ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເອເຊຍຕາເວັນອອກສຽງໃຕ້ ຖືກກະທົບໂດຍໄພນໍ້າຖ້ວມ ຢ່າງຮ້າຍແຮງ


ຜູ້ປະສົບໄພນໍ້າຖ້ວມໃນຂົງເຂດເອເຊຍຕາເວັນອອກສຽງໃຕ້
ຜູ້ປະສົບໄພນໍ້າຖ້ວມໃນຂົງເຂດເອເຊຍຕາເວັນອອກສຽງໃຕ້

ຈໍານວນຄົນເສຍຊີວິດກໍາລັງຖີບຕົວສູງຂຶ້ນນັບມື້ໃນຂົງເຂດເອເຊຍຕາເວັນ ອອກສຽງໃຕ້ ບ່ອນທີ່ມີປະຊາຊົນຫລາຍລ້ານຄົນຖືກກະທົບໂດຍໄພນໍ້າຖ້ວມ ຍ້ອນພາຍຸໃຕ້ຝຸ່ນທີ່ຮຸນ
ແຮງ ແລະຝົນຕົກໜັກເປັນປະວັດການ.

ເທົ່າເຖິງປັດຈຸບັນນີ້ ມີຜູ້ເສຍຊີວິດໄປແລ້ວຫລາຍຮ້ອຍຄົນໃນຟິລິບປິນ ໄທ ກໍາປູເຈຍ ແລະ
ຫວຽດນາມ.

ພວກເຈົ້າໜ້າທີ່ກໍາປູເຈຍກ່າວເມື່ອວັນຈັນມື້ນີ້ວ່າ ເປັນໄພນໍ້າຖ້ວມທີ່ຮ້າຍແຮງທີ່ສຸດໃນ
ຮອບ 11 ປີ ທີ່​ເຮັດໃຫ້ປະຊາຊົນຫລາຍໆ​ພັນ ຕ້ອງ​ໄດ້ຫລົບໜີຈາກຖິ່ນຢູ່ອາໃສ ແລະ
ເສຍຊີວິດຫລາຍກວ່າ 200 ຄົນ​ແລ້ວ ນັບຕັ້ງແຕ່ຕົ້ນເດືອນກັນຍາມາ.

ທ່ານ Gnim Wada ເຈົ້າໜ້າທີ່ຈັດການກັບໄພພິບັດຂອງ​ກໍາປູ​ເຈຍ ກ່າວວ່າ ບູລິມະສິດ
ຂອງລັດຖະບານໃນເວລານີ້ ກໍຄືຊ່ວຍເຫລືອປະຊາຊົນ ໃຫ້ຟື້ນຕົວຄືນມາຈາກໄພນໍ້າຖ້ວມ
ທີ່ຮ້າຍແຮງທີ່ສຸດ ທີ່ເຄີຍປະສົບມາ.

ສ່ວນທີ່ປະເທດໄທນັ້ນ ນາຍົກລັດຖະມົນຕີ ຢິ່ງລັກ ຊິນນະວັດ ກໍໄດ້ອອກຄໍາສັ່ງໃນວັນຈັນ
ມື້ນີ້ ໃຫ້ກົມກອງຕ່າງໆຂອງລັດຖະບານ ກຽມຍົກຍ້າຍ ປະຊາຊົນຈາກສິບຈັງຫວັດພາກ
ກາງຂອງໄທ. ຝົນລະດູ​ມໍ​ລະ​ສຸມ ນໍ້າຖ້ວມ ແລະດິນເຈຶ່ອນ ໄດ້​ເອົາຊີວິດຜູ້ຄົນໄປແລ້ວ
ຫລາຍກວ່າ 250 ຄົນໃນ ຣາດຊະອານາຈັກໄທ ນັບຕັ້ງແຕ່ເດືອນກໍລະກົດ ເປັນຕົ້ນມາ.

ເມື່ອວັນສຸກທີ່ຜ່ານມານີ້ ທ່ານນາງ ຮິລແລຣີ ຄຣິນຕັນ ລັດຖະມົນຕີຕ່າງປະເທດສະຫະລັດ ໄດ້ອອກຖະແຫລງການສະບັບນຶ່ງສະແດງຄວາມເສົ້າ ສະລົດໃຈ ໄປຍັງໝົດທຸກຄົນທີ່ສູນ
ເສຍໝູ່ເພື່ອນ ຄອບຄົວ ແລະຄົນຮັກ ແພງຂອງພວກເຂົາເຈົ້າໄປ ໃນຂົງເຂດເອເຊຍຕາເວັນ
ອອກສຽງໃຕ້ນັ້ນ. ທ່ານນາງຄຣິນຕັນກ່າວຍໍ້າວ່າ ສະຖານທູດສະຫະລັດທຸກແຫ່ງໃນຂົງ
ເຂດ ດັ່ງກ່າວ ກໍາລັງປະຕິບັດງານຮ່ວມກັບພວກເຈົ້າໜ້າທີ່ທ້ອງຖິ່ນ ແລະພວກອົງການ
ນາໆຊາດ ເພື່ອຊັ່ງຊາຕີລາຄາວ່າ ສະຫະລັດຈະສາມາດຊ່ວຍເຫລືອໄດ້​ໃນວິທີໃດແດ່.

XS
SM
MD
LG