ທີ່ບາງກອກ ປະເທດໄທ ບັນດາຜູ້ເຂົ້າ
ຮ່ວມກອງປະຊຸມກ່ຽວກັບອານາຄົດ
ຂອງຂົງເຂດແມ່ນໍ້າຂອງ ໃນວັນຈັນ
ມື້ນີ້ ໄດ້ຍິນຄໍາຖະແຫລງວ່າ ການຄຸ້ມ
ຄອງຊັບພະຍາກອນດ້ານເຂົ້າປາອາ
ຫານ ນໍ້າ ແລະພະລັງງານ ຈະເປັນ
ການທ້າທາຍດ້ານພັດທະນາທີ່ສໍາຄັນ
ທີ່ສຸດ ໃນທົດສະວັດຕໍ່ໜ້ານີ້.
ທ່ານ Stephen Groff ຮອງປະທານຂອງທະນາຄານພັດທະນາເອເຊຍໄດ້ຖະແຫຼງຕໍ່
ກອງປະຊຸມຂອງເຂດລຸ່ມແມ່ນໍ້າຂອງວ່າ ການທ້າທາຍນັ້ນຈະແມ່ນການເພິ່ມທະວີຄວາມ
ມີປະສິດທິພາບໃນການນໍາໃຊ້ຊັບພະຍາກອນ ໃນຂະນະທີ່ຄຸ້ມຄອງປ້ອງກັນຄຸນນະພາບ
ຂອງສິ່ງແວດລ້ອມ ແລະສ້າງໜ້າວຽກຂຶ້ນ.
ໃນກອງປະຊຸມ 2 ມື້ ທີ່ໄຂຂຶ້ນທີ່ບາງກອກໃນວັນຈັນມື້ນີ້ ພວກເຈົ້າໜ້າທີ່ວາງນະໂຍບາຍ
ຈາກ ກໍາປູເຈຍ ຈີນ ລາວ ມຽນມາ ໄທ ແລະຫວຽດນາມ ຈະໄດ້ພົບປະກັບບັນດາພາຄີ
ດ້ານການພັດທະນາ ນັກຊ່ຽວຊານ ແລະຜູ້ແທນຈາກພາກສ່ວນເອກກະຊົນ ເພື່ອພິຈາລະ
ນາຫາລືກັນກ່ຽວກັບ ວ່າເຮັດແນວໃດ ຈຶ່ງຈະເຮັດໃຫ້ການຂະຫຍາຍໂຕຂອງເສດຖະກິດ
ແລະ ຄວາມຍືນຍົງຂອງສະພາບແວດລ້ອມນັ້ນ ມີຄວາມທຸ່ນທ່ຽງກັນຢ່າງດີທີ່ສຸດ.