ນາຍົກລັດຖະມົນຕີໄທ ທ່ານນາງຍິ່ງລັກ ຊິນນະວັດກ່າວວ່າ ທ່ານນາງມີຄວາມເຊື່ອໝັ້ນວ່າ
ລັດຖະບານຂອງທ່ານນາງ ຈະສາມາດປ້ອງກັນບໍ່ໃຫ້ເກີດໄພນໍ້າຖ້ວມຮ້າຍແຮງດັ່ງທີ່ໄດ້ເກີດ
ຂຶ້ນໃນປີ 2011 ນັ້ນຊໍ້າອີກ ໂດຍການໃຊ້ຈ່າຍເງິນ 11 ພັນ 500 ລ້ານໂດລາເພື່ອພັດທະ
ນາລະບົບຄຸ້ມຄອງແຫຼ່ງນໍ້າໃໝ່.
ທ່ານນາງທຳນາຍວ່າ ເສດຖະກິດຂອງໄທຈະຂະຫຍາຍໂຕ 5% ໃນປີນີ້ ສ່ວນນຶ່ງແມ່ນມາ
ຈາກການໃຊ້ຈ່າຍຂອງລັດຖະບານໃນດ້ານໂຄງລ່າງກ່ຽວກັບການຄຸ້ມຄອງນໍ້າ.
ໄພນໍ້າຖ້ວມທີ່ຮ້າຍແຮງສຸດໃນຮອບຫຼາຍໆທົດສະວັດຢູ່ໄທ ເຮັດໃຫ້ມີຜູ້ເສຍຊີວິດ 700 ຄົນ
ແລະສ້າງຄວາມເສຍຫາຍໃຫ້ແກ່ເສດຖະກິດ 45 ພັນລ້ານໂດລາຂະນະທີການເຕີບໂຕຂອງ
ເສດຖະກິດໄດ້ຕົກຮວບລົງສູ່ລະດັບ 1.5% ໃນປີກາຍນີ້.
ປະຊາຄົມໃນເຂດເທສະບານຕ່າງໆຂອງໄທໄດ້ປະສົບກັບໄພນໍ້າຖ້ວມແລະເກືອບ 14 ລ້ານ
ຄົນໄດ້ຮັບຜົນກະທົບ ຢູ່ໃນຫຼາຍສິບຈັງຫວັດ. ຟີລິບປີນ ກໍາປູເຈຍ ແລະຫວຽດນາມ ກໍໄດ້
ຖືກນໍ້າຖ້ວມໜັກເຊ່ນກັນໃນລະດູຝົນມໍລະສຸມທີ່ຜ່ານມາ.
ສ່ວນຢູ່ ສປປ ລາວນັ້ນ ໄພນໍ້າຖ້ວມຂະ
ໜາດແຮງ ທີ່ເກີດຈາກ ພາຍຸເຂດຮ້ອນ
ໄຫ່ໝາແລະນົກເຕັນໄດ້ເຮັດໃຫ້ມີຜູ້ເສຍ
ຊີວິດເຖິງ 30 ຄົນແລະສ້າງຄວາມເສຍ
ຫາຍ ໃຫ້ແກ່ເສດຖະກິດຂອງປະເທດ
ເປັນມູນຄ່າຮວມ ເຖິງ 1,800 ຕື້ກີບຫຼື
ປະມານ 225 ລ້ານໂດລາ.
ຄວາມເສຍຫາຍເຫຼົ່ານີ້ ແມ່ນຮວມທັງພື້ນ
ທີ່ກະສິກໍາກວ້າງກວ່າ 64,000 ເຮັກຕາ
ໂຄງລ່າງພື້ນຖານຕະຫຼອດທັງໂຮງໝໍໂຮງຮຽນ ສະຖານທີ່ທ່ອງທ່ຽວ ລະບົບສາຍສົ່ງໄຟຟ້າ
ແລະຄອງຊົນລະປະທານ ຢູ່ໃນເກືອບ 1,800 ບ້ານ ໃນ 96 ເມືອງ ຂອງ 12 ແຂວງ.
ພ້ອມນີ້ຍັງເຮັດໃຫ້ປະຊາຊົນເກືອບ 430,000 ຄົນໄດ້ຮັບຄວາມເດືອດຮ້ອນອີກດ້ວຍ.
ທາງການລາວໄດ້ອະນຸມັດງົບປະມານຢ່າງເປັນທາງການ 400 ຕື້ກີບສຳລັບໃຊ້ໃນການຟື້ນ
ຟູເຂດທີ່ໄດ້ຮັບຜົນກະທົບ ຈາກໄພທຳມະຊາດດັ່ງກ່າວ ໃນລະຫວ່າງກອງປະຊຸມຄະນະລັດ
ຖະບານ ຮ່ວມກັບບັນດາເຈົ້າແຂວງແລະເຈົ້າຄອງນະຄອນຫຼວງວຽງຈັນ ເມື່ອບໍ່ດົນຜ່ານມາ
ນີ້ ຊຶ່ງຈຳນວນດັ່ງກ່າວ ແມ່ນປະມານ 1 ສ່ວນ 4 ຂອງຄວາມເສຍຫາຍທັງໝົດ.
ຜູ້ຕາງໜ້າພິເສດ ຮັບຜິດຊອບໃນດ້ານຍຸດທະສາດນາໆຊາດ ເພື່ອຫຼຸດຜ່ອນຄວາມສ່ຽງຈາກ
ໄພພິບັດ ຂອງອົງການສະຫະປະຊາຊາດ ທ່ານນາງ Margareta Wahlstrom ກ່າວວ່າ
ຄວາມເສຍຫາຍທີ່ເພີ່ມທະວີຂຶ້ນຈາກໄພນໍ້າຖ້ວມ ແມ່ນບັນຫາທ້າທາຍທີ່ສຳຄັນຢູ່ໃນເຂດເອ
ເຊຍ.
ທ່ານນາງ Wahlstrom ເວົ້າວ່າ “ບັນຫາທ້າທາຍທີ່ໃຫຍ່ກວ່າ ສຳລັບຫຼາຍໆປະເທດ
ກໍຄື ທ່ານຈະຮັບມືແບບໃດກັບຄວາມເສຍຫາຍທາງດ້ານເສດຖະກິດ? ເປັນໄປໄດ້
ບໍ ທີ່ຈະປ່ຽນໂຄງລ່າງພື້ນຖານທາງດ້ານເສດຖະກິດຂອງປະເທດ? ທ່ານສາມາດ
ຍ້າຍເຂດອຸສາຫະກຳຂອງປະເທດ ໃຫ້ໄກອອກໄປຈາກບໍລິເວນແຄມຝັ່ງທະເລໄດ້
ບໍ ເພື່ອໃຫ້ມີຄວາມຫຼໍ່ແຫຼມຕໍ່ການໄດ້ຮັບຄວາມເສຍຫາຍນັ້ນໜ້ອຍລົງ? ສິ່ງເຫຼົ່ານີ້
ແມ່ນເປັນເລື່ອງສຳຄັນຫຼາຍ ທີ່ສົມຄວນຈະໄດ້ຮັບການແກ້ໄຂໃນລະດັບການເມືອງ
ຂັ້ນສູງສຸດເພື່ອປົກປ້ອງຄຸ້ມຄອງຄວາມກ້າວໜ້າຂອງປະເທດຊາດ.”
ລາຍງານສະບັບນຶ່ງຂອງອົງການ
ສະຫະປະຊາຊາດ ທີ່ອອກເມື່ອ
ໄວໆມານີ້ເວົ້າວ່າໄພພິບັດທຳມະ
ຊາດຊຶ່ງສ່ວນໃຫຍ່ ກໍແມ່ນແຜ່ນ
ດິນໄຫວແລະນໍ້າຖ້ວມ ໄດ້ສ້າງ
ຄວາມເສຍຫາຍຮ້າຍແຮງ ເປັນ
ປະຫວັດການ ເຖິງ 366 ພັນ
ລ້ານໂດລາແລະເຮັດໃຫ້ມີຜູ້ເສຍ
ຊີວິດອີກຫລາຍກວ່າ 29,700
ຄົນ ໃນປີກາຍນີ້.
ປະທານ ຕາໜ່າງອົງການຈັດຕັ້ງ
ພົນລະເຮືອນເພື່ອຫຼຸດຜ່ອນໄພພິ
ບັດທຳມະຊາດ ທ່ານ Marcus
Oxley ກ່າວວ່າ ການພັດທະນາ
ເສດຖະກິດແມ່ນໄດ້ເພີ່ມຕື່ມໃສ່ຄ່າເສຍຫາຍ ຈາກໄພພິບັດທຳມະຊາດ.
ທ່ານ Oxley ເວົ້າວ່າ “ຄວາມເສຍຫາຍໃນດ້ານຊັບສິນ ແທ້ຈິງແລ້ວ ແມ່ນໄດ້ເພີ່ມ
ຂຶ້ນຢ່າງຫຼວງຫຼາຍ. ການເສຍຊີວິດ ທີ່ເນື່ອງມາຈາກໄພນໍ້າຖ້ວມແລະລົມພາຍຸໄຊ
ໂຄລນທີ່ຈິງແລ້ວມີຈຳນວນຫຼຸດລົງແຕ່ການສູນເສຍທາງດ້ານເສດຖະກິດ ຄວາມ
ສູນເສຍທາງດ້ານການທໍາມາຫາກິນ ການສູນເສຍຕໍ່ເຮືອນຊານບ້ານຊ່ອງ ຕໍ່ຊັບ
ສິນຂອງພວກເຮົາ ຕໍ່ໂຄງລ່າງພື້ນຖານ ແທ້ຈິງແລ້ວ ແມ່ນມີເພີ່ມຂຶ້ນ.”
ນັບແຕ່ປີ 1998 ເປັນຕົ້ນມາ
ຈີນໄດ້ເພີ່ມການໃຊ້ຈ່າຍກ່ຽວ
ກັບລະບົບ ການຄຸ້ມຄອງນໍ້າ
ເພື່ອຫຼຸດຜ່ອນ ຜົນກະທົບ
ຈາກໄພນໍ້າຖ້ວມ. ແຕ່ການ
ເຕີບໂຕຢ່າງວ່ອງໄວຂອງຈີນ
ພ້ອມທັງການຂະຫຍາຍໂຕ
ຂອງເຂດເທສະບານເຮັດໃຫ້
ປະຊາຄົມຕ່າງໆໃນຈຳນວນ
ເພີ່ມຂຶ້ນ ມີຄວາມຫຼໍ່ແຫຼມຕໍ່
ການປະສົບກັບໄພນໍ້າຖ້ວມ.
ໃນໄລຍະສອງສາມປີຜ່ານມາ
ນີ້ຈີນໄດ້ສ້າງເຂື່ອນ 85,000
ເຂື່ອນ ຄູກັ້ນນໍ້າ ຍາວ 270
ພັນກິໂລແມັດ ແລະອ່າງເກັບ
ນໍ້າ 170,000 ແຫ່ງພ້ອມກັບປະຕູລະບາຍນໍ້າ 31,000 ບ່ອນເພື່ອຮັບມືໃຫ້ດີຂຶ້ນກວ່າເກົ່າ
ກັບການສ່ຽງຕໍ່ການເກີດໄພນໍ້າຖ້ວມ.
ທ່ານ Amit Jah ເລຂາທິການຮ່ວມອົງການຄຸ້ມຄອງໄພພິບັດແຫ່ງຊາດຂອງອິນເດຍກ່າວ
ວ່າ ລັດຖະບານຂອງປະເທດຕ່າງໆ ມີຄວາມຮັບຜິດຊອບເພີ່ມຂຶ້ນໃນການພັດທະນາລະບົບ
ຄຸ້ມຄອງຄວາມສ່ຽງຕໍ່ການເກີດໄພພິບັດໃນຖານະທີ່ເອເຊຍມີບົດບາດເປັນຜູ້ຂັບດັນການເຕີບ
ໂຕເສດຖະກິດຂອງໂລກ.
ທ່ານ Jah ເວົ້າວ່າ “ເອເຊຍເປັນກົນຈັກຂອງການເຕີບໂຕ. ໃນທຸກມື້ນີ້ການເຕີບໂຕ
ໃນໂລກ ແລະດັ່ງນັ້ນ ກິດຈະກຳຫຼາຍໆຢ່າງທີ່ພົວພັນກັບການເຕີບໂຕ ເຊັ່ນການ
ບໍລິໂພກທີ່ປະກົດໂຕຂຶ້ນມາໃໝ່ ການນຳໃຊ້ທີ່ດິນ ການກໍ່ສ້າງໂຄງລ່າງພື້ນຖານ
ແມ່ນພວມເກີດຂຶ້ນຢູ່ໃນປະເທດອິນເດຍ ຕະຫຼອດທັງໃນທົ່ວເຂດເອເຊຍ. ຂ້າພະ
ເຈົ້າສາມາດເວົ້າໄດ້ວ່າຢູ່ທີ່ອິນເດຍ ພວກເຮົາສ່ວນໃຫຍ່ແມ່ນໝົກໝຸ່ນຢູ່ກັບແນວ
ຄິດ ທີ່ຈະເຮັດໃຫ້ໂຄງລ່າງພື້ນ ຖານຂອງເຮົາໃນດ້ານປ້ອງກັນໄພພິບັດນັ້ນ ສາ
ມາດປັບໂຕໄດ້ ເພື່ອເຮັດໃຫ້ພວກເຮົາ ສາມາດຮັບມືໄດ້ດີຂຶ້ນເລື້ອຍໆ ກັບທຸກໆ
ໄພພິບັດທີ່ເກີດຂຶ້ນ.”
ທ່ານ Jah ກ່າວວ່າ ລັດຖະບານອິນເດຍໄດ້ເອົາວຽກງານການຫຼຸດຜ່ອນຄວາມສ່ຽງຕໍ່ໄພພິ
ບັດ ເຂົ້າໃນທຸກໆພະແນກການຂອງລັດຖະບານ ແລະເອົາໄປພົວພັນ ກັບການເຕີບໂຕຕະ
ຫຼອດທັງນຳເອົາພາກສ່ວນເອກະຊົນແລະສັງຄົມພົນລະເຮືອນເຂົ້າມາຮ່ວມນຳ.