ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ແມ່ນໍ້າເຈົ້າພະຍາ ຍຶ່ງຂຶ້ນ ສູ່ລະດັບສູງສຸດແລ້ວ (ເບິ່ງຮູບສະໄລດ໌)


A vendor selling red onions waits for customers at a market in Makassar, Indonesia. Indonesia's Inflation surged to a nearly two-year high in March. The vendor is reflected in a motorcycle's wing mirror.
A vendor selling red onions waits for customers at a market in Makassar, Indonesia. Indonesia's Inflation surged to a nearly two-year high in March. The vendor is reflected in a motorcycle's wing mirror.

ນໍ້າ​ໃນແມ່​ນໍ້າ​ເຈົ້າ​ພະຍາ​ຂອງໄທທີ່ນອງ​ດ້ວຍ​ນໍ້າ​ຝົນ ໄດ້ຍຶ່ງຂຶ້ນສູ່ລະດັບ​ສູງ​ສຸດ​ໃນ​ວັນ​ຈັນ​ມື້​ນີ້ ພາ​ໃຫ້​ມີ​ຄວາມ​ຫວັງ​ວ່າ ​ໃຈ​ກາງ​ຂອງ​ນະຄອນຫລວງບາງກອກ​ຈະບໍ່​ຖືກ​ນໍ້າຖ້ວມ ​ທີ່ໄດ້ຖ້ວມ
ໄປ​ທົ່ວ​ເຂດ​ຊານ​ເມືອງ​ສ່ວນ​ຫລາຍ​ຢູ່ທາງ​ກໍ້າ​ເໜືອ​ແລະກໍ້າ​ຕາ​ເວັນ​ຕົກ​ຂອງ​ບາງກອກ​ນັ້ນ.

ນາຍົກລັດຖະມົນຕີ ຍິ່ງລັກ​ ຊິນນະ​ວັດ ກ່າວ​ວ່າ ບັດ​ນີ້​ ລັດຖະບານແມ່ນ​ຈະເພ່ງ​ເລັງ​ໃ​ສ່ການ​ສ້ອມ​ແປງຄູ​ກັ້ນ​ນໍ້າ​ຢູ່ອ້ອມເມືອງ ບ່ອນທີ່​ເປ່​ເພ​ໄປ​ຫລາຍໆ​ບ່ອນ​ທີ່ນໍ້າຍັງ​ຮົ່ວ​ໄຫລ​ເຂົ້າ​ເມືອງ​ຢູ່​ນັ້ນ ຊຶ່ງ​ອາດ​ພາ​ໃຫ້​ປະຊາຊົນ​ຄິດ​ວ່າ ນໍ້າ​ຖ້ວມ​ຍັງ​ບໍ່​ໄດ້​ລົດ​ລົງ​ເລີຍ.

// ສຽງ ທ່ານນາງ ຍິ່ງ​ລັກ //

ທ່ານ​ນາງ​ຍິ່ງລັກ ກ່າວ​ວ່າ ​ເວລາ​ໃດ​ມີ​ການ​ສ້ອມ​ແປງ​ບ່ອນ​ເປ່​ເພ​ເຫລົ່າ​ນັ້ນ​ແລ້ວ ພວກ​ຊາວບ້ານ​ຊາວ​ເມືອງ​ກໍ​ຄວນ​ຈະ​ສາມາດ​ເລີ້ມ​ໂລ່ງ​ຈິດ​ໂລ່ງໃຈ​ລົງ​ໄດ້.

ເຖິງ​ຢ່າງ​ໃດ​ກໍ​ດີ ພວກ​ຊາວ​ເມືອງ​ໃນ​ຫລາຍໆເຂດ​ຢູ່​ທາງ​ນອກ​ຄູ​ກັ້ນ​ນໍ້າ​ກໍຍັງ​ຄົງ​ມີ​ຄວາມ​ເຫລືອອົກ​ເຫລືອ​ໃຈ​ຢູ່​ ຍ້ອນ​ວ່ານໍ້າ​ຍັງ​ສືບ​ຕໍ່​ຮົ່ວ​ໄຫລຜ່ານ​ຖະໜົນ​ຫົນທາງ​ ເຂົ້າ​ບ້ານ​ເຮືອນ​ຂອງພວກ​ເຂົາ​ເຈົ້າ​.

XS
SM
MD
LG