ນາຍົກລັດຖະມົນຕີໄທ ທ່ານນາງຍິ່ງລັກ ຊິນນະວັດກ່າວວ່າ ບໍ່ມີໃຜສາມາດສະກັດກັ້ນໄພ
ນໍ້າຖ້ວມຂະໜາດໃຫຍ່ ທີ່ພວມຈະເກີດຂຶ້ນໃນເຂດໃຈກາງບາງກອກໄດ້ ແລະສິ່ງທີ່ດີທີ່ສຸດ
ກໍຄືປ່ອຍໃຫ້ທຳມະຊາດດຳເນີນການ ໄປຕາມທິດທາງຂອງມັນ.
ທ່ານນາງຍິ່ງລັກ ແມ່ນນໍ້າຕາຄໍໜ່ວຍໃນວັນພະຫັດວານນີ້ ເວລາທ່ານນາງກ່າວວ່າ ສິ່ງທີ່ລັດ
ຖະບານຂອງທ່ານນາງສາມາດກະທຳໄດ້ໃນເວລານີ້ກໍຄື ພະຍາຍາມຄຸ້ມຄອງສະຖານະການ.
ຫຼາຍໆເຂດໃນນະຄອນຫຼວງຂອງໄທແລະເຂດຊານເມືອງແມ່ນໄດ້ຖືກນໍ້າຖ້ວມໄປແລ້ວຂະນະ ທີ່ປະຊາຊົນໄປມາຫາສູ່ກັນ ໃນບໍລິເວນທີ່ມີນໍ້າຖ້ວມເລິກພຽງແອວ ໂດຍເຮືອທີ່ເຮັດຂຶ້ນແບບ
ຊົ່ວຄາວ. ໃນວັນພະຫັດວານນີ້ ເຂດໃຈກາງບາງກອກຍັງບໍ່ທັນມີນໍ້າຖ້ວມເທື່ອ ແຕ່ປະຊາຊົນ ໄດ້ພາກັນກອງຖົງຊາຍຢູ່ນອກເຮືອນຊານແລະທຸລະກິດຂອງພວກເຂົາເຈົ້າ.
ຮ້ານຂາຍອາຫານການກິນຫຼາຍບ່ອນໄດ້ເປົ່າແປນ ແລະຫ້າງຮ້ານທີ່ຍັງເປີດຢູ່ໃນເວລານີ້ ກໍ
ໄດ້ແບ່ງປັນກັນໃນການຊື້ນໍ້າບໍລິສຸດທີ່ບັນຈຸຢູ່ໃນແກ້ວ ແລະສິ່ງຂອງຈຳເປັນອື່ນໆ.
ຫຼາຍໆປະເທດ ຮວມທັງສະຫະລັດແລະອັງກິດ ໄດ້ແນະນຳໃຫ້ປະຊາຊົນຂອງຕົນຍົກເວັ້ນ ນອກຈາກວ່າມີຄວາມຈຳເປັນການເດີນທາງໄປຍັງເຂດຕ່າງໆຂອງປະເທດໄທ. ສະໜາມບິນ ພາຍໃນປະເທດດອນເມືອງຊຶ່ງເປັນສະໜາມບິນໃຫຍ່ອັນດັບ 2 ຂອງປະເທດນັ້ນໄດ້ຢຸດເຊົາ
ການປະຕິບັດງານແລ້ວ.
ຝົນທີ່ຕົກລົງມາໜັກຜິດປົກກະຕິຂອງລະດູລົມມໍລະສຸມໄດ້ເລີ່ມພາໃຫ້ເກີດນໍ້າຖ້ວມຢູ່ໄທແຕ່
ກາງເດືອນກໍລະກົດເປັນຕົ້ນມາແລະເຮັດໃຫ້ມີຜູ້ເສຍຊີວິດແລ້ວຢ່າງນ້ອຍ 373 ຄົນມາຮອດ
ປັດຈຸບັນນີ້.
ໄພນໍ້າຖ້ວມກຳລັງເຄື່ອນຍ້າຍລົງມາທາງໃຕ້ຫາເຂດໃຈກາງບາງກອກເລາະລຽບຕາມແຄມ
ແມ່ນໍ້າເຈົ້າພະຍາແລະຕາມຄອງຕ່າງໆທີ່ສ້າງຂຶ້ນເພື່ອລະບາຍນໍ້າລົງສູ່ທະເລນັ້ນ.