ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກໄທຮຽກຮ້ອງໃຫ້ຊາວໄທ ຈົ່ງໝັ້ນໃຈ ໃນຄວາມສາມາດ ຂອງລັດຖະບານ ໃນການຮັບມືກັບ ໄພນໍ້າຖ້ວມ


ນໍ້າຖ້ວມເຂດພະລາດຊະວັງຫລວງ ແລະຫໍພະແກ້ວ ໃນບາງກອກ
ນໍ້າຖ້ວມເຂດພະລາດຊະວັງຫລວງ ແລະຫໍພະແກ້ວ ໃນບາງກອກ

ໃນວັນອາທິດມື້ນີ້ ນາຍົກລັດຖະມົນຕີໄທ ຍັງມອງສະພາບການໃນແງ່ດີວ່າ ນະຄອນ
ຫລວງ ບາງກອກຈະລອດພົ້ນຈາກຄວາມເສຍຫາຍໃດໆເພີ່ມຕື່ມອີກຈາກໄພນໍ້າຖ້ວມຄັ້ງ ຮ້າຍແຮງທີ່ສຸດໃນຮອບຫລາຍສິບປີ.

ນາຍົດລັດຖະມົນຕີໄທ ທ່ານນາງຢິ່ງລັກ ຊິນນະວັດ ໄດ້ຮ້ອງຂໍໃຫ້​ເພື່ອນ​ຮ່ວມຊາດທັງ
ຫລາຍຂອງທ່ານນາງ ຈົ່ງໝັ້ນໃຈໃນຄວາມສາມາດຂອງ ລັດຖະບານໃນການຮັບມືກັບໄພ
ນໍ້າຖ້ວມຄັ້ງນີ້ ເຖິງແມ່ນວ່ານໍ້າ​ໄດ້​ໄຫລຖ້ວມຄູກັ້ນນໍ້າບາງແຫ່ງໃນນະຄອນຫລວງບາງກອກ
ໃນວັນອາທິດມື້ນີ້ ກໍຕາມ.

ພວກເຂດເມືອງທາງພາກເໜືອຂອງບາງກອກຖືກນໍ້າຖ້ວມ​ໃນວັນເສົາວານນີ້ ພ້ອມດ້ວຍ
ພື້ນທີ່ ນຶ່ງສ່ວນສາມໃນເຂດຊົນນະບົດນັ້ນນໍາ ຍ້ອນລະດັບນໍ້າ ທະ​ເລ​ທີ່​ສູງ ໄດ້ຜັກດັນນໍ້າ
ຈາກອ່າວໄທ ໄຫລເຂົ້າໄປໃນແມ່ນໍ້າເຈົ້າພະຢາຂອງບາງກອກ. ຄາດວ່າລະດັບ​ນໍ້າ​ທີ່​ສູງ​
ຂຶ້ນ​ນີ້ ຈະມີ​ໄປເຖິງວັນຈັນ.

ພວກຕຶກອາຄານຕ່າງໆໃນໃຈກາງບາງກອກ ​ແມ່ນຖືກກັ້ນ​ໄວ້​ດ້ວຍ​ຄູຖົງຂີ້ຊາຍຫລາຍໆ​
ຊັ້ນ ແຕ່ນໍ້າທີ່​ສູງ​ຮອດ​ຂໍ້ນ່ອງຈາກແມ່ນໍ້າ​ເຈົ້າ​ພະຍາໄດ້ໄຫລ ​ໄປ​ຮອດເຂດຄຸ້ມພະລາດ​ຊະ​ວັງ
ຫລວງຫລື​ຫໍພະແກ້ວ ແລະສະຖານທ່ອງ ທ່ຽວທີ່ສໍາຄັນອື່ນໆ ຂອງບາງກອກ.

ພວກຊາວບາງກອກຫລາຍໝື່ນຄົນ ໄດ້ພາກັນຫລົບໜີຈາກເຂດນໍ້າຖ້ວມ ​ໂດຍ​ທາງແພ ລົດ
ຕູ້ ລົດບັນທຸກທະຫານ ຫລືຍ່າງໄປ ມຸ້ງໜ້າໄປຍັງພື້ນ ທີ່ ທີ່ສູງກວ່າທາງເຂດໃຕ້ຂອງບາງ
ກອກ. ຫລາຍໆຄົນກໍ​ໄດ້ອອກໄປທາງ​ເຣືອບິນ.

ໄພນໍ້າຖ້ວມດັ່ງກ່າວທີ່ໄດ້ເລິ່ມຕົ້ນມາຕັ້ງແຕ່ເດືອນກໍລະກົດ ​ແລະຮ້າຍແຮງ ທີ່ສຸດ​ໃນໄທໃນ
ຮອບ 50 ປີຜ່ານມາ ​ແມ່ນໄດ້ເອົາຊີວິດຜູ້ຄົນໄປແລ້ວຫລາຍກວ່າ 380 ຄົນ. ສ່ວນຜົນເສຍ
ຫາຍດ້ານວັດຖຸນັ້ນ ​ແມ່ນ​ຍັງ​ຕີ​ລາຄາ​ກັນ​ບໍ່​ທັນໄດ້.

ນາຍົກລັດຖະມົນຕີຢິ່ງລັກ ກ່າວໃນຄໍາຖະແຫລງຕໍ່ປະເທດຊາດປະຈໍາອາທິດທາງວິທະຍຸເມື່ອ
ວັນເສົາວານນີ້ວ່ານໍ້າ​ຖ້ວມ​ຈະເລິ່ມລົດລົງໃນອາທິດນີ້. ​ລະດັບນໍ້າໄດ້ລົດລົງແດ່ແລ້ວຢູ່ໃນເຂດ
ພາກກາງຂອງໄທ.

ກະຊວງປ້ອງກັນປະເທດສະຫະລັດກ່າວວ່າ ໄທໄດ້ຮ້ອງຂໍໃຫ້ເຮືອລົບສະຫະລັດລໍານຶ່ງ ປະຈໍາ
ຢູ່ທ່າເຮືອໃຫຍ່​ແຫ່ງ​ນຶ່ງ​ຂອງ​ໄທຢູ່ຕໍ່ໄປ ເພື່ອໃຫ້ຍົນ ເຮລິຄອບເຕີຂອງສະຫະລັດສອງລໍາ ໄດ້
ບິນສໍາຫລວດນໍ້າຖ້ວມ.

XS
SM
MD
LG