ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເຈົ້າໜ້າທີ່ໄທໂລ່ງໃຈທີ່ ລະດັບນໍ້າອອ້ມບາງກອກ ລົດລົງແດ່ແລ້ວ


ສະພາບນໍ້າຖ້ວມໃນກໍາປູເຈຍ
ສະພາບນໍ້າຖ້ວມໃນກໍາປູເຈຍ

ທາງ​ການ​ໄທ​ໄດ້​ສະ​ແດງ​ຄວາມ​ໂລ່ງ​ອົກ​ໂລ່ງ​ໃຈ​ໃນ​ວັນ​ຈັນ​ມື້​ນີ້ ຂະນະ​ທີ່ນໍ້າ​ຖ້ວມໃນ
ແມ່​ນໍ້າ​ເຈົ້າ​ພະຍາ​ທີ່​ໄດ້​ຍຶ່ງຂຶ້ນສູ່ລະດັບສູງ​ສຸດນັ້ນ ໄດ້​ເລີ້ມລົດລົງ​ໂດຍ​ບໍ່​ໄດ້ທໍາລາຍ
ພວກ​ຄູ​ກັ້ນ​ນໍ້າ​ ທີ່​ປ້ອງກັນ​ນະຄອນຫລວງ​ບາງກອກ​ໄວ້​ນັ້ນ.

ພວກ​ເຈົ້າ​ໜ້າ​ທີ່​ກ່າວ​ໃນ​ຕອນ​ເຊົ້າ​ວັນ​ຈັນ​ມື້​ນີ້​ວ່າ ຄວາມ​ຢ້ານ​ກົວ​ທີ່​ວ່່າ​ນໍ້າ​ຈະ​ຖ້ວມ​
ໃຈກາງ​ເມືອງ​ຫລວງ​ນັ້ນ ​ໄດ້​ຜ່ອນ​ຄາຍ​ລົງ​ແດ່​ແລ້ວ ​ແຕ່​ໂຄສົກ​ຄົນ​ນຶ່ງ​ຂອງ​ເຈົ້​າໜ້າ​ທີ່
ບັນ​ເທົາ​ທຸກ​ໄພ​ນໍ້າ​ຖ້ວມ​ເວົ້າ​ວ່າ ​ໄດ້​ມີ​ການ​ຍົກຍ້າຍ​ຜູ້​ຄົນ​ອອກ​ຈາກ​ຍ່ານ​ອຸດສາຫະກໍາ
ແຫ່ງ​ນຶ່ງ ທາງ​ທິດ​ເໜືອ​ຂອງ​ບາງກອກ ​ເພາະວ່າ​ນໍ້າ​ໄດ້​ພັງ​ຄູ​ກັ້ນ​ນໍ້າ​ບ່ອນ​ນຶ່ງ.

ຕໍ່​ມາໃນ​ຕອນ​ບ່າຍ ພວກ​ເຈົ້າ​ໜ້າ​ທີ່​ກ່າວ​ໃນ​ກອງ​ປະຊຸມ​ຖະ​ແຫລ​ງຂ່າວວ່າ ​ຢ່າງ​ໃດກໍ​
ຕາມ ຖ້າ​ຫາກ​ຝົນ​ຍັງ​ສືບ​ຕໍ່​ຕົກ​ໜັກ​ລົງ​ມາ​ອີກ​ຢູ່ ບາງກອກກໍ​ອາດ​ຕົກ​ຢູ່​ໃນ​ອັນຕະລາຍ
ຕື່ມ​ອີກ​ໄດ້ ​ແລະພວກ​ຊາວ​ເມືອງ​ບາງ​ຄົນ​ທີ່​ຍັງ​ມີ​ຄວາມ​ຢ້ານ​ກົວ​ຢູ່ ກໍ​ຍັງ​ພາ​ກັນ​ສືບ​ຕໍ່
ສ້າງ​ຄວາມແຂງ​ແຮງ​ໃຫ້​ແກ່ຄູ​ກັ້ນ​ນໍ້າຢູ່​ຕໍ່​ໄປ ​ໂດຍ​ການ​ເອົາຖົງ​ຂີ້​ຊາຍ​ໄປເສີມຕື່ມ​ອີກ.
ຊາວ​ເມືອງ​ຄົນ​ນຶ່ງ​ກ່າວ​ວ່າ ລາວ​ຈະ​ເຮັດ​ວຽກ​ຕໍ່​ໄປ​ ຈົນ​ກວ່າ​ລາວ​ໝັ້ນໃຈ​ວ່າຄຸ້ມ​ບ້ານ​
ຂອງ​ລາວ​ຈະປອດ​ໄພຈາກ​ນໍ້າ​ຖ້ວມ​.

ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ປະຊາຊົນ​ ​ຫລາຍ​ກວ່າ 300 ຄົນ​ໄດ້​ເສຍ​ຊີວິດ​ຍ້ອນ ອຸ​ທົກ​ກະ​ໄພ​
ຄັ້ງ​ນີ້​ທີ່ຮ້າຍ​ແຮງ​ທີ່​ສຸດ​ໃນ​ປະວັດ​ສາດ​ຂອງ​ປະ​ເທດ​ໃນ​ຮອບ​ເຄິ່ງສັດຕະວັດ​ຜ່ານ​ມາ. ​
ໃນ​ຈັງຫວັດ​ຕ່າງໆທາງ​ທິດ​ເໜືອ​ຂອງ​ນະຄອນຫລວງນັ້ນ ປະຊາຊົນ​ຫລາຍ​ພັນ​ຄົນ​
ຍັງ​ບໍ່​ມີ​ເຂົ້າປາ​ອາຫານ​ກິນ​ ແລະ​ບໍ່​ມີ​ບ່ອນຢູ່​ອາ​ໄສ ໃນ​ພວກ​ຫົວ​ເມືອງ​ທ່ີ​ຖືກ​ນໍ້າ​ຖ້ວມ​
ເຄິ່ງນຶ່ງ​ນັ້ນ.

ທ່ານ​ນາງ Valerie Amos ​ເລຂາທິການ​ໃຫຍ່​ວ່າ​ດ້ວຍ​ກິດຈະການ​ດ້ານ​ມະນຸດສະ​ທໍາ
ຂອງ​ສະຫະ​ປະຊາ​ຊາດ​ກ່າວ​ໃນ​ຄໍາ​ຖະ​ແຫລ​ງສະບັບ​ນຶ່ງ​ໃນ​ຕອນ​ແລງ​ວັນ​ເສົາຜ່ານ​ມາ
ນີ້​ວ່າ ​ຫລາຍ​ກວ່າ 700 ຄົນ​ໄດ້​ເສຍ​ຊີວິດ​ໄປ​ຍ້ອນ​ອຸ​ທົກ​ກະ​ໄພ​ໃນ​ກໍາປູ​ເຈຍ​ແລະ​ໄທ.

ຄໍາຖະ​ແຫລ​ງດັ່ງກ່າວເວົ້າ​ຕື່ມ​ວ່າ ທີ່ ສປປ ລາວ ຟີ​ລິບ​ປິນ​ແລະຫວຽດນາມ ບ້ານ​ເຮືອນ
ຜົນລະປູກ​ແລະ​ໂຄງ​ລ່າງ​ພື້ນຖານທີ່​ສໍາຄັນໆ ​ໄດ້​ຖືກ​ທໍາລາຍ​ເສຍ​ຫາຍ. ປະຊາຊົນ​
ຫລາຍ​ລ້ານ​ຄົນ​ທີ່​ອາ​ໄສຢູ່​ໃນ​ບໍລິ​ເວນ​ດິນ​ຕໍ່າ​ ຍັງຈະ​ປະສົບ​ກັບ​ຄວາມ​ເສຍ​ຫາຍ
ຕຶມ​ອີກ​ຢູ່.

ທ່ານ​ນາງ Amos ກ່າວ​ວ່າ ສະຫະ​ປະຊາ​ຊາດ​ຕຽມ​ພ້ອມ​ທີ່​ຈະ​ໃຫ້ການສະໜັບສະໜຸນ
ແກ່ການ​ຮັບ​ມື​ທີ່​ນໍາພາ​ໂດຍ​ປະ​ເທດ​ຕ່າງໆ​ນັ້ນ.

XS
SM
MD
LG