ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາປະເທດເອເຊຍອົບພະຍົບ ປະຊາຊົນຂອງຕົນ ອອກໄປຈາກອີຈິບ


ແມ່ຍິງອິນໂດເນເຊຍຄົນນຶ່ງພ້ອມທັງລູກເຕົ້າຂອງລາວ ເດີນທາງໄປຮອດ
ກຸງ Jakarta ອິນໂດເນເຊຍ ວັນທີ 2 ກຸມພາ 2011.
ແມ່ຍິງອິນໂດເນເຊຍຄົນນຶ່ງພ້ອມທັງລູກເຕົ້າຂອງລາວ ເດີນທາງໄປຮອດ ກຸງ Jakarta ອິນໂດເນເຊຍ ວັນທີ 2 ກຸມພາ 2011.

ມາ​ເລ​ເຊຍ​ກ່າວ​ວ່າ ຕົນ​ກໍາລັງ​ສົ່ງ​ກໍາ​ປັ່ນ​ບັນທຸກ​ສິນຄ້າລໍາ​ນຶ່ງ​ໄປ​ຍັງ​ອີ​ຈິບ​ເພື່ອ​ຊ່ອຍອົບ​ພະຍົບພວກ​ນັກ​ສຶກສາຈໍານວນ​ຫລາຍ​ກວ່າ 11 ພັນຄົນ​ອອກຈາກປະເທດດັ່ງກ່າວ ໃນ​ຂະ
ນະທີ່ປະ​ເທດ​ຕ່າງໆ​ໃນ​ທົ່ວ​ເອ​ເຊຍ​ກໍາລັງຊອກຫາຊ່ອງທາງ​
ເພື່ອ​ອົບ​ພະຍົບປະຊາ​ຊົນ​ຂອງ​ຕົນ​ອອກ​ຈາກ​ອີຈິບທີ່ປະຊາ
ຊົນ​ພວມພາກັນລຸກຮືຂຶ້ນນັ້ນ.

ນາຍົກລັດຖະມຸນຕີ Najib Razak ກ່າວ​ວ່າ ກໍາ​ປັ່ນ​ບັນທຸກສິນຄ້າ​ລໍາ​ດັ່ງກ່າວ ຊຶ່ງປັດຈຸບັນ​ນີ້​ຢູ່​ໃນ​ອ່າວ Aden ຈະ​ສາມາດ​ບັນທຸກ​ພວກ​ນັກ​ສຶກສາ​ໄດ້​ປະມານ 500 ຄົນ​ຢູ່​ເທິງ​ຫລັງ​ຄາ​ຫລື​ຊັ້ນ​ເທິງ​ຂອງ​ກໍາ​ປັ່ນແລະ​ທ່ານ​ເວົ້າ​ຕໍ່​ໄປ​ວ່າ ທ່ານ​ກໍາລັງ​ເຈລະຈາ​ກັບ​ພວກ​ສາຍ​ການບິນ​ຕ່າງໆ​ໃນ​ມາ​ເລ​ເຊຍ​ຈັດ​ຖ້ຽວ​ບິນ​ໄປ​ຍັງ​ກຸງ​ໄຄ​ໂຣ​ເພື່ອ​ຮັບ​ເອົາພວກ​ນັກ​ສຶກສາ​ຈໍານວນ​ຫລາຍ​ກວ່າ 11 ພັນຄົນ​ທີ່​ໄດ້ໄປ​ລົງທະບຽນກັບ​ສະຖານທູດ​ມາ​ເລ​ເຊຍ​ນັ້ນ.

ຈີນ​ກ່າວ​ວ່າ ຕົນ​ໄດ້​ຍົກຍ້າຍ​ປະຊາຊົນ​ຂອງ​ຕົນ​ຈໍານວນ​ເກືອບ 500 ຄົນ​ແລ້ວ​ອອກ​ຈາກ​ອິຈິບ​ນໍາ​ເຮືອບິນ​ຮັບ​ເໝົາ 2 ຖ້ຽວ​ໃນ​ວັນ​ອັງຄານ​ວານ​ນີ້ ​ແລະ​ອີກ 2 ຖ້ຽວ​ໄດ້​ມຸ້ງ​ໜ້າ​ໄປ​ຍັງ​ເມືອງ Luxor ​ໃນ​ວັນ​ພຸດມື້​ນີ້​ເພື່ອ​ໄປ​ຮັບ​ເອົາ​ພວກ​ນັກ​ທ່ອງ​ທ່ຽວ​ຈາກ​ຮ່ອງ​ກົງ ປະມານ 200 ຄົນ. ອິນ​ໂດ​ເນ​ເຊຍ ອອສ​ເຕຣ​ເລຍ ​ໄທ ​ແລະ​ຟີ​ລິບ​ປິນ ກໍ​ໄດ້​ຈັດການສົ່ງ​ຖ້ຽວ​ບິນ​ໄປ​ຮັບ​ເອົາ​ປະຊາຊົນ​ຂອງ​ຕົນ​ເຊ່ນ​ກັນ.

ນີວຊີ​ແລນ ກ່າວ​ວ່າ ຕົນ​ຈະ​ຈັດ​ຖ້ຽວ​ບິນໄປຍັງອີຈິບ​ເຊ່ນ​ກັນ​ຖ້າ​ຈໍາ​ເປັນ ​ແຕ່​ໄດ້​ແນະ​ນໍາ​ໃຫ້​ປະຊາຊົນ​ຂອງ​ຕົນ​ໄປ​ຊອກ​ຈອງ​ບ່ອນ​ນັ່ງ​ນໍາ​ພວກ​ຖ້ຽວ​ບິນ​ພານິດຕ່າງໆ​ທີ່​ອັ່ງ​ອໍ​ກັນຢູ່ແລ້ວ​ນັ້ນ. ການ​ກະທໍາ​ເຊ່ນ​ນີ້ ​ໄດ້​ກໍ່ໃຫ້ເກີດ​ມີການ​ຈົ່ມ​ວ່າຂຶ້ນ​ມາວ່າ ນີວຊີ​ແລນໄດ້​ດໍາ​ເນີນ​ການ​ພຽງພໍ​ເພື່ອ​ຊ່ອຍ​ປະຊາຊົນ​ຂອງ​ຕົນ​ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ໄທ ກ່າວ​ວ່າ ຕົນ​ໄດ້​ສົ່ງ​ເຮືອບິນ​ລໍາ​ນຶ່ງ​ໄປ​ຍັງ​ສະໜາມ​ບິນ​ກຸງ​ໄຄ​ໂຣ ບ່ອນ​ທີ່​
ປະຊາຊົນ​ໄທ​ປະມານ 80 ຄົນ​ກໍາລັງ​ລໍຖ້າຢູ່ ​ແລະ​ເວົ້າ​ວ່າ ພວກ​ຄົນ​ໄທ 45 ຄົນ​ຢາກ​ເດີນ
ທາງ​ກັບ​ຄືນ​ປະ​ເທດແລ​ະພວກ​ອື່ນໆ​ນັ້ນ​ເປັນ​ຄົນ​ງານ​ພົ້ນ​ທະ​ເລ​ທີ່​ຢາກ​ເດີນທາງ​ໄປ​ຍັງ​ທະ
ວີບຢູ​ໂຣບ.

XS
SM
MD
LG