ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄພນໍ້າຖ້ວມຢູ່ຫວຽດນາມ ແລະອິນໂດເນເຊຍ


ສະພາບນ້ຳຖ້ວມໃນວຽດນາມ
ສະພາບນ້ຳຖ້ວມໃນວຽດນາມ

ມີຫຼາຍສິບຄົນເສຍຊີວິດຢູ່ຫວຽດນາມແລະອິນໂດເນເຊຍ
ຫຼັງຈາກໄດ້ເກີດຝົນຕົກໜັກເປັນເວລາຫຼາຍໆມື້ ແລະນໍ້າ
ຖ້ວມສຸຢ່າ​ງ​ໄວ.

ເຈົ້າໜ້າທີ່ຄຸ້ມຄອງໄພພິບັດກ່າວວ່າ ມີ 26 ຄົນເສຍຊີວິດ
ຢູ່ໃນເຂດພາກກາງຂອງຫວຽດນາມ ຊຶ່ງສ່ວນໃຫຍ່ແລ້ວ
ແມ່ນຢູ່ແຂວງກວາງບິນທີ່ໄດ້ຮັບຜົນກະທົບຮ້າຍແຮງສຸດ
ຈາກສະພາບດິນຟ້າອາກາດປັ່ນປ່ວນໃນຄັ້ງນີ້. ນໍ້າຖ້ວມໄດ້
ສຸຖະໜົນຫົນທາງຂາດແລະຖ້ວມລາງລົດໄຟເຮັດໃຫ້ພວກ
ທະຫານຕ້ອງໄດ້ສົ່ງເຮືອບິນເຮຣີຄອບເຕີ້ຂົນສົ່ງອາຫານ ແລະປັດໄຈທີ່ຈຳເປັນຕ່າງໆໄປໃຫ້ປະຊາຊົນ ທີ່ຕົກຄ້າງ.

ຂະນະດຽວກັນກໍມີ 68 ຄົນເສຍຊີວິດຈາກໄພນໍ້າຖ້ວມ ແລະດິນເຈື່ອນທີ່ແຂວງປາປົວຕາເວັນຕົກຂອງອິນໂດເນ ເຊຍ. ຫຼາຍໆສິບຫຼັງເຮືອນໄດ້ຖືກທຳລາຍທີ່ບ້ານ Wasior ເວລາ​ເກີດດິນຖະຫຼົ່ມຢ່າງຮ້າຍແຮງ ແລະນໍ້າຖ້ວມໄຫຼສຸ ຜ່ານບ້ານດັ່ງກ່າວ.

XS
SM
MD
LG