ຫຼາຍໆປະເທດໃນເຂດເອເຊຍ ຍັງສືບຕໍ່ດຳເນີນຄວາມພະ
ຍາຍາມ ເພື່ອຍົກຍ້າຍປະຊາຊົນຂອງຕົນ ອອກຈາກພາກ
ຕາເວັນອອກກາງບ່ອນທີ່ການປະທ້ວງຕໍ່ຕ້ານລັດຖະບານ
ທີ່ດຳເນີນມາໄດ້ນຶ່ງອາທິດກວ່າໆແລ້ວນັ້ນໄດ້ລະເບີດກາຍ
ເປັນຄວາມຮຸນແຮງ. ອິນໂດເນເຊຍ ມາເລເຊຍ ຍີ່ປຸ່ນ
ອອສເຕຣເລຍ ໄທ ແລະຟີລິບປິນຕ່າງກໍໄດ້ປະກາດແຜນ
ການຂອງຕົນໃນສັບປະດານີ້ ເພື່ອຈັດແຈງສົ່ງຖ້ຽວບິນພິ
ເສດ ໄປຮັບເອົາພົນລະເມືອງຂອງຕົນທີ່ຍັງຕົກຄ້າງຢູ່ປະ
ເທດອີຈິບ.
ຈີນກ່າວວ່າ ຕົນຄາດວ່າຈະສາມາດຮັບເອົາພົນລະເມືອງທັງ
ໝົດຂອງຕົນ ກັບຄືນປະເທດຈາກອີຈິບ ທັນກັບການເລີ່ມ
ສະເຫຼີມສະຫຼອງວັນຂຶ້ນປີໃໝ່ຈີນທາງຈັນທະຄະຕິຫຼືກຸດຈີນ ໃນວັນພະຫັດມື້ນີ້.
ອົງການຂ່າວຊິນຫົວຂອງທາງການຈີນລາຍງານວ່າ ລັດຖະ
ບານຈີນໄດ້ສົ່ງເຮືອບິນໂດຍສານ 8 ລຳ ໄປຮັບເອົາປະຊາ
ຊົນຂອງຕົນທີ່ນະຄອນຫຼວງໄຄໂຣ ເມືອງ Luxor ແລະເມືອງ Hurghada. ຊິນຫົວກ່າວ
ຕື່ມວ່າ ເຮືອບິນ 6 ລຳໄດ້ເດີນທາງກັບມາຮອດປະເທດໃນຄືນວັນພຸດວານນີ້ ພ້ອມດ້ວຍ
ຊາວຈີນ 1,400 ຄົນ ຮວມທັງປະຊາຊົນຈາກເຂດຮົງກົງນຳດ້ວຍ.
ທີ່ປະເທດໄທ ກະຊວງການຕ່າງປະເທດກ່າວວ່າ ເຮືອບິນລຳທີ 2 ພວມຢູ່ໃນລະຫວ່າງ
ການເດີນທາງໄປຍັງນະຄອນຫຼວງໄຄໂຣໃນວັນພະຫັດມື້ນີ້ ເພື່ອຮັບເອົາຊາວໄທ 100 ຄົນ
ທີ່ຢາກເດີນທາງກັບຄືນປະເທດ. ກະຊວງການຕ່າງປະ ເທດຂອງໄທກ່າວຕື່ມວ່າ ສ່ວນຊາວ
ໄທອີກ 2,500 ຄົນ ພໍໃຈຈະຢູ່ທີ່ປະເທດອີຈິບ ຕໍ່ໄປ.
ລັດຖະມົນຕີການຕ່າງປະເທດມາເລເຊຍທ່ານ Anifah Aman ກ່າວວ່າທ່ານເອງແລະຄູ່ຕຳ
ແໜ່ງຂອງທ່ານຈາກອິນໂດເນເຊຍໄດ້ຕົກລົງທີ່ຈະໃຫ້ຄວາມຊ່ອຍເຫລືອກັນແລະກັນໃນການ ຍົກຍ້າຍປະຊາຊົນຂອງກັນແລະກັນ ໄປຍັງເມືອງ Jeddah ໃນປະເທດຊາອຸດີອາຣາເບຍ.
ທ່ານເວົ້າວ່າ ບ່ອນນັ່ງທີ່ຍັງເຫຼືອໃນຖ້ຽວບິນຕ່າງໆທີ່ມາເລເຊຍຫຼືອິນໂດເນເຊຍໄດ້ຈັດສົ່ງໄປ
ນັ້ນ ແມ່ນມີໄວ້ສຳລັບປະຊາຊົນຂອງປະເທດ ທີ່ບໍ່ໄດ້ສົ່ງເຮືອບິນໄປ.