜະລິດ ລະເວັ້ນ ຈາກການຫ້າມສົ່ງອອກແລະນຳໃຊ້ໂຄຕ້າແລະພາສີໃຫ້ໜ້ອຍທີ່ສຸດ ຫຼີກເວັ້ນຈາກ ການກວາດຊື້ແລະກັກຕຸນແບບຕື່ນຕົກໃຈ ຫຼຸດພາສີໃນການນໍາເຂົ້າ ແລະຈັດຕັ້ງ ປະຕິບັດເປົ້າໝາຍກ່ຽວກັບຕາໜ່າງຄວາມປອດໄພ ສຳລັບພວກທີ່ມີຄວາມຫຼໍ່ແຫຼມ
ນັ້ນ.”

ໃນປີນີ້ສະມາຄົມບັນດາປະຊາຊາດໃນເຂດເອເຊຍຕາເວັນອອກສຽງໃຕ້ຫຼືອາຊ່ຽນ ຈີນ ຍີ່ປຸ່ນ
ແລະເກົາຫຼີໃຕ້ໄດ້ສ້າງຕັ້ງຄັງ​ເຂົ້າສໍາຮອງຍຸດທະສາດຂຶ້ນສຳລັບຍາມເກີດເຫດການສຸກເສີນ.

ສ່ວນສະມາຄົມການຮ່ວມມືໃນເຂດເອເຊຍໃຕ້ກໍກ່າວວ່າ ຕົນໄດ້ເພີ່ມການເກັບສະສົມອາຫານ
ສໍາຮອງຂຶ້ນເປັນສອງເທົ່າ ນັບແຕ່ປີກາຍນີ້ເປັນຕົ້ນມາ ແລະມີແຜນການທີ່ຈະຕັ້ງທະນາຄານ
ເຂົ້າປະຈຳຂົງເຂດຂຶ້ນ.

ທ່ານ Javed Hussain Mir ຜູ້ອຳນວຍການປະຈຳຂົງເຂດ ຂອງທະນາຄານພັດທະນາເອ
ເຊຍຫຼື ADB ກ່າວວ່າ ມາເຖິງປັດຈຸບັນນີ້ມີແຕ່ບັນດາປະເທດໃນເຂດເອເຊຍທໍ່ນັ້ນທີ່ໄດ້ທຳ
ການຮັບມືຢ່າງຂຸ້ນຂ້ຽວກັບລາຄາອາຫານການກິນທີ່ແພງຂຶ້ນນັ້ນ.

“ແຕ່ວ່າໃນຂະນະທີ່ພວກເຮົາກໍາລັງປະ​ເຊີນຫຼາຍຂື້ນນັບມື້ກັບລາຄາທີ່​ແພງເຫລົ່າ
ນີ້ການທີ່ຈະຍັບຍັ້ງ ສະພາວະລາຄາອາຫານເຟີ້ ​ແບບທີ່​ສາມາດແກ້ໄຂບັນຫາ​ໄດ້
ຢ່າງຍືນຍົງຖາວອນນັ້ນ ​ແມ່ນຈໍາ​ເປັນ​ຕ້ອງ​ມີໃນ​ເວລາ​ນີ້ຫລາຍກວ່າ​ໃນ​ເວລາ​ໃດໆ
ການ​ດໍາ​ເນີນຄວາມພະຍາຍາມລວມກັນຂອງທຸກທຸກຄົນທີ່ກ່ຽວຂ້ອງກັບສາຍ​ໂສ້ການ ຜະລິດສະບຽງອາຫານທັງ​ໃນລະດັບທ້ອງຖິ່ນ ແລະນາໆ​ຊາດ​ເພື່ອ​ໃຫ້​ມີ​ຜົນ​ກະທົບ​
ຕໍ່​ຂັ້ນ​ຕອນ​ດັ່ງກ່າວ​ນີ້.”

ທ່ານ Konuma ຈາກອົງການ FAO ກ່າວວ່າ ເພື່ອປ້ອງກັນບໍ່ໃຫ້ລາຄາອາຫານແພງຂຶ້ນ
ໃນໄລຍະຍາວນັ້ນບັນດາລັດຖະບານແລະອົງການຈັດຕັ້ງສາກົນຕ່າງໆ ຕ້ອງໄດ້ເພີ່ມການລົງ
ທຶນ​ເຂົ້າ​ໃສ່ດ້ານກະສິກຳແລະການຜະລິດອາຫານ ຊຶ່ງທ່ານເວົ້າວ່າ ບໍ່ໄດ້ມີການເອົາຫົວຊາ
ມານັ້ນ.

ທ່ານກ່າວວ່າ ສັດສ່ວນຂອງການຊ່ອຍເຫຼືອໃນດ້ານການພັດທະນາສຳລັບການກະສິກຳໄດ້
ຫຼຸດລົງຈາກ 20% ໃນຊຸມປີ 1980 ມາເປັນ 5% ໃນທຸກມື້ນີ້ ແລະງົບປະມານແຫ່ງຊາດ
ສຳລັບການພັດທະນາເຂດຊົນນະບົດຂອງປະເທດຕ່າງໆ ກໍມີທ່າອຽງຫລືແນວໂນ້ມແບບ ດຽວກັນນີ້.

XS
SM
MD
LG