ກອງທັບອາກາດຂອງນີວຊີແລນ
ໄດ້ພົບເຫັນຫີນຈາກພູເຂົາໄຟ
ກ້ອນໃຫຍ່ກ້ອນນຶ່ງທີ່ມີຂະໜາດ
ເກືອບເທົ່າປະເທດເບນຢ້ຽມ
ລ່ອງລອຍຢູ່ໃນມະຫາສະມຸດປາ
ຊີຟິກ ປະມານ 1 ພັນກິໂລແມັດ
ຫ່າງຈາກນະຄອນ Auckland
ໄປທາງພາກຕາເວັນອອກສຽງ
ເໜືອ.
ພວກເຫັນເຫດການເວົ້າວ່າ ເຫດ
ການທີ່ແປກປະຫລາດດັ່ງກ່າວນີ້
ທີ່ຖືກພົບເຫັນຄັ້ງທໍາອິດໃນວັນ
ພະຫັດຜ່ານມາ ມີຮູບຄ້າຍຄືກັບ
ຊັ້ນນໍ້າກ້ອນຂົ້ວໂລກທີ່ແຂງ ແລະ
ປະກອບດ້ວຍຫີນໃສທີ່ເບົາຄືຟອງນໍ້າ ຂະໜາດໜ່ວຍລູກກັອຟ ຊຶ່ງປ່ອຍຂຶ້ນມາຈາກພູເຂົາ ໄຟ
ໜ່ວຍນຶ່ງຢູ່ພື້ນນໍ້າ.
ພວກເຈົ້າໜ້າທີ່ຍັງເວົ້າອີກວ່າ ພາບຖ່າຍທາງອາກາດ ໄດ້ເປັນສັນຍານເຕືອນໃຫ້ເຮືອລົບ
ຂອງກອງທັບເຮືອນີວຊີແລນໃຫ້ແລ່ນຫ່າງອອກໄປຈາກເສດກ້ອນຫີນດັ່ງກ່າວ. ແຕ່ແນວໃດ
ກໍຕາມ ພວກເຈົ້າໜ້າທີ່ກ່າວໃນພາຍຫລັງວ່າ ຫີນໃສດັ່ງກ່າວ ບໍ່ໄດ້ເປັນໄພອັນຕະລາຍ
ນາບຂູ່ໃດໆຕໍ່ການເດີນເຮືອ.
ໂຄສົກຂອງກອງທັບເຮືອເວົ້າວ່າ ເຮືອລໍານຶ່ງໄດ້ລໍາລຽງເອົາພວກນັກວິທະຍາສາດໄປຍັງ
ບໍລິເວນໃກ້ໆກ້ອນຫີນຟູ ທີ່ມີເນື້ອທີ່ 26 ພັນກິໄລແມັດມົນທົນ ໃນຄືນວັນພະຫັດທີ່ຜ່ານ
ມາ ແລະເວົ້າວ່າ ກ້ອນຫີນດັ່ງກ່າວມີສີຂາວໃສໆ ເມື່ອຖືກແສງໄຟສະປັອດໄລເຍືອງໃສ່.
ພວກນັກວິທະຍາສາດທີ່ຢູ່ເທິງເຮືອເວົ້າວ່າ ເສດຫີນທີ່ໄຫລມານັ້ນ ບໍ່ມີຫຍັງກ່ຽວຂ້ອງກັບ ການລະເບີດຂອງພູເຂົາໄຟທີ່ເກີດຂຶ້ນໃນອາທິດນີ້ ທີ່ພູ Tongariro ທີ່ ໄດ້ສົ່ງຂີ້ເຖົ່າຂຶ້ນສູ່
ບັນຍາກາດ ທີ່ສູງເຖິງຫົກກິໂລແມັດ.
ເບິ່ງຄວາມເຫັນ (1)
ໂຫລດຄວາມເຫັນ ຕື່ມອີກ