ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາຄາເຂົ້າປາອາຫານ ຖີບໂຕສູງຂຶ້ນທີ່ເອເຊຍ


ພໍ່ຄ້າຂາຍຜັກຄົນນຶ່ງອູ້ມລູກຂາຍຜັກຢູ່ໃນຮ້ານແຫ່ງນຶ່ງ.
ວັນທີ 26 ເມສາ 2011
ພໍ່ຄ້າຂາຍຜັກຄົນນຶ່ງອູ້ມລູກຂາຍຜັກຢູ່ໃນຮ້ານແຫ່ງນຶ່ງ. ວັນທີ 26 ເມສາ 2011

ທະ​ນາຄາ​ນພັດທະນາ​ເອ​ເຊຍ ກ່າວ​ວ່າ ລາຄາ​ເຂົ້າປາ​ອາ
ຫານ​ທີ່​ພວມຖີບ​ໂຕ​ສູງ​ຂຶ້ນ​ ສາມາດບີບບັງຄັບ​ໃຫ້​ພົນ
ລະ​ເມືອງ​ຫລາຍ​ລ້ານ​ຄົນໃນ​ພວກ​ປະ​ເທດ​ກໍາລັງ​ພັດທະ
ນາ​ໃນ​ທົ່ວ​ເອ​ເຊຍ​ຕົກ​ຢູ່​ໃນ​ສະພາວະ​ທຸກ​ຈົນ​ທີ່​ສຸດ​ກໍ​ເປັນ
ໄດ້.

ລາຍ​ງານ​ສະບັບ​ນຶ່ງ​ທີ່​ອອກ​ໂດຍ​ທະນາ​ຄານພັດທະນາ
ເອ​ເຊຍ​ຊຶ່ງ​ເປັນສະ​ຖາ​ບັນ​ໃຫ້​ເງິນ​ກູ້​ຢືມ​ທີ່​ມີ​ສໍານັກງານ​ຕັ້ງ​
ຢູ່​ໃນ​ກຸງ​ມາ​ນີລາ ກ່າວ​ວ່າ ລາຄາ​ເຂົ້າປາ​ອາຫານ​ພາຍ​ໃນ​ປະ​ເທດທີ່ພວມແພງຂຶ້ນຢູ່​ໃນ​ຫຼາຍໆປະ ເທດຂອງພາກ​ພື້ນ​ຄິດ​ສະ​ເລ່ຍ​ແລ້ວ​ເພີ່ມ​ຂຶ້ນ 10 ​ເປີ​ເຊັນ​ໃນໄລຍະຫຼາຍເດືອນ​ຕອນ​ຕົ້ນ​ປີ​ນີ້ ​ແລະ​ຖ້າ​ອັດຕາ​ດັ່ງກ່າວຫາກ​ດໍາ​ເນີນ​ສືບ​ຕໍ່​ໄປ ພົນລະ​ເມືອງ​ຕື່ມ​ອີກ 64 ລ້ານ​ຄົນ​ຈະ​ເຫັນ​ລາຍ​ໄດ້​ຂອງ​ເຂົາ​ເຈົ້າ​ມື້​ນຶ່ງ​ບໍ່​ຮອດ 1 ​ໂດ​ລາ​ກັບ 25​ ເຊັນ ຊຶ່ງ​ເປັນ​ເສ້ນກຳນົດລະດັບ​ຕໍ່າ​ສຸດ​ຂອງ​ຄວາມທຸກ​ຈົນ​ນັ້ນ.

ລາຍ​ງານ​ສະບັບ​ນີ້​ກ່າວ​ວ່າ ລາຄາ​ເຂົ້າປາ​ອາຫານ​ທີ່ພວມຖີບ​ໂຕ​ສູງ​ຂຶ້ນ​ນັບ​ມື້ ພ້ອມ​ກັບ​ລາຄາ
ນໍ້າມັນ​ດິບ​ຖີບ​ໂຕ​ສູງ​ຂຶ້ນນັ້ນ ​ເປັນ​ໄພ​ຂົ່ມຂູ່​ຢ່າງ​ຮ້າຍ​ແຮງ​ຕໍ່​ເສດຖະກິດ​ໃນ​ເອ​ເຊຍ ຊຶ່ງ​ຫາ​ກໍ​ຟື້ນ
ໂຕ​ຄືນ​ຢ່າງ​ວ່ອງ​ໄວ ​ແລະ​ມີຄວາມແຂງ​ແຮງ​ຈາກ​ວິ​ກິດ​ການ​ເສດຖະກິດ​ຂອງ​ໂລກ​ໃນ​ປີ 2008
ນັ້ນ.

XS
SM
MD
LG