ເຈົ້າໜ້າທີ່ຫວຽດນາມກ່າວໃນວັນອັງຄານມື້ນີ້ວ່າ ຕົນຍັງ
ກໍາລັງຊອກຫາລົດເມຄັນນຶ່ງ ທີ່ຖືກນໍ້າສຸໄປເມື່ອມື້ວານນີ້
ພ້ອມດ້ວຍຜູ້ໂດຍສານຢູ່ເທິງລົດ ຢ່າງນ້ອຍ 15 ຄົນ.
ລົດເມຄັນນີ້ພວມຢູ່ໃນລະຫວ່າງການເດີນທາງໄປຕາມທາງ
ຫລວງ ແຕ່ເໜືອຫາໃຕ້ທີ່ສຳຄັນຂອງຫວຽດນາມເວລາຖືກ
ນໍ້າສຸລົງໄປໃສ່ແມ່ນໍ້າທີ່ພວມລົ້ນຖ້ວມ. ຜູ້ໂດຍສານປະມານ
18 ຄົນສາມາດຫຼົບໜີອອກຈາກລົດອອກມາໄດ້ແລະໄດ້ຮັບ
ການຊ່ອຍຊີວິດໄວ້ໃນເວລາຕໍ່ມາ. ຝົນຕົກໜັກແລະນໍ້າຖ້ວມ
ສຸເປັນເວລາຫຼາຍໆມື້ ຢູ່ໃນເຂດພາກກາງຂອງຫວຽດນາມ
ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 41 ຄົນ.
ໄພນໍ້າຖ້ວມດັ່ງກ່າວນີ້ໄດ້ມີຜົນກະທົບ ຕໍ່ເຮືອນຊານບ້ານ
ຊ່ອງຫຼາຍກວ່າ 100,000 ຫຼັງ ແລະໄດ້ຕັດຂາດທາງຫຼວງ ແລະທາງລົດໄຟເຊື່ອມຕໍ່ທີ່ສຳຄັນໆ ຫຼາຍສາຍ.
ສ່ວນທີ່ປະເທດໄທ ມີຢ່າງນ້ອຍ 6 ຄົນເສຍຊີວິດ ຫຼັງຈາກໄດ້ເກີດໄພນໍ້າຖ້ວມຢ່າງໜັກ
ຢູ່ໃນເຂດພາກອີສານຫຼືພາກຕາເວັນອອກສຽງເໜືອຂອງປະເທດ. ເຂດທີ່ປະສົບຄວາມ
ເສຍຫາຍຮ້າຍແຮງສຸດ ກໍແມ່ນຈັງຫວັດນະຄອນຣາຊສິມາ ບ່ອນທີ່ 20 ກ່ວາຫົວເມືອງ
ໄດ້ຖືກນໍ້າຖ້ວມ ແລະຫຼາຍໆພັນຄົນ ບໍ່ມີບ່ອນພັກພາອາໄສ.