ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫລາຍປະເທດ ສົ່ງການຊ່ອຍເຫລືອ ບັນເທົາທຸກໄພນໍ້າຖ້ວມ ທີ່ໄທແລະກໍາປູເຈຍ (ເບິ່ງຮູບສະໄລດ໌)


ຄວາມພະຍາຍາມຊ່ອຍເຫລືອບັນເທົາທຸກທີ່ສະໜາມບິນດອນເມືອງ, ໄທ.
ວັນທີ 16 ຕຸລາ 2011.
ຄວາມພະຍາຍາມຊ່ອຍເຫລືອບັນເທົາທຸກທີ່ສະໜາມບິນດອນເມືອງ, ໄທ. ວັນທີ 16 ຕຸລາ 2011.


















ການ​ຊ່ອຍ​ເຫລືອ​ເລີ້ມ​ຫລັ່ງ​ໄຫລ ​ເຂົ້າ​ໄປຍັງປະ​ເທດ​ໄທ​ແລະ​ພາກ​ພື້ນອື່ນໆ​ອີກຂອງ​ເອ​ເຊຍ
ບ່ອນ​ທີ່​ນໍ້າ​ຖ້ວມ​ທີ່​ສູງ​ຂຶ້ນນັບ​ມື້ ພວມຖ້ວມ​ພື້ນ​ທີ່ປະຊາ​ຄົມຕ່າງໆທັງ​ໝົດ ​ແລະຂົ່ມຂູ່​ທີ່​ຈະ
ຖ້ວມຫລາຍ​ພື້ນ​ທີ່​ຕື່ມ​ອີກ.

ພວກ​ທະຫານ​ນາວິກະ​ໂຍທິນ​ຫລື​ມາຣິນຂອງ​ສະຫະລັດ​ເດີນທາງ​ໄປຮອດ​ບາງກອກ ນະຄອນ
ຫລວງ​ຂອງໄທ ​ໃນ​ວັນ​ເສົາ​ວານ​ນີ້​ ພ້ອມ​ດ້ວຍເຄື່ອງ​ອຸບປະກອນ ຖົງ​ຂີ້​ຊາຍ​ແລະ​ສະບຽງ​ບັນ
ເທົາ​ທຸກ​ອື່ນໆ. ທ່ານ​ນາງ Kristie Kenney ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ​ປະ​ຈໍາ​ໄທ
ກ່າວ​ວ່າ ພວກ​ທະຫານ​ມາຣິນຂອງ​ສະຫະລັດ​ຈະ​ປະຕິບັດ​ງານ​ຮ່ວມ​ກັບ​ພວກທະຫານ​ໄທ​
ເພື່ອ​ຕໍ່ສູ້​ກັບ​ໄພ​ນໍ້າ​ຖ້ວມ​ ທີ່ໄດ້​ປະ​ທະ 61 ຈັງຫວັດ​ໃນຈໍານວນທັງ​ໝົດ 76 ຈັງຫວັດ​ຂອງ​
ໄທແລ້ວ​ນັ້ນ.

ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ປະຊາຊົນ​ເກືອບ 300 ຄົນ​ແລ້ວໄດ້​ເສຍ​ຊີວິດ​ໄປໃນ​ໄທ ສ່ວນ​ຫລາຍ
ແມ່ນໃນ​ເຂດ​ເໜືອ​ຂອງ​ບາງກອກ ​ຄືໃນ​ເຂດ​ທາງໃນແລະເຂດ​ໃກ້ໆ​ກັບ​ເມືອງອະ​ຢຸດ​ທະ​ຢາ​
ທີ່​ເຕັມ​ໄປ​ດ້ວຍວັດ​ວາເກົ່າ​ແກ່​ນັ້ນ.

ພື້ນທີ່​ສ່ວນ​ຫລາຍ​ຂອງອະ​ຢຸດ​ທະ​ຢາ​ຍັງ​ຖືກ​ນໍ້າ​ຖ້ວມ​ຢູ່​ໃນ​ວັນ​ເສົາ​ວານ​ນີ້ ຊຶ່ງ​ໄດ້​ເຮັດ​ໃຫ້
ພວກ​ຊາວ​ເມືອງ​ບາງ​ຄົນ​ ພ້ອມ​ດ້ວຍ​ສັດລ້ຽງ​ຂອງ​ເຂົາ​ເຈົ້າ​ຕ້ອງ​ໄດ້​ໜີ​ຂຶ້ນ​ໄປຢູ່ເທິງ​ຫລັງ
ຄາ​ເຮືອນ​. ​ໃນ​ຂົງ​ເຂດ​ທີ່​ໄດ້​ຮັບ​ຜົນ​ກະທົບ​ໜ້ອຍ​ກວ່າ ຊຶ່ງລະດັບ​ນໍ້າກໍ​ຍັງ​ສູງ​ຮອດແອວນັ້ນ
ພວກ​ຊ່ອຍ​ກູ້​ໄພ​ໃນ​ເຮືອ​ພາກັນ​ໄປ​ແຈກ​ຢາຍ​ສະບຽງບັນ​ເທົາ​ທຸກ ​ແກ່​ພວກ​ຊາວບ້ານ​ຊາວ
ເມືອງ​ທີ່​ຕົກ​ຄ້າງ​ຢູ່​ນັ້ນ.

ຊາວ​ໂຮ​ລ​ແລນ​ອາສາ​ສະມັກ​ຊ່ອຍ​ເຫລືອ​ຄົນ​ນຶ່ງ​ກ່າວ​ວ່າ ປະຊາຊົນ​ຫລາຍ​ຄົນ​ໃນ​ເມືອງ​ອະ​ຢຸດ​
ທະ​ຢາ​ບໍ່​ມີ​ໄຟຟ້າໃຊ້ ບໍ່​ມີເຂົ້າປາ​ອາຫານຫລືນໍ້າ​ດື່ມ​ນໍ້າ​ໃຊ້ ​ບາງ​ຄົນເຈັບ​ເປັນແລະ​ບໍ່​ມີ​ພາຫາ
ນະ ​ທີ່​ຈະອອກໄປຈາກ​ພື້ນ​ທີ່​ນັ້ນ​ໄດ້.

ພວກ​ພະນັກງານ​ໃນ​ສູ​ນອຸດສາຫະກໍາ​ບາງ​ປະ​ອິນ​ ໃນ​ຈັງຫວັດອະ​ຢຸດ​ທະ​ຢາ​ໄດ້​ພະຍາຍາມ​
ກັ້ນ​ນໍ້າ​ທີ່​ຍຶ່ງຂຶ້ນ​ນັ້ນ ​ແຕ່​ກໍ​ຕ້ອງ​ໄດ້ປະລະ​ຄວາມ​ພະຍາຍາມໃນ​ວັນ​ເສົາ​ວານ​ນີ້. ລາຍ​ງານ​ຂ່າວ
ເວົ້າ​ວ່າ ບໍລິ​ເວນ​ສູນ​ອຸດສາຫະກໍາ​ດັ່ງກ່າວ ​ມີ​ພວກ​ໂຮງງານ​ຜະລິດ​ເຄື່ອງ​ອາ​ໄຫລ່​ລົດ​ໂອ​ໂຕ
ພ້ອມ​ທັງ​ເຄື່ອງ​ໄຟຟ້າ ​ແຜ່ນ​ແພ​ແລະ​ແຜ່ນ​ປລາສຕິກ ຈໍານວນ​ຫລາຍ​ກວ່າ 90 ​ແຫ່ງ.

ພວກ​ຊາວ​ໄທ​ທີ່​ພາກັນ​ບໍ່​ຍອມ​ອອກ​ຈາກ​ບ້ານ​ເຮືອນ​ຂອງ​ເຂົາ​ເຈົ້າ​ໃນ​ເກາະເກຣັດ ​ໄດ້​ພາກັນ
ພະຍາ​ຍາມ​ລຸຍ​ຂ້າມ​ນໍ້າ​ເລິກ​ຮອດໜ້າ​ເອິກຫລື​ຮອດ​ຄໍ ​ເພື່ອອອກ​ຈາກ​ບ້ານ​ເຮືອນ​ຂອງ​ເຂົາ​ເຈົ້າ.

ໃນ​ວັນ​ເສົາ​ວານ​ນີ້​ ການ​ຊ່ອຍ​ເຫລືອ​ຈາກ​ຈີນໄດ້​ໄປ​ຮອດກໍາປູ​ເຈຍ ບ່ອນ​ທີ່​ອຸ​ທົກ​ກະ​ໄພ​ແລະ
ດິນ​ເຈື່ອນ​ໄດ້​ເອົາ​ຊີວິດ​ຜູ້​ຄົນ​ໄປ​ແລ້ວ 247 ຄົນ. ​ໂຄສົກ​ລັດຖະບານ​ກໍາປູ​ເຈຍ​ກ່າວ​ວ່າສະບຽງ​
ບັນ​ເທົາ​ທຸກ​ຕ່າງໆ​ຈະ​ສົ່ງໄປ​ຍັງ​ພວກ​ໂຮງໝໍ​ແຫ່ງ​ຕ່າງໆໃນ​ຂົງ​ເຂດ​ ທີ່​ປະສົບ​ກັບ​ນໍ້າ​ຖ້ວມໜັກ ​ກວ່າ​ໝູ່​ນັ້ນ.

ຝົນຕົກ​ໜັກ​ແລະ​ນໍ້າ​ຖ້ວມ​ກໍໄດ້​ເຮັດ​ໃຫ້​ຜູ້​ຄົນ​ເສຍ​ຊີວິດ​ ໃນ​ຫວຽດນາມແລະ​ທີ່​ຟີ​ລິບ​ປິນ​ເຊ່ນ​ກັນ.

XS
SM
MD
LG