ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ໄພນໍ້າຖ້ວມອາດສ້າງ ຄວາມເສຍຫາຍໃຫ້ໄທ ຫລາຍກ່ວາ 5000 ລ້ານໂດລາ (ເບິ່ງວີດີໂອກັບຮູບສະໄລດ໌))


ພວກຄົນງານໄທພາກັນຍົກຍ້າຍອອກຈາກເຂດອຸດສາຫະກໍານາວະນະຄອນ ທີ່ຖືກນໍ້າຖ້ວມໃນຈັງຫວັດປະທຸມທານີ, ນອກນະຄອນຫລວງບາງກອກ, ວັນທີ 17 ຕຸລາ 2011.
ພວກຄົນງານໄທພາກັນຍົກຍ້າຍອອກຈາກເຂດອຸດສາຫະກໍານາວະນະຄອນ ທີ່ຖືກນໍ້າຖ້ວມໃນຈັງຫວັດປະທຸມທານີ, ນອກນະຄອນຫລວງບາງກອກ, ວັນທີ 17 ຕຸລາ 2011.

ນໍ້າທີ່ໄຫລຖ້ວມພາກກາງຂອງໄທ ໄດ້ຖ້ວມສວນອຸດສາຫະກໍາແລະສູນກາງການຜະລິດ ຫລາຍໆແຫ່ງ ເຮັດໃຫ້ຜົນເສຍຫາຍທາງເສດຖະກິດຈາກໄພພິບັດທໍາມະຊາດດັ່ງກ່າວ ທີ່ສູງ ຂຶ້ນນັບມື້ນັ້ນ ແຮ່ງທະວີຄູນຂຶ້ນອີກ. ຜູ້ສື່ຂ່າວວີໂອເອ ຣອນ ຄໍຣ໌ເບິນ ລາຍງານມາຈາກ ບາງກອກວ່າ ທາງກໍາປູເຈຍ ຫວຽດນາມ ແລະ ລາວນັ້ນ ກໍຍັງສືບຕໍ່ເກັບກໍາຄວາມເສຍຫາຍ ຈາກນໍ້າຖ້ວມຢ່າງໜັກ ທີ່ໄດ້ເອົາຊີວິດໄປແລ້ວຫລາຍຮ້ອຍຄົນນັ້ນເຊ່ນກັນ. ດາຣາມີເລື່ອງນີ້ ມາສະເໜີທ່ານ.

ຟັງລາຍງານ:

ພວກ​ນັກ​ເສດຖະສາດພາກັນ​ຢ້ານວ່າ ​ໄພ​ນໍ້າ​ຖ້ວມ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ໃນ​ປະ​ເທດ​ໄທ ​ໃນ​ຮອບ​ຫລາຍ​ສິບ​ປີ ອາດ​ສ້າງ​ຜົນ​ເສຍ​ຫາຍ​ໃຫ້​ແກ່​ປະ​ເທດ ​ຄິດ​ເປັນ​ມູນ​ຄ່າຫລາຍກ່ວາ 5000 ​ລ້ານ​ໂດ​ລາກໍ​ໄດ້ ​ແລະ​ພ້ອມ​ດຽວ​ກັນ​ກໍຈະ​ເຮັດ​ໃຫ້​ຜົນ​ຜະລິດ​ຮວມພາຍ​ໃນ​ປະ​ເທດ ຕົກ​ຕໍ່າລົງ​ປະມານ​ນຶ່ງ​ເປີ​ເຊັນ.

ຄວາມ​ເສຍ​ຫາຍ​ທາງ​ເສດຖະກິດ​ນັ້ນແມ່ນຮູ້ສຶກ​ກັນ​ແລ້ວ ຢູ່​ໃນເຂດ​ສູນ​ກາງອຸດສາຫະກໍາ
ຂອງ​ປະ​ເທດ ບ່ອນ​ທີ່ໄພ​ນໍ້າ​ຖ້ວມ​ໄດ້​ເພພັງ​ກໍາແພງ​ອອ້ມບໍລິ​ເວນ​ໂຮງ​ຈັກ​ໂຮງງານ​ຂອງ
ອຸດສາຫະກໍາ​ລາຍ​ໃຫຍ່ໆ. ຜົນ​ເສຍ​ຫາຍ​ໄດ້​ປິດ​ໂຮງງານປະກອບລົດຍົນ ຍີ່​ຫໍ້ຮອນ​ດາ
ແລະ​ໂຕ​ໂຢຕາ ທີ່ຜົນ​ຜະລິດ​ຢູ່​ໂຮງ​ງານ​ທີ່​ປະ​ເທດ​ໄທ​ນີ້ ແມ່ນປະກອບ​ປະມານ​ເ​ຈັດ​ເປີ​ເຊັນ
ຂອງ​ຜົນຜະລິດ​ຮວມກັນ​ຂອງ​ພວກ​ເຂົາ​ເຈົ້າ ​ໃນ​ທົ່ວ​ໂລກ. ຮວມກັນ​ແລ້ວ ສູນ​ກາງ​ອຸດສາ
ຫະກໍາ​ຕ່າງໆ​ຂອງ​ໄທ ແມ່ນ​ຜະລິດ​ເກືອບ​ເຄິ່ງນຶ່ງ​ຂອງ​ຜົນ​ຜະລິດ​ແຫ່ງ​ຊາດ​ຂອງໄທ.

ນໍ້າຖ້ວມທີ່ເມືອງ Calumpit, ແຂວງ Bulacan, ທາງທິດເໜືອຂອງນະຄອນ ຫລວງມະນີລາ, ປະເທດຟີລິບປີນ, ວັນທີ 2 ຕຸລາ 2011.
ນໍ້າຖ້ວມທີ່ເມືອງ Calumpit, ແຂວງ Bulacan, ທາງທິດເໜືອຂອງນະຄອນ ຫລວງມະນີລາ, ປະເທດຟີລິບປີນ, ວັນທີ 2 ຕຸລາ 2011.

ທ່ານ ພິຈິດ ຣັດຕະກຸນ ຜູ້​ອໍານວຍ​ການ​
ສູນ​ກາງ​ການກຽມ​ພ້ອມ​ຮັບ​ມື​ກັບ​ໄພພິບັດ
ເອ​ເຊຍ ກ່າວ​ວ່າ ​ໄພນໍ້າ​ຖ້ວມ​ອາດ​ຕ້ອງ​
ໃຊ້​ເວລາ​ເກືອບ​ເຖິງ​ສອງ​ເດືອນ​ ກ່ອນ​ທີ່
ມັນ​ຈະ​ເບົາບາງ​ເຫືອດ​ແຫ້ງ​ໄປ ໂດຍ​ທີ່
ເວລາ​ນີ້ ແມ່ນຍັງມີນໍ້າ​ອັ່ງ​ຖ້ວມ​ຢູ່​ຫລາຍ ​
ໃນ​ເຂດ​ນອກ​ບາງກອກປາລິ​ມົນທົນ​ນັ້ນ
ເຖິງ​ແມ່ນ​ທາງ​ການ​ໄທ​ໄດ້​ອອກ​ມາ​ຖະ
ແຫລ​ງ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ລະດັບ​ນໍ້າ
ໄດ້​ລົດ​ລົງ​ແດ່​ແລ້ວ ​ແລະ​ກໍ​ຄົງ​ຈະ​ບໍ່​ຖ້ວມ​
ບາງກອກ. ທ່ານ​ພິຈິດ​ກ່າວ​ວ່າ:

“ມັນ​ຈະ​ບໍ່​ແຫ້ງລົງ​ຢ່າງ​ງ່າຍໆ ຢ່າງ​
ໜ້ອຍ​ກໍອີກ 50 ມື້ພຸ້ນ​ແຫລະ ​ເພາະ​
ປະລິມານນໍ້າ​ຍັງ​ສູງ​ຢູ່ ໃນເຂດ​ພາກ​
ເໜືອ ຄື​ມັນ​ຍັງ​ບໍ່​ຮອດ​ບາງກອກ​ເທື່ອ.
ຂ້າພະ​ເຈົ້າໝາ​ຍ​ເຖິງ​ວ່າ ທີ່​ອະ​ຢຸດ​ທະ​ຢານັ້ນ ເຮົາ​ຍັງ​ບໍ່​ເຫັນ​ໜ້າດິນ​ຈັກ​ບ່ອນເລີຍ​
ໃນ​ປັດຈຸບັນ​ນີ້ ​ຫລຽວ​ໄປ​ທາງ​ໃດ​ກໍເຫັນ​ແຕ່​ນໍ້າ. ທຸກ​ສິ່ງ​ຢ່າງ​ຖືກ​ນໍ້າຖ້ວມ​ໝົດ. ປະລິ
ມານ​ນໍ້າ​ສ່ວນ​ໃຫຍ່​ຍັງ​ຢູ່​ເຂດ​ນະຄອນ​ສະຫວັນ. ດັ່ງ​ນັ້ນ​ເຮົາກໍ​ຕ້ອງ​ໄດ້​ໃຊ້​ເວລາ​ພໍ​ສົມ
ຄວນ​ ກວ່າ​ຈະ​ເປັ່ງ​ນໍ້າ​ອອກ​ໝົດໄດ້.”

ພວກ​ເຈົ້າໜ້າ​ທີ່​ກະຊວງ​ອຸດສາ​ຫະກໍາ​ຂອງ​ໄທ​ກ່າວ​ວ່າ ອາດ​ມີພວກ​ນິຄົມອຸດສາຫະກໍາແລະ​ສວນ​ອຸດສາຫະກໍາ ຫລາຍ​ຮອດ 8 ​ແຫ່ງ ທີ່​ວ່າ​ຈ້າງ​ຄົນ​ງານທີ່​ມີ​ປະສົບ​ການ​ສູງ ​ຫລາຍ​ກວ່າ 200,000 ຄົນ ຖືກ​ນໍ້າ​ຖ້ວມ.

ພວກ​ນັກ​ເສດຖະສາດ​ເຕືອນ​ວ່າ ອັດຕາ​ການ​ເຕີບ​ໂຕຂອງເສດຖະກິດ​ໄທ​ແມ່ນ​ຈະໄດ້​ຮັບ​ຜົນ ກະທົບ ​ໂດຍ​ສະ​ເພາະ​ໃນ​ໄຕ​ຣມາດ​ທີ່​ສີ່​ຂອງ​ປີ​ 2011 ນີ້. ທ່ານ​ນາງ ຖະ​ໜອມສີ ຟອງ​ອາຣຸນຣຸ່ງ ນັກ​ເສດຖະສາດ​ອາວຸ​ໂສ​ ທີ່ ບໍລິສັດ​ຫລັກ​ຊັບ ພັດ​ທຣາ ກ່າວ​ວ່າ ຜົນ​ກະທົບຕໍ່​ການ​ຜະລິດດ້ານ​ອຸດສາ ຫະກໍານັ້ນ​ ແມ່ນ​ຄວາມ​ເປັນ​ຫ່ວງ​ອັນ​ສໍາຄັນ ສໍາລັບ​ແນວ​ໂນ້ມຂອງ​ເສດຖະ ກິດ​ໃນອະ​ນາ​ຄົດ​. ທ່ານ​ນາງ ຖະ​ໜອມສີ ​ເວົ້າວ່າ:

“ຄວາມ​ເປັນ​ຫ່ວງ​ຂອງ​ພວກ​ເຮົາ​ນັ້ນ ກໍ​ແມ່ນ​ເຂດ​ສໍາຄັນ​ຢູ່​ໃນ​ພາກ​ກາງຂອງ​ໄທ ຊຶ່ງສ່ວນ​ໃຫຍ່ເປັນ​ເຂດຜະລິດ​ລົດຍົນ ​ເຄຶ່ອງ​ໄຟຟ້າ ທີ່​ບັດ​ນີ້ໄດ້​ຖືກ​ນໍ້າ​ຖ້ວມ​ແລ້ວ ​ແລະ​ໄພ​ຂົ່ມຂູ່​ສໍາຄັນ​ນັ້ນ​ ກໍ​ຄື​ນໍ້າ​ຈະ​ຖ້ວມມາ​ຮອດບາງກອກ.”

ຜົນ​ເສຍ​ຫາຍ​ຈາກ​ນໍ້າ​ຖ້ວມ​ໃນ​ພາກ​ພື້ນເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ນັ້ນ ມາ​ຮອດປັດຈຸບັນ​ນີ້​ ສ່ວນ​ໃຫຍ່​ແລ້ວ​ແມ່ນ​ຢູ່​ໃນ​ເຂດ​ຊົນນະບົດ ​ແລະ​ເຂດ​ການ​ກະ​ເສດ.

ນໍ້າຖ້ວມຄຸ້ມສະລໍາແຫ່ງນຶ່ງ ໃນກໍາປູເຈຍ, ວັນທີ 6 ຕຸລາ 2011.
ນໍ້າຖ້ວມຄຸ້ມສະລໍາແຫ່ງນຶ່ງ ໃນກໍາປູເຈຍ, ວັນທີ 6 ຕຸລາ 2011.

ຫ້ອງການປະສານ​ງານ​ກິດຈະ​ກໍາ​ມະນຸດສະ​ທໍາ​ຂອງ​ອົງການ​ສະຫະ​ປະຊາ ຊາດ ຫລື UNOCHA ກ່າວ​ວ່າ ​ໄພ​ນໍ້າ​ຖ້ວມ​ໃນ​ທົ່ວ​ປະ​ເທດ​ຕ່າງ​ໆ​ທີ່​ຕັ້ງ​ຢູ່ຕາມແນວ​ແມ່​ນໍ້າຂອງ ​ກໍ​ຄື ​ໄທ ກໍາປູ​ເຈຍ ຫວຽດນາມ ​ແລະ​ ສປປ ລາວ ​ນັ້ນ ໄດ້ຍັງ​ຜົນ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ໄປ​ແລ້ວ 550 ກວ່າ​ຄົນ. ທີ່​ກໍາປູເຈຍນັ້ນ ຄວາມ​ພະຍາຍາມເພື່ອສະໜອງ​ການຊ່ວຍ​ເຫລືອ​ແກ່ພວກປະຊາ​ຄົມ​ທີ່​ຖືກ​ນໍ້າ​ຖ້ວມ ​ແມ່ນໄດ້​ຮັບ​ການຖ່ວງ​ດຶງແລະ​ຫຍຸ້ງຍາກ​ເພິ່ມຂຶ້ນ ຍ້ອນ​ລະດັບ​ນໍ້າ​ຖ້ວມສູງ ​ແລະ​ສະພາບຖະໜົນ​ຫົນທາງ​ທີ່ເປັນອັນ​ຕະຫລາຍ​.

ທ່ານ ພີ​ເຕີ້ ບຣິມ​ເບິ​ລ (Peter Brimble) ນັກ​ເສດຖະສາດ​ອາວຸ​ໂສ​ແຫ່ງ​ທະນາຄານ​ພັດທະນາເອ​ເຊຍ ຫລື ​ເອດີ​ບີ ທີ່ນະຄອນຫລວງ​ພະນົມ​ເປັນ ກ່າວ​ວ່າ ຜົນ​ເສຍ​ຫາຍ​ແມ່ນ​ສ້າງ​ຄວາມຫາ​ຍະ​ນະໃຫ້ແກ່​ພວກປະຊາ​ຄົມທີ່​ທຸກ​ຍາກ​ກວ່າ ທີ່​ໄດ້​ພະຍາຍາມສ້າງສາ​ໂຄງ​ລ່າງ​ພື້ນຖານ​ໃນ​ເຂດ​ທ້ອງ​ຖິ່ນ​ໂດຍອາ​ໄສ​ງົບປະມານ​ຂອງ​ຫລວງ​ນັ້ນ. ທ່ານ​ບຣິມ​ເບິ​ລ ກ່າວ​ວ່າ:

“ພວກ​ປະ​ຊາ​ຄົມ​ທີ່​ທຸກ​ຈົນເຫລົ່ານີ້ ​ໄດ້ພາກັນ​ໃຊ້​ເງິນ​ຈໍານວນ​ນ້ອຍໆ ຄື​ປະມານ ສິບ​ພັນ ຫາ ຊາວ​ພັນ​ໂດ​ລາ ຕໍ່​ປີ ​ເພື່ອ​ສ້າງສາ​ຖະໜົນ​ຫົນທາງ ​ແລະ​ສິ່ງ​ຕ່າງໆ​ໄປເທື່ອ​ລະ​ເລັກ​ລະ​ນ້ອຍ ຢູ່​ອ້ອມ​ແອ້ມ​ໝູ່​ບ້ານ​ແລະ​ປະຊາ​ຄົມຂອງ​ພວກ​ເຂົາ​ເຈົ້າ ​ແລະ​ບັດ​ນີ້​ສິ່ງ​ທີ່​ພວກ​ເຂົາ​ເຈົ້າສ້າງ​ຂຶ້ນມາ​ນັ້ນ ກໍຖືກ​ນໍ້າ ພັດ​ເພພັງ​ໄປ​ໝົດ​ແລ້ວ.”

ສ່ວນໃນ​ຫວຽດນາມ ​ໄພ​ນໍ້າ​ຖ້ວມ​ທີ່​ປະ​ທະຂົງ​ເຂດ​ປາກ​ແມ່​ນໍ້າຂອງ ໄດ້ເອົາ ​ຊີວິດ​ໄປ​ແລ້ວ​ສິບ​ກວ່າ​ຄົນ ​ໂຮມ​ທັງ​ພວກ​ເດັກນ້ອຍ ​ໃນ​ຂະນະ​ທີ່​ພາຍຸຫລາຍ​ ລູກ​ໄດ້​ຖະຫລົ່ມຂົງ​ເຂດແຄ​ມຝັ່ງ​ທະ​ເລ​ພາກ​ກາງ​ຂ້ອນເໜືອ ສົ່ງ​ຜົນ​ໃຫ້ບ້ານ ​ເຮືອ​ຮ 60,000 ຫລັງ​ ຖືກນໍ້າຖ້ວມແລະ ເສຍ​ຫາຍ. ສ່ວນ​ຢູ່ ​ສປປ ລາວ ນັ້ນ ​ປະຊາຊົນ​ເກືອບ​ຮອດ ​ຫ້າ​ແສນ​ຄົນ ​ໄດ້​ຖືກກະທົບ ຍ້ອນ​ນໍ້າ​ຖ້ວມ ທີ່​ໄດ້​ທໍາລາຍພື້ນທີ່​ປູກຝັງ​ຫລາຍ​ກວ່າ 60,000 ​ເຮັກ​ຕ້າ ພ້ອມ​ທັງ​ໂຄງ​ລ່າງ​ພື້ນຖານ​ໃນ​ເຂດ​ທ້ອງ​ຖິ່ນ​ນໍາ.

XS
SM
MD
LG