ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນາຍົກໄທຮຽກຮ້ອງໃຫ້ກຸ່ມ ການເມືອງຮ່ວມສາມັກຄີກັນ ຕ້ານນໍ້າຖ້ວມ (ເບິ່ງສະໄລດ໌)


ພະອົງນຶ່ງກໍາລັງເບິ່ງຖ້ວມໄຫລເຂົ້າວັດ Sai Mai ໃນກໍ້າເໜືອບາງກອກ, ໄທ.
ວັນທີ 19 ຕຸລາ 2011D
ພະອົງນຶ່ງກໍາລັງເບິ່ງຖ້ວມໄຫລເຂົ້າວັດ Sai Mai ໃນກໍ້າເໜືອບາງກອກ, ໄທ. ວັນທີ 19 ຕຸລາ 2011D

ນາຍົກລັດຖະມົນຕີ​ໄທ ທ່ານ​ນາງ​ຍິ້ງລັກ ຊິນນະ​ວັດ​ຮຽກຮ້ອງ​ໃຫ້​ພວກ ກຸ່ມການ​ເມືອງ​ທຸກ​ພັກ​ຝ່າຍ​ຈົ່ງ​ຮ່ວມ​ສາມັກ​ຄີ​ກັນ ຂະນະ​ທີ່​ພວກ​ທະຫານ​ແລະ​ພະນັກງານສູ້​ຊົນ​ສ້າງ​ຄູ​ກັນ​ນໍ້າ​ຖ້ວມ​ເພື່ອ​ປົກ​ປ້ອງ​ບາງກອກ​ຈາກ​ໄພ ນໍ້າ​ຖ້ວມທີ່​ຮ້າຍ​ແຮງ​ຂຶ້ນ​ນັບ​ມື້​ນັ້ນ.

ພວກ​ທະຫານ​ແລະ​ອາສາສະມັກ​ຫລາຍ​ຮ້ອຍ​ຄົນພາກັນ​ກອງ​ຖົງ​ຂີ້​ຊາຍ​ຂຶ້ນ​ເປັນຄູ​ກັນ​ນໍ້າ​ເພື່ອ
ປົກ​ປ້ອງ​ພວກ​ສູນ​ອຸດສາຫະກໍາ​ແລະ​ບ້ານ​ເຮືອນ​ຕ່າງໆ​ໃນ​ກໍ້າ​ເໜືອ​ຂອງ​ນະຄອນຫລວງ​ບາງ
ກອກ​ໃນ​ວັນ​ພຸດ​ມື້​ນີ້. ຄຳ ເຕືອນຂອງລັດຖະບານ​ໄດ້​ບົ່ງ​ຊື່​ຫລາຍ​ໆເຂດ​ທີ່​ອາດ​ສາມາດ​ຖືກ
ນໍ້າຖ້ວມ​ໄດ້​ຍ້ອນ​ຄວາມສະ​ລັບ​ຊັບຊ້ອນ​ຕ່າງໆ​ໃນ​ການ​ສ້າງ​ຄູ​ກັນ​ນໍ້າ​ນັ້ນ.

ນາຍຮ້ອຍ​ໂທ​ທະຫານ​ຄົນ​ນຶ່ງ​ກ່າວ​ເຕືອນ​ວ່າ ອ່າງ​ບຳບັດ​ນໍ້າໂສ​ໂຄກຢູ່​ໃນ​ເຂດ​ນຶ່ງ​ກໍາລັງ​ປະ
ເຊີນກັບ​ໄພ​ອັນຕະລາຍ.

ນາຍຮ້ອຍ​ໂທ​ທະຫານ​ທ່ານ​ນີ້​ກ່າວ​ຕໍ່​ໄປວ່າ ​ຖ້າອ່າງ​ເກັບ​ນໍ້າ​ໂສ​ໂຄກແຫ່ງນີ້ຖືກ​ນໍ້າ​ຖ້ວມ
ພວກ​ນໍ້າ​ເນົ່າ​ນໍ້າ​ເໝັນ​ກໍ​ຈະໄຫລ​ເຂົ້າ​ສູ່​ພວກ​ໂຮງຈັກ​ໂຮງງານ​ແຫ່ງ​ຕ່າງໆ.

ທ່ານ​ນາງ​ຍິ້ງລັກ​ໄດ້​ຂີ່​ເຮືອບິນ​ເຮ​ລີ​ຄອບ​ເຕີ້ໄປ​ສໍາຫລວດ​ເບິ່ງ​ຂົງ​ເຂດ​ຕ່າງໆ​ທີ່​ປະ​ສົບກັບ​ໄພ
ນໍ້າຖ້ວມ​ໃນ​ວັນ​ພຸດ​ມື້​ນີ້ ​ແລະ​ຫລັງ​ຈາກ​ນັ້ນ​ທ່ານນາງ​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ ທ່ານ​ນາງ​ບໍ່​
ສາມາດ​ຮັບ​ມື​ກັບ​ວິ​ກິດ​ການ​ນີ້ໄດ້​ໂດຍ​ລໍາພັງ. ທ່ານ​ນາງ​ໄດ້​ຮຽກຮ້ອງ​ໃຫ້​ພວກ​ພັກ​ການ​ເມືອງ
ຝ່າຍ​ຄ້ານ​ຕ່າງໆ​ໃຫ້​ເອົາ​ການ​ເມືອງ​ໄວ້​ຕ່າງຫາກ ​ແລະ​ໃຫ້​ຮ່ວມ​ໄມ້​ຮ່ວມ​ມື​ກັນກັບ​ລັດຖະບານ
ຂອງ​ທ່ານ​ນາງ​ເພື່ອ​ຟື້ນ​ຟູ​ຈິດ​ໃຈ​ຂອງ​ປະຊາຊົນ​ກັບ​ຄືນ​ມາ.

XS
SM
MD
LG