ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເດັກນ້ອຍກໍາປູເຈຍ ອາໄສນໍ້ານົມຈາກງົວ ເພື່ອລ້ຽງຊີບ


ເດັກນ້ອຍຂະເໝນທີ່ດູດນົມຈາກງົວເພື່ອລ້ຽງຊີບ ຍ້ອນພໍ່ແມ່ບໍ່ຢູ່ ໄປຫາງານທໍາຢູ່ໄທ ແລະພໍ່ຕູ້ກໍທຸກຈົນ ບໍ່ມີເງິນ
ຊຶ້ນົມຝຸ່ນໃຫ້ຫລານກິນ.
ເດັກນ້ອຍຂະເໝນທີ່ດູດນົມຈາກງົວເພື່ອລ້ຽງຊີບ ຍ້ອນພໍ່ແມ່ບໍ່ຢູ່ ໄປຫາງານທໍາຢູ່ໄທ ແລະພໍ່ຕູ້ກໍທຸກຈົນ ບໍ່ມີເງິນ ຊຶ້ນົມຝຸ່ນໃຫ້ຫລານກິນ.

ທີ່​ກໍາປູ​ເຈຍ ​ເດັກນ້ອຍ​ອາຍຸ​ປີ​ປາຍ​ຄົນ​ນຶ່ງ ທີ່​ຖືກ​ພັດ​ພາກ​ຈາກ​ພໍ່​ແມ່​ຍ້ອນ​ໄພ​ນໍ້າ​ຖ້ວມ​ຢ່າງ
​ຂະໜານ​ໃຫຍ່​ຢູ່​ໃນ​ປະ​ເທດ​ນັ້ນ ຕ້ອງ​ໄດ້​ອາ​ໄສ​ລ້ຽງຊີບ​ດ້ວຍ​ນໍ້ານົມ​ຈາກ​ງົວ ​ເພາະວ່າ​ຜູ້​ທີ່
​ລ້ຽງ​ດູ​ທາລົກ​ຄົນ​ນັ້ນບໍ່​ມີ​ເງິນ​ ທີ່​ຈະ​ຊື້​ນົມ​ຝຸ່ນ​ມາ​ລ້ຽງ​ລາວ.

ຂ່າວ​ການ​ດີ້ນຮົນ​ຕໍ່ສູ້​ເພື່ອ​ຍັງ​ຊີບ​ຂອງ​ເດັກນ້ອຍ​ຄົນ​ນີ້​ ໄດ້​ປາກົດ​ອອກ​ມາ​ເທື່ອທໍາ​ອິດ​ໃນ
​ວັນ​ຈັນ​ວານ​ນີ້ ​ໃນ​ລາຍ​ງານ​ຂ່າວ​ຂອງ​ໂທລະພາບ​ລັດ​ຂອງ​ຈີນ​ຊ່ອງ​ນຶ່ງ ທີ່​ລາຍ​ງານ​ຈາກ
​ແຂວງ​ສຽ​ມຣຽບຂອງ​ກໍາປູ​ເຈຍ ທີ່​ເປັນ​ສ່ວນນຶ່ງ​ໃນ​ຫລາຍໆ​ເຂດ​ອັນ​ກ້ວາງ​ໃຫຍ່ຂອງ​ກໍາ
ປູ​ເຈຍ ທີ່​ຖືກ​ຄຸກ​ຄາມ​ຍ້ອນ​ໄພ​ນໍ້າ​ຖ້ວມ ມາ​ເປັນ​ເວລາ​ຫລາຍ​ເດືອນ ທີ່​ຮ້າຍ​ແຮງ​ທີ່ສຸດ​ໃນ
​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ​ໃນ​ຮອບ​ເຄິ່ງສັດຕະວັດ​. ຄວາມລໍາບາກ​ຍາກ​ແຄ້ນ​ຂອງ​ເດັກ
​ຄົນ​ນີ້​ໄດ້​ເລີ່​ມຕົ້ນ​ຂຶ້ນ ​ເວລາ​ຜູ້ເປັນ​ພໍ່​ແມ່​ໄດ້ພາກັນ​ໄປຊອກ​ວຽກ​ເຮັດ​ງານ​ທໍາ​ ຢູ່​ໃນ​ປະ​ເທດ
​ໄທ​ເພື່ອນ​ບ້ານ ​ແລະ​ປະ​ລູກ​ໄວ້ ​ໃຫ້​ພໍ່​ຕູ້​ລ້ຽງ ຊຶ່ງ​ຜູ້ກ່ຽວ​ກໍ​ທຸກ​ຍາກ​ເກີນ​ກ່ວາ​ທີ່​ຈະ​ມີ​ເງິນ
​ມາ​ຊຶ້ນົມ​ໃຫ້​ຫລານກິນ.

ພາບ​ໃນ​ລາຍ​ງານ​ຂ່າວ​ໂທລະພາບ​ສະ​ແດງ​ໃຫ້​ເຫັນ​ເດັກ​ຊາຍ​ ​ໄວ 20 ​ເດືອນ​ຄົນ​ນັ້ນ ຢືນ
​ດູດ​ນົມ​ຈາກ​ນົມງົວ​ໂຕ​ນຶ່ງ ຊຶ່ງ​ເດັກ​ຄົງ​ໄດ້​ເຫັນ​ງົວ​ນ້ອຍ​ເຮັດ​ແບບ​ນັ້ນ ຈຶ່ງ​ເຮັດ​ຕາມ.

ພໍ່​ຕູ້​ຂອງ​ເດັກ​ກ່າວ​ວ່າ ຫລານ​ຂອງ​ລາວ​ໄດ້​ເລີ່​ມດູດ​ນົມງົວ​ມາ​ໄດ້​ສອງ​ເດືອນ​ແລ້ວ ​ແລະ​ກໍ​
ຍັງ​ດູດ​ຢູ່​ຕໍ່​ໄປ​ເວລາ​ທີ່​ຢາກ​ກິນ​ນົມ​ຂຶ້ນ​ມາ ​ເຖິງ​ແມ່ນ​ວ່າງົວ​ໂຕ​ນັ້ນ​ໄດ້​ເຈັບເປັນ​ເມື່ອ​ບໍ່​ນານ
ມາ​ນີ້. ພໍ່​ຕູ້​ເວົ້າ​ວ່າ ລາວ​ຫວັງ​ວ່າ​ລູກ​ຊາຍກັບ​ລູກໄພ້ຂອງ​ລາວ ທີ່ເປັນ​ພໍ່​ແມ່​ຂອງ​ເດັກ ຈະ
​ສາມາດ​ກັບຄືນ​ເມືອ​ບ້ານ ໄດ້ໄວທີ່​ສຸດ​ເທົ່າ​ທີ່​ຈະ​ໄວ​ໄດ້ ​ເພື່ອ​ລ້ຽງ​ລູກຂອງ​ຕົນ.

XS
SM
MD
LG