ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກກຸ່ມຊ່ວຍເຫລືອ ຮຽກຮ້ອງໃຫ້ຊ່ວຍ ປົກປ້ອງເດັກນ້ອຍ ທີ່ຖືກກະທົບໂດຍໄພນໍ້າຖ້ວມ


ເດັກນ້ອຍຫລິ້ນນໍ້າ ຢູ່ຄອງແຫ່ງນຶ່ງທີ່ໄຫລຖ້ວມບ້ານ ໃນບາງກອກ ໂດຍບໍ່ຢ້ນໄພອັນຕະລາຍ, ວັນທີ 28 ຕຸລາ 2011.
ເດັກນ້ອຍຫລິ້ນນໍ້າ ຢູ່ຄອງແຫ່ງນຶ່ງທີ່ໄຫລຖ້ວມບ້ານ ໃນບາງກອກ ໂດຍບໍ່ຢ້ນໄພອັນຕະລາຍ, ວັນທີ 28 ຕຸລາ 2011.

ພວກກຸ່ມຊ່ວຍເຫລືອຕ່າງໆ ກໍາລັງຮຽກຮ້ອງໃຫ້ ປະຊາຄົມນາໆຊາດດໍາເນີນຄວາມພະຍາ ຍາມຫລາຍຂຶ້ນ ເພື່ອປົກປ້ອງພວກເດັກນ້ອຍ ທີ່ຖືກກະທົບ ໂດຍໄພນໍ້າຖ້ວມຢູ່ໃນຂົງເຂດ ເອເຊຍຕາເວັນອອກສຽງໃຕ້ນັ້ນ. ຜູ້ສື່ຂ່າວວີໂອເອ Ron Corben ລາຍງານມາຈາກບາງກອກ ຊຶ່ງດາຣາມີລາຍລະອຽດ ມາສະເໜີທ່ານ.

ອົງການສະຫະປະຊາຊາດກ່າວວ່າ ປະຊາຊົນຫລາຍກວ່າ 825 ຄົນ ໄດ້ເສຍຊີວິດ​ໄປ ຍ້ອນ
ໄພນໍ້າຖ້ວມ​ໃນທົ່ວຂົງເຂດເອເຊຍຕາເວັນອອກສຽງໃຕ້ ໂຮມທັງ ມຽນມາ ຟິລິບປິນ ແລະ
ສປປ ລາວ ຊຶ່ງ​ມີ​ປະຊາຊົນ​ເສຍ​ຊີວິດ​ໄປ 30 ຄົນ ຈາກ​ຈໍານວນຊາວລາວ​ທີ່​ໄດ້​ຮັບ​ຜົນ​ກະທົບ
ທັງ​ໝົດ 430,000 ຄົນ.

ທີ່ຫວຽດນາມ ໃນຈໍານວນ 43 ຄົນທີ່ເສຍຊີວິດ ​ເທົ່າ​ທີ່ມີລາຍງານມາ​ຮອດ ປັດຈຸບັນນີ້ 38
ຄົນແມ່ນ​ເປັນເດັກນ້ອຍ. ສ່ວນທີ່ປະເທດໄທ ມີລາຍງານຜູ້ເສຍຊີວິດ 377 ຄົນ ໃນນັ້ນ​ແມ່ນ
ເດັກນ້ອຍ 50 ຄົນ. ຫລາຍໆ​ຄົນມີອາຍຸ​ໃນ​ລະຫວ່າງ 2 ຫາ 8 ປີ.

ທ່ານ Jerry Velasquez ຜູ້ປະສານງານອາວຸໂສປະຈໍາຂົງເຂດ ຂອງ​ອົງ​ການຍຸດທະສາດ
ສາກົນ​ເພື່ອການລົດຜ່ອນຄວາມສ່ຽງຕໍ່ໄພພິບັດ ຂອງອົງການສະຫະປະຊາຊາດ ຫລື
UNISDR ກ່າວວ່າ ໄພນໍ້າຖ້ວມໄດ້ເອົາຊີວິດ​ເດັກນ້ອຍ​ໄປ​ຫລາຍ​ທີ່​ສຸດ ຢູ່ໃນຫວຽດນາມ
ກໍາປູເຈຍ ແລະໄທ.

ທ່ານ Velasquez ກ່າວວ່າ ພວກຄອບຄົວທັງຫລາຍແມ່ນຈະຕ້ອງພາກັນລະມັດລະວັງ
ແລະກໍາກັບສິ້ງ​ຊອມ​ເບິ່ງ​ລູກ​ເຕົ້າໃນລະຫວ່າງວິກິດການໄພນໍ້າຖ້ວມນີ້ ໃນຂະນະທີ່ພວກ
ປະຊາຊົນພາກັນຫລົບໜີຈາກເຂດນໍ້າຖ້ວມ ​ໃນ​ຄວາມຫວັງວ່າ ຈະໄປຊອກຫາອາຫານ
ການກິນແລະທີ່ຢູ່ອາໃສຫລົບ​ໄພນັ້ນ. ທ່ານ Velasquez ກ່າວ​ດັ່ງ​ນີ້:

“ສໍາລັບຄອບຄົວທີ່ມີສະມາຊິກຫລາຍຄົນ ຄືຖ້າ​ເຮົາມີລູກສອງຫລືສາມຄົນ ມັນກໍຈະ
ໃຊ້ເວລາພຽງສອງສາມນາທີເທົ່ານັ້ນ ເວລາເຮົາຟ້າວ ແລະລູກຜູ້ນຶ່ງຍັງຢູ່ລ້າຫລັງໝູ່ ແລະໃນທັນທີທີ່ເຮົາຫລຽວຄືນຫລັງ ໃນເວລາສອງສາມນາທີຕໍ່ມາ ເຮົາກໍອາດ​ຈະບໍ່
ເຫັນລູກຜູ້ນັ້ນແລ້ວ. ດັ່ງນັ້ນ ຜູ້ປົກຄອງຫລືພໍ່ແມ່ ຄວນລະມັດລະວັງ ແລະຕື່ນຕົວຢູ່
ສະເໝີ ແລະໃຫ້ແນ່ໃຈວ່າ ພໍ່ແມ່ຈະຕ້ອງກໍາກັບດູແລລູກໆຂອງພວກຕົນຢ່າງ​ໃກ້ຊິດ.”

ພວກພະນັກງານການຊ່ວຍເຫລືອກ່າວວ່າ ພວກເດັກນ້ອຍແມ່ນຈະສ່ຽງກັບອັນຕະລາຍ
ຕໍ່ສຸຂະພາບຕ່າງໆນາໆ ຈາກໄພນໍ້າຖ້ວມນັ້ນ. ນາງ Annie Bodmer-Roy ​ໂຄສົກຂອງ
ກຸ່ມຊ່ວຍເດັກນ້ອຍ ຫລື Save the Children ຂອງ​ອັງກິດ ໃນປະ​ເທດໄທ ເວົ້າ​ວ່າ:

“ຢູ່ທາງເໜືອຂອງບາງກອກ ພວກເຮົາຈະເຫັນພວກເດັກນ້ອຍພາກັນລອຍຫລິ້ນຢູ່
ໃນນໍ້າ ອາບນໍ້າ ຫລືຮອດພະຍາຍາມ​ຍ່າງ​ລຸຍ​ນໍ້າ ໄປຍັງພື້ນທີ່ສູງທີ່ນໍ້າບໍ່ຖ້ວມ ຊຶ່ງ
​ມັນ​ເປັນ​ການ​ສ່ຽງ​ຫລາຍ. ມັນ​ມີ​ຄວາມສ່ຽງຢ່າງ​ແທ້​ຈິງຕໍ່​ການ​ຕິດເຊື້ອໂຣຄາພະຍາດ
​ເຊ່ນໂຣກຜິວໜັງ ແລະຖອກທ້ອງ ທີ່ພວກເດັກນ້ອຍຖືກ​ເຜີຍ​ແບ​ໃສ່​ ບໍ່ແມ່ນຈາກນໍ້າ
ຖ້ວມ​ເທົ່ານັ້ນ ແຕ່ຈາກນໍ້າດື່ມທີ່ບໍ່ສະອາດນັ້ນນໍາ.”

ກະຊວງສາທາລະນະສຸກຂອງໄທກ່າວວ່າ ພວກ​ໄດ້​ຮັບ​ເຄາະຈາກນໍ້າຖ້ວມ ແມ່ນປະເຊີນກັບ
​ໄພ​ຂົ່ມຂູ່ຈາ​ກການຈົມນໍ້າຕາຍ ແລະຖືກໄຟຟ້າຊອດຕາຍ ຈາກສາຍໄຟທີ່ແຊ່ຢູ່ໃນນໍ້າ. ແຕ່
ທາງກະຊວງກ່າວຕື່ມວ່າ ນອກນີ້ແລ້ວ ພວກ​ເຂົາ​ເຈົ້າ​ຍັງອາດໄດ້ຮັບສານພິດຈາກພວກເຄມີ
ທີ່ເປັນພິດຈາກພວກໂຮງຈັກໂຮງງານ​ແລະໄຮ່ນາ​ຮົ້ວ​ສວນທີ່ຖືກນໍ້າຖ້ວມ ແລະສິ່ງເປີ​ະເປື້ອນ
ທີ່ລະບາຍອອກ​ມາຈາກບ້ານຢູ່ອາໃສ. ນອກນີ້ແລ້ວ ນໍ້າຖ້ວມຍັງຈະເພີ່ມ​ໂອກາດ ທີ່​ພາໃຫ້
ເກີດພະຍາດທີ່ມາຈາກຍຸງ ເຊັ່ນ ໂຣກໄຂ້ຍຸງ ໄຂ້ເລືອດອອກ ແລະໂຣກ​ໄຂ້ສະໝອງອັກເສບ
ຍີ່ປຸ່ນ.

ແນວໃດກໍດີ ທ່ານນາງ ຢິ່ງລັກ ຊິນນະວັດ ນາຍົກລັດຖະມົນຕີໄທກ່າວ ໃນຄໍາ​ປາ​ໃສ​ຕໍ່ສື່
ມວນຊົນປະຈໍາອາທິດເມື່ອວັນເສົາຜ່ານມານີ້ວ່າ ລະດັບນໍ້າຖ້ວມໄດ້ຖີບຂຶ້ນສູ່ຂີດສູງສຸດ
ແລ້ວ ແລະຈະເລິ່ມລົດລະດັບລົງ ໃນອາທິດນີ້.

XS
SM
MD
LG