ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຊາວບາງກອກ ຍົກຍ້າຍອອກ ຈາກ 6 ເຂດ ທີ່ຄາດວ່າ ຈະຖືກນໍ້າຖ້ວມ (ເບິ່ງວີດີໂອ-ສະໄລດ໌)


ຮ້ານ McDonald ໃນເຂດດອນເມືອງ
ຮ້ານ McDonald ໃນເຂດດອນເມືອງ

ຄລິກບ່ອນຮູບຫລືບ່ອນລູກສອນ ເພື່ອເບິ່ງສະໄລດ໌ແລະຟັງລາຍງານຂອງ Daniel Schearf:

ປະຊາຊົນ​ໃນ 6 ​ເຂດ​ຂອງ​ບາງກອກ​ ​ໄດ້​ພາກັນຍົກຍ້າຍ​ໄປ​ຢູ່​ໃນ​ພື້ນ​ທີ່ ​ສູງ​ໆ ຫລັງ​ຈາກ​
ພວກ​ເຈົ້າ​ໜ້າ​ທີ່​ໃນນະຄອນຫລວງຂອງ​ໄທ ​ເຕືອນ​ວ່າ ​ນໍ້າ​ຈະ​ຖ້ວມ​ເຂດ​ຂອງ​ພວກ​ເຂົາ​ເຈົ້າ​
ໃນ​ໄວໆ​ນີ້.

ຜູ້​ວ່າການ​ບາງກອກ​ກ່າວ​ໃນແລງ​ວັນ​ອາທິດ​ວານ​ນີ້​ວ່າ ພວກຊາວ​ເມືອງ ທີ່​ຊະລາ​ພາບ
ແລະພິການ​ອ່ອນ​ແອ​ໃນ​ເຂດ​ເຫລົ່າ​ນັ້ນ ຄວນ​ຈະ​ພາກັນ​ຍ້າຍ​ໄປ​ຢູ່​ບ່ອນ​ຫລົບ​ໄພ​ສຸກ​ເສີນ ​
ໃນ​ຂະນະ​ທີ່​ພວກ​ອື່ນໆ​ກໍ​ຄວນ​ພາກັນຂົນ​ຍ້າຍ​ເຄື່ອງ​ຂອງ​ຂອງ​ຕົນໄປ​ຍັງ​ພື້ນ​ທີ່​ສູງໆ. ​
ເຊົ້າ​ວັນ​ຈັນ​ມື້​ນີ້ ນໍ້າ​ໄດ້​ໄຫລ​ເຂົ້າ​ຖ້ວມ​ຖະໜົນ​ຫົນທາງ ຢູ່ອ້ອມແອ້ມສະໜາມ​ບິນເກົ່າ​
ດອນ​ເມືອງ ​ແລະສູນປະຕິບັດ​ງານ​ບັນ​ເທົາ​ແຫ່ງ​ນຶ່ງໃນ​ເຂດ​ນັ້ນ​ແລ້ວ.

ອາສາ​ສະມັກ​ຄົນ​ນຶ່ງ​ທີ່​ສູນ​ແຫ່ງ​ນັ້ນ​ເວົ້າ​ວ່າ ນໍ້າ​ໄດ້ສູງ​ຂຶ້ນ​ຢ່າງ​ໄວ​ໃນ​ຄືນ​ຜ່ານ​ມາ ​ແລະ​
ເວລາ​ນີ້​ແມ່ນ​ສູງ​ປະມານ 60 ຊັງ​ຕີ​ແມັດ​ແລ້ວ.

ພວກ​ສວນ​ທຸລະ​ກິດ ທີ່​ເປັນບ່ອນ​ຕັ້ງ​ຂອງຫລາຍ​ຮ້ອຍ​ບໍລິສັດ​ໃນ​ເຂດ​ຊານ​ເມືອງ​ກໍ້າ​ເໜືອ​
ຂອງ​ນະຄອນຫລວງ​ຂອງ​ໄທ​ນັ້ນ ​ແມ່ນ​ໄດ້​ຖືກ​ນໍ້າ​ຖ້ວມ​ສູງ​ຮອດ 3 ​ແມັດ ມາ​ຕັ້ງ​ແຕ່​ອາທິດ​
ແລ້ວ​ນີ້ ​ແລະ​ພວກ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ຄົງ​ຈະ​ອີກ​ຫລາຍ​ອາທິດ​ ກ່ວາ​ນໍ້າ​ຈະ​ລົດ​ລົງ.

ໝາຍເຫດ: ຂ່າວນີ້ ບໍ່ມີບັນທຶກສຽງ ເພາະວ່າບໍ່ໄດ້ອ່ານອອກອາກາດ ຍ້ອນເວລາບໍ່ພໍ.

XS
SM
MD
LG