ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ໄພນໍ້າຖ້ວມ ຮ້າຍແຮງໜັກຂຶ້ນ ໃນເຂດເອເຊຍ


ຜູ້ຄົນພາກັນລຸຍຜ່ານໍ້າທີ່ຖ້ວມເຮືອນຊານ ໃນຄຸ້ມວັດສຸກຣານທາຣາມ ນະຄອນອະຍຸດທະຍາ ໃນເຂດພາກກາງ ຂອງໄທ (13 ຕຸລາ 2011)
ຜູ້ຄົນພາກັນລຸຍຜ່ານໍ້າທີ່ຖ້ວມເຮືອນຊານ ໃນຄຸ້ມວັດສຸກຣານທາຣາມ ນະຄອນອະຍຸດທະຍາ ໃນເຂດພາກກາງ ຂອງໄທ (13 ຕຸລາ 2011)

ເຈົ້າໜ້າທີ່ຫວຽດນາມລາຍງານວ່າ ມີອີກ 9 ຄົນໄດ້ເສຍຊີວິດໃນໄພນໍ້າຖ້ວມທີ່ເກີດຂຶ້ນຢູ່ທົ່ວ
ບໍລິເວນອ່າງແມ່ນໍ້າຂອງຊຶ່ງເຮັດໃຫ້ໂຕເລກຜູ້ເສຍຊີວິດຢູ່ໃນຫວຽດນາມທັງໝົດເພີ່ມຂຶ້ນເປັນ
34 ຄົນ ສ່ວນໃຫຍ່ແລ້ວແມ່ນເປັນພວກເດັກນ້ອຍ.

ທີ່ປະເທດໄທ ບ່ອນທີ່ມີ 280 ກວ່າຄົນໄດ້ເສຍຊີວິດ​ແລ້ວນັ້ນປະຊາຊົນໄດ້ຖືກບັງຄັບໃຫ້ຍົກ
ຍ້າຍອອກໜີ ຈາກເຮືອນຊານບ້ານຊ່ອງຂອງພວກເຂົາເຈົ້າ ທີ່ນະຄອນອະຍຸດທະຍາໃນເຂດ
ພາກກາງຂອງປະເທດ ບ່ອນທີ່ວັດເກົ່າແກ່ທີ່ສຳຄັນແຫ່ງນຶ່ງໄດ້ຖືກນໍ້າຖ້ວມນັ້ນ. ທີ່ບາງກອກ ພວກຄົນງານໄດ້ພາກັນສ້າງຄູກັ້ນນໍ້າ ດ້ວຍຖົງຊາຍ ອ້ອມຮອບຕຶກອາຄານ ແລະເລາະຕາມ
ແຄມແມ່ນໍ້າຕ່າງໆ ກ່ອນທີ່ຈະເກີດໄພນໍ້າຖ້ວມຮ້າຍແຮງຕາມ​ທີ່​ມີ​ການຄາດຄະ​ເນກັນນັ້ນ.

ໄພນໍ້າຖ້ວມທີ່ຫວຽດນາມແມ່ນຮ້າຍແຮງສຸດໃນຮອບນຶ່ງທົດສະວັດ. ພວກເຈົ້າໜ້າທີ່ກ່າວວ່າ
ມີເຮືອນຊານຫຼາຍກວ່າ 70,000 ຫຼັງໄດ້ຖືກນໍ້າຖ້ວມ ຖະໜົນຫົນທາງຫຼາຍໆສາຍສັນຈອນ
ໄປມາບໍ່ໄດ້ ແລະໂຮງຮຽນຫຼາຍຮ້ອຍແຫ່ງຕ້ອງໄດ້ອັດລົງ.

ທ່ານ Bhupinder Tomar ຫົວໜ້າປະຕິບັດງານສະຫະພັນສະພາກາແດງນາໆຊາດປະຈຳ
ນະຄອນຫຼວງຮ່າໂນ່ຍ ກ່າວຕໍ່ວີໂອເອວ່າ ພວກພໍ່ໄຮ່ຊາວນາຂອງຫວຽດນາມກໍໄດ້ຮັບຄວາມ
ເສຍຫາຍຮ້າຍແຮງເຊັ່ນກັນ.

ສ່ວນຢູ່ ສປປ ລາວ ກຳປູເຈຍແລະໄທ ກໍມີລາຍງານວ່າທົ່ງໄຮ່​ທົ່ງ​ນາໄດ້ຮັບຄວາມເສຍຫາຍ
ຮ້າຍແຮງ ທີ່ຄ້າຍຄືກັນ.

XS
SM
MD
LG