ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄທສັ່ງຍົກຍ້າຍ ປະຊາຊົນ ອອກຈາກບາງເຂດ ຂອງບາງກອກ (ເບິ່ງສະໄລດ໌)


ຊາວໄທພາກັນລຸຍນໍ້າໄປຊື້ອາຫານການກິນ ທີ່ຮ້ານຂາຍເຄື່ອງ Tessco - Lotus ຢູ່ບາງກອກ (27 ຕຸລາ 2011)
ຊາວໄທພາກັນລຸຍນໍ້າໄປຊື້ອາຫານການກິນ ທີ່ຮ້ານຂາຍເຄື່ອງ Tessco - Lotus ຢູ່ບາງກອກ (27 ຕຸລາ 2011)

ເຈົ້າໜ້າທີ່ໄທໃນນະຄອນຫຼວງບາງກອກຮຽກຮ້ອງໃຫ້ປະຊາຊົນໃນ 2 ເຂດຮອບນອກທີ່ຖືກ
ນໍ້າຖ້ວມແລ້ວນັ້ນ ພາກັນຍ້າຍອອກໜີຈາກເຮືອນຊານບ້ານຊ່ອງຂອງພວກເຂົາເຈົ້າແລະໄປ
ອາໄສຢູ່ສູນຫຼົບໄພທີ່ຕັ້ງຢູ່ໃກ້ຄຽງ.

ທ່ານສຸຂຸມພັນ ປາຣິພັດ ເຈົ້າຄອງນະຄອນຫຼວງບາງກອກໄດ້ອອກຄຳເຕືອນດັ່ງກ່າວໃນຕອນ
ແລງວັນພຸດວານນີ້ຕໍ່ປະຊາຊົນໃນເຂດດອນເມືອງ ແລະເຂດບາງຜາລາດ ທີ່​ໄດ້ຖືກນໍ້າຖ້ວມ
ເກືອບໝົດແລ້ວ. ສະໜາມບິນດອນເມືອງຊຶ່ງເປັນສະໜາມບິນໃຫຍ່ອັນດັບ 2 ຂອງປະເທດ ໄດ້ຢຸດເຊົາການປະຕິບັດງານ.

ຂະນະດຽວກັນປະຊາຊົນຈຳນວນນຶ່ງໄດ້ໃຊ້ມື້ພັກ 5 ມື້ທີ່ລັດຖະບານໄດ້ປະກາດໄປນັ້ນຫຼົບໜີ
ໄພນໍ້າຖ້ວມທີ່ຄາດວ່າຈະໄຫຼເຂົ້າຖ້ວມເຂດບາງກອກໃນທ້າຍສັບປະດານີ້. ປະຊາຊົນຈຳນວນ ຫຼາຍໆພັນຄົນໄດ້ພາກັນໄປແອອັດຢູ່ທີ່ຄິວລົດເມ ແລະສະໜາມບິນນາໆຊາດຂອງບາງກອກ ຂະນະທີ່ທາງຫຼວງສາຍຕ່າງໆທີ່ມຸ່ງໜ້າອອກຈາກນະຄອນຫຼວງຂອງໄທແມ່ນແອອັດໄປດ້ວຍ
ລົດຈຳນວນຫຼາຍພັນຄັນທີ່ບັນທຸກປະຊາຊົນທີ່ຕື່ນຕົກໃຈອອກໄປຈາກ​ເມືອງ.

ນໍ້າໃນແມ່ນໍ້າເຈົ້າພະຍາພວມຈະລົ້ນຝັ່ງຂຶ້ນຖ້ວມຍ້ອນລະດັບນໍ້າທະເລທີ່ສູງຂຶ້ນ ຊຶ່ງນາຍົກລັດ
ຖະມົນຕີຍິ່ງລັກ ຊິນນະວັດກ່າວວ່ານໍ້າທີ່ຖ້ວມນັ້ນອາດຈະເລິກເຖິງ 1 ແມັດເຄິ່ງພາຍໃນທ້າຍ
ອາທິດນີ້.

ຝົນທີ່ຕົກລົງມາໜັກເປັນພິເສດໃນລະດູລົມມໍລະສຸມ ໄດ້ພາໃຫ້ເກີດນໍ້າຖ້ວມມາແຕ່ກາງເດືອນ
ກໍລະກົດທີ່ເຮັດໃຫ້ມີຜູ້ເສຍຊີວິດແລ້ວຢ່າງນ້ອຍ 373 ຄົນຢູ່ໃນທົ່ວປະເທດໄທ.

XS
SM
MD
LG