ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ລາຄາອາຫານ ຢູ່ໃນຂົງເຂດເອເຊຍ ຍັງແພງຢູ່


ຕະຫລາດແຫ່ງນຶ່ງ ໃນນະຄອນຫລວງຮາໂນ່ຍ ຂອງຫວຽດນາມ ບ່ອນທີ່ລາຄາເຂົ້າປາອາຫານໄດ້ຖືບຂຶ້ນຮອດ 40% ຄືກັນກັບຢູ່ ສປປ ລາວ. (AP Photo/Chitose Suzuki)
ຕະຫລາດແຫ່ງນຶ່ງ ໃນນະຄອນຫລວງຮາໂນ່ຍ ຂອງຫວຽດນາມ ບ່ອນທີ່ລາຄາເຂົ້າປາອາຫານໄດ້ຖືບຂຶ້ນຮອດ 40% ຄືກັນກັບຢູ່ ສປປ ລາວ. (AP Photo/Chitose Suzuki)

ອົງການອາຫານແລະການກະເສດຂອງສະຫະປະຊາຊາດກ່າວວ່າ ລາຄາອາຫານໃນຂົງເຂດ ເອເຊຍຍັງຄົງສູງຢູ່ຕໍ່ມາ ເຖິງແມ່ນໄດ້ຫລຸດຕໍ່າລົງ​ເປັນ​ເວລາສັ້ນໆໃນເດືອນເມສານັ້ນ. ຜູ້ສື່ ຂ່າວວີໂອເອ Daniel Schearf ລາຍງານຈາກບາງກອກວ່າ ພວກເຈົ້າໜ້າທີ່ອົງການ​ດັ່ງ ກ່າວ ກໍາລັງຮຽກຮ້ອງໃຫ້ລັດຖະບານທັງຫລາຍ ຈົ່ງມີຄວາມລະມັດລະວັງເປັນພິເສດ ເພື່ອ ປ້ອງກັນການ​ເຄື່ອນ​ໄຫວຕ່າງໆ ທີ່ອາດ​ສາມາດພາໃຫ້ລາຄາເຂົ້າປາອາຫານຖີບຕົວສູງຂຶ້ນ ໄປອີກ. ທອງປານມີລາຍ​ລະອຽດ ມາສະເໜີທ່ານ.

ອົງການອາຫານແລະການກະເສດຂອງສະຫະປະຊາຊາດ
ຫລື FAO ກ່າວວ່າ ລາຄາຂາຍຍ່ອຍຂອງເຂົ້າວີທ ຫລື​ເຂົ້າ
ເບ​ລ່ ແລະເຂົ້າ ຢູ່ໃນຂົງເຂດເອເຊຍ ໄດ້ຕົກຕໍ່າລົງໜ້ອຍນຶ່ງ
ໃນເດືອນເມສາ ຊຶ່ງເປັນການຕົກຕໍ່າລົງຄັ້ງທໍາອິດໃນຮອບ ເກົ້າເດືອນຜ່ານມາ.

ອົງການ FAO ກ່າວອີກວ່າ ລາຄາເຂົ້າ ຊຶ່ງເປັນອາຫານ
ຫລັກຂອງຂົງເຂດເຊຍນັ້ນ ໄດ້ຫລຸດ​ລົງ 2 ເປີເຊັນ ໃນ
ກໍາປູເຈຍ ແລະສີລັງກາ ແລະປະມານເຄິ່ງເປີເຊັນໃນບັງ
ກລາເທດ. ສ່ວນທີ່ອິນເດຍ ລາຄາເຂົ້າເບລ່ ຫລືເຂົ້າວີທ ຫລຸດຕໍ່າລົງເຈັດເປີເຊັນ.

ນໍ້າມັນແມ່ນສາເຫດນຶ່ງ:

ແຕ່ອົງການ FAO ໄດ້ໃຫ້ເຫດຜົນວ່າ ລາຄາອາຫານຖືກລົງ
ກໍ​ຍ້ອນ​ການຕົກ​ຕໍ່າ​ລົງ​ຢ່າງ​ຫລວງຫລາຍເປັນ​ເວລາ​ສັ້ນໆ​ຂອງລາຄານໍ້າມັນດິບ.

ລາຄາອາຫານ ຢູ່ໃນຂົງເຂດເອເຊຍ ຍັງແພງຢູ່
ລາຄາອາຫານ ຢູ່ໃນຂົງເຂດເອເຊຍ ຍັງແພງຢູ່

ເຖິງແມ່ນລາຄາຈະຕົກຕໍ່າລົງໃນບາງແຫ່ງ
ແຕ່ລາຄາເຂົ້າກໍຍັງຖືວ່າສູງກວ່າ ລະດັບ
ຂອງເມື່ອນຶ່ງປີກ່ອນ 29 ເປີເຊັນໃນບັງ
ກລາເທດ 25 ເປີເຊັນໃນຈີນ ແລະ 40
ເປີເຊັນໃນຫວຽດນາມ ແລະ ສປປ ລາວ.

ທ່ານ ຮີໂຣຢູກິ ໂຄນູມາ ຜູ້ຕ່າງໜ້າອົງການ
FAO ປະຈໍາຂົງເຂດເອເຊຍປາຊິຟິກ ບອກ
ກັບພວກຜູ້ສື່ຂ່າວເມື່ອວັນພຸດອາທິດ​ແລ້​ວ
ນີ້ວ່າ ລາຄາອາຫານຢູ່ທົ່ວຂົງເຂດຍັງສູງຢູ່
ແລະກໍາລັງສ້າງຄວາມເດືອດຮ້ອນໃຫ້ແກ່
ພວກຄົນທຸກຈົນຫລາຍທີ່ສຸດ. ທ່ານໂຄນູມາ ກ່າວວ່າ:

“ສະຫລູ​ບ​ແລ້ວ ກໍ​ແມ່ນ​ວ່າ ຜົນກະທົບໃນທາງລົບ ຂອງລາຄາປີກຍ່ອຍທີ່ສູງຂຶ້ນຂອງ
ວັດຖຸດິບປະ​ເພດອາຫານ ໂດຍສະເພາະ ຈໍາພວກອາຫານຫລັກ ເຊັ່ນ ເຂົ້າແລະເຂົ້າວີທ
ນັ້ນ ກໍາລັງສົ່ງຜົນກະທົບຕໍ່​ພວກ​ຄອບຄົວ​ທີ່ທຸກຈົນຫລາຍ ຊຶ່ງພວກເຂົາເຈົ້າຕ້ອງໄດ້​ໃຊ້
ຈ່າຍເງິນ​ເຖິງ 70 ເປີເຊັນຂອງລາຍໄດ້ທັງໝົດຂອງພວກເຂົາເຈົ້າ ຊື້ເຂົ້າປາອາຫານ.”

ລາຄາອາຫານໂລກຖີບຕົວສູງຂຶ້ນເປັນປະວັດການໃນເດືອນກຸມພາຜ່ານມາ ​ເນື່ອງ​ຈາກ
ລາຄານໍ້າມັນດິບຖີບຕົວສູງຂື້ນ ຍ້ອນຄວາມບໍ່ທຸ່ນທ່ຽງດ້ານການເມືອງໃນຂົງເຂດຕາເວັນ
ອອກກາງແລະອາຟຣິກາເໜືອນັ້ນ.

ລາຄານໍ້າມັນແມ່ນເຊື່ອມໂຍງຢ່າງ​ໃກ້ຊິດກັບລາຄາອາຫານຜ່ານ​ຄ່າຂົນສົ່ງແລະຄ່າຜະຫລິດ.

ແນະນໍາໃຫ້ເອົາບາດກ້າວລະມັດລະວັງໄວ້ລ່ວງໜ້າ:

ທ່ານ ໂຄນູມາ ກ່າວອີກວ່າ ປະເທດທັງຫລາຍແມ່ນຈໍາ​ເປັນຕ້ອງ​ເອົາ​ບາດກ້າວ ​ເພື່ອເພີ່ມ
ຄວາມລະມັດລະວັງດ່ວນເປັນພິເສດ ເພື່ອປ້ອງກັນບໍ່ໃຫ້ເກີດຊໍ້າ​ສອງ ວິກິດການຄັ້ງປີ
2008 ເວລາລາຄາອາຫານຫລັກບາງຢ່າງຖີບສູງຂຶ້ນເປັນສອງເທົ່າຕົວໃນພຽງແຕ່ບໍ່ເທົ່າໃດ
ເດືອນນັ້ນ. ທ່ານ ໂຄນູມາ ແນະນໍ​າ​ໃຫ້ບັນດາປະເທດທັງຫລາຍ ຈັດຕັ້ງເຄືອຂ່າຍປະກັນ
ຄວາມໝັ້ນຄົງ​ທາງສັງຄົມ ແກ່ພວກຄົນທຸກຈົນ ແລະຈັດ​ຫາອາຫານສໍາຮອງສຸກເສີນໄວ້.
ທ່ານໂຄນູມາ ກ່າວວ່າ

“ແລະພ້ອມດຽວກັນ ກໍປັບປຸງດ້ານຄວາມໝັ້ນຄົງ ດ້ານອາຫານໃຫ້ພຽງພໍ ແລະຂໍ້ມູນ
ກ່ຽວ​ກັບຕະຫລາດ. ນີ້ຄືນຶ່ງໃນຫລາຍໆປັດໃຈ ທີ່ກໍ່ໃຫ້ເກີດການ​ເກັງ​ກໍາ​ໄລທີ່ບໍ່ຈໍາເປັນ ແລະການຟ້າວຊື້ອາຫານ ​ໄປ​ກັກ​ຕຸ​ນ​ໄວ້.”

ລູກຄ້າຊື້ຊີ້ນໝູ ຢູ່ຕະຫລາດແຫ່ງນຶ່ງໃນແຂວງ Sichuan ປະເທດຈີນ.
ລູກຄ້າຊື້ຊີ້ນໝູ ຢູ່ຕະຫລາດແຫ່ງນຶ່ງໃນແຂວງ Sichuan ປະເທດຈີນ.

ອົງການ FAO ຄາດວ່າ ການ
ຜະຫລິດເຂົ້າຈະເພີ່ມຂຶ້ນສອງ
ເປີເຊັນໃນປີ 2011 ແຕ່ການ
ຜະຫລິດເຂົ້າວີທຈະຕົກຕໍ່າລົງ ໜ້ອຍນຶ່ງ.

ແນວໃດກໍດີ ທ່ານ ໂຄນູມາ
ກ່າວວ່າ ເຖິງແມ່ນວ່າລາຄາ
ອາຫານຈະຖີບຕົວສູງຂຶ້ນນັບ
ມື້ກໍຕາມ ການຜະຫລິດອາ
ຫານກໍຄາດວ່າຈະໄດ້ພຽງພໍ
ກັບຄວາມຮຽກຮ້ອງຕ້ອງການ
ຂອງ​ຕະຫລາດ​ໂລກ ແຕ່ກໍຍັງຈະຕໍ່າກວ່າ​ລະດັບ​ຂອງ​ເປົ້າ​ໝາຍ​ການ​ພັດທະນາສະຫັດ​ສະ​ວັດ​
ຂອງ​ສະຫະ​ປະຊາ​ຊາດ ທີ່ຈະຫລຸດຜ່ອນຄວາມອຶດຫິວລົງ ໃຫ້ໄດ້ເຄິ່ງນຶ່ງ ພາຍໃນປີ 2015 ນັ້ນຢູ່.

ທະນາຄານໂລກກ່າວວ່າ ນັບຕັ້ງແຕ່ເດືອນຕຸລາເປັນຕົ້ນມາ ລາຄາອາຫານທີ່ຖີບຕົວສູງຂື້ນ
ນັບມື້ນັ້ນ ໄດ້ຜັກດັນໃຫ້ປະຊາຊົນກວ່າ 40 ລ້ານຄົນ ຕົກຢູ່ໃນສະພາບທຸກຈົນທີ່ສາຫັດທີ່ສຸດ.

XS
SM
MD
LG