ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະຫານແລະລັດຖະກອນໄທ ຊ່ອຍກັນປ້ານ ຄູກັນນໍ້າຖ້ວມ ທີ່ບາງກອກ (ເບິ່ງວີດີໂອກັບສະໄລດ໌)


ພວກອາສາຊ່ອຍບັນເທົາທຸກອຸທົກກະໄພຈຸນຶ່ງທີ່ບາງກອກ.
ວັນທີ 18 ຕຸລາ 2011.
ພວກອາສາຊ່ອຍບັນເທົາທຸກອຸທົກກະໄພຈຸນຶ່ງທີ່ບາງກອກ. ວັນທີ 18 ຕຸລາ 2011.

ພວກ​ທະຫານ​ແລະ​ພວກ​ຂ້າ​ລາດຊະ​ການ​ໄທ​ທີ່​ບາງກອກ​ກໍາລັງ​ດຳເນີນການຢ່າງຂຸ້ນ
ຂ້ຽວເພື່ອ​ປ້ອງ​ກັນ​ໄພ​ນໍ້າ​ຖ້ວມ​ໂດຍການເສີມຄູກັ້ນນໍ້າທາງ​ກໍ້າເໜືອ​ຂອງ​ນະຄອນ
ຫລວງ​ບາງກອກ ດ້ວຍ​ຖົງ​ຂີ້​ຊາຍ​ຫລາຍ​ກວ່າ 1 ລ້ານ​ຖົງ​.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ໃນ​ເຊົ້າ​ວັນ​ຈັນ​ວານ​ນີ້​ວ່າ ​ໄພ​ຄຸກ​ຄາມ​ນໍ້າ​ຖ້ວມ​ທີ່ຈະ​ໄຫລ​ເຂົ້າ
ໂຕ​ເມືອງ​ນັ້ນ​ໄດ້​ຜ່ານ​ພົ້ນ​ໄປ​ແລ້​ວ ​ແຕ່​ທາງ​ການ​ໄທ​ໄດ້​ພົບ​ເຫັນ​ຈຸດ​ອ່ອນໃໝ່​ໃນ​ການ
ປ້ານ​ຄູ​ກັ້ນ​ນໍ້າ​ໃນ​ພາກ​ເໜືອ​ຂອງ​ນະຄອນຫລວງ ບ່ອນ​ທີ່​ສູນ​ອຸດສາຫະກໍາ​ແຫ່ງ​ນຶ່ງ
ໄດ້​ຖືກ​ນໍ້າ​ຖ້ວມ​ໃນ​ວັນ​ຈັນ​ວານນີ້. ພວກ​ເຈົ້າ​ໜ້າທີ່​ເຫລົ່າ​ນີ້​ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ມີ
ເວລາ​ຮອດ​ຕອນ​ແລງວັນ​ພຸດ​ມື້​ອື່ນ​ນີ້ ​ເພື່ອ​ສ້າງ​ຄູ​ກັ້ນ​ນໍ້າ​ນັ້ນ.

ໄພ​ນໍ້າຖ້ວມ​ຍັງໄດ້​ສ້າງ​ຄວາມ​ເດືອດຮ້ອນ​ໃຫ້​ປະຊາຊົນ​ຫລາຍ​ລ້ານ​ຄົນເຊ່ນ​ກັນ​ໃນ​
ກໍາປູ​ເຈຍ ສປປ ລາວ ​ແລະ​ຫວຽດນາມ. ປະຊາຊົນ​ຈໍານວນ​ຫລາຍ​ກວ່າ 300 ຄົນ
ເສຍ​ຊີວິດ​ທີ່​ໄທ ບ່ອນ​ທີ່ມີ​ການ​ບັນ​ລະ​ຍາຍ​ກັນ​ວ່າ ເປັນ​ໄພ​ນໍ້າ​ຖ້ວມ​ຄັ້ງ​ຮ້າຍ​ແຮງ​ທີ່
ສຸດ​ໃນ​ປະວັດ​ສາດ​ໃນ​ຮອບ 50 ປີຜ່ານມາ. ​ໃນ​ວັນ​ອັງຄານ​ມື້​ນີ້ ຫວຽດນາມ​ກ່າວ​ວ່າ
ຈໍານວນ​ຄົນເສຍ​ຊີວິດ​ໄດ້​ເພີ່ມ​ຂຶ້ນ​ເປັນ 55 ຄົນ​ແລ້ວ.

ບັນດາ​ເຈົ້າ​ໜ້າ​ທີ່​ລັດຖະບານ​ໄທ​ໃນເຂດ​ແນວ​ໜ້າ​ທາງກໍ້າ​ເໜືອ​ຂອງ​ບາງ ກອກ​ໃນ​
ວັນ​ອັງຄານ​ມື້​ນີ້ຮຽກຮ້ອງ​ໃຫ້​ພວກ​ທະຫານ​ແລະ​ຂ້າ​ລາດຊະ​ການດຳເນີນຄວາມພະ
ຍາຍາມ​ຂອງ​ເຂົາ​ເຈົ້າ​ເພີ່ມຕື່ມໃນການຮັບມືກັບໄພນໍ້າຖ້ວມນັ້ນ.

XS
SM
MD
LG