ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການໄດ້ປຽບໃນດ້ານການຄ້າຂອງຈີນ


ເສດຖະກິດຂອງຈີນ
ເສດຖະກິດຂອງຈີນ

ຈີນລາຍງານວ່າ ຕົນໄດ້ປຽບດຸນ ການຄ້າ 16,900 ລ້ານໂດລາ ໃນເດືອນກັນຍາຜ່ານມານີ້.

ມູນຄ່າດັ່ງກ່າວນີ້ ແມ່ນຍັງໜ້ອຍກວ່າ ການໄດ້ປຽບ 20,000 ລ້ານໂດລາໃນເດືອນສິງຫາ
ຜ່ານມາ ແຕ່ກໍຫຼາຍພໍ ຈົນພາໃຫ້ມີການຮຽກຮ້ອງອີກເທື່ອໃໝ່ ໃຫ້ຈີນຊຶ່ງເປັນປະເທດທີ່ມີ
ເສດຖະກິດ ໃຫຍ່ເປັນອັນດັບ 2 ຂອງໂລກ ປ່ອຍໃຫ້ເງິນຕາຂອງຕົນ ມີການຄ້າຂາຍຢ່າງ
ເສລີຫຼາຍ ຂຶ້ນຢູ່ໃນຕະຫຼາດໂລກ.

ຜະແນກພາສີຂອງຈີນລາຍງານໃນວັນພຸດມື້ນີ້ວ່າ ການສົ່ງອອກສິນຄ້າໃນເດືອນກັນຍາເພີ້ມ ຂຶ້ນ 25.1% ທຽບໃສ່ໄລຍະດຽວກັນຂອງປີກາຍ ແຕ່ການນຳເຂົ້າກໍຖີບໂຕຂຶ້ນເປັນ 24.1% ຊຶ່ງເຮັດໃຫ້ມູນຄ່າ ໃນການໄດ້ປຽບດຸນການຄ້າ ບໍ່ສູງປານໃດ.

ໃນເດືອນສິງຫາຜ່ານມາ ການສົ່ງອອກສິນຄ້າຂອງຈີນ ໄດ້ເພີ້ມຂຶ້ນ 34.4% ແລະການນຳ ເຂົ້າເພີ້ມຂຶ້ນ 35.2%.

ສະຫະລັດ ແລະຄູ່ການຄ້າອື່ນໆ ໄດ້ກ່າວຫາຈີນວ່າ ຕັ້ງໃຈທີ່ຈະຮັກສາຄ່າເງິນຢວນ ເງິນຕາ ຂອງຈີນນັ້ນ ໃຫ້ຕໍ່າກວ່າສະພາບຄວາມເປັນຈິງ ເພື່ອຈະເຮັດໃຫ້ສິນຄ້າຈີນ ມີລາຄາຖືກກວ່າ ສິນຄ້າຂອງຄູ່ແຂ່ງ ຢູ່ໃນຕະຫຼາດໂລກ.

ສະມາຊິກລັດຖະສະພາສະຫະລັດກ່າວວ່າ ການກະທຳດັ່ງກ່າວຂອງຈີນ ເຮັດໃຫ້ສະຫະລັດ ຕ້ອງສູນເສຍວຽກງານ ໃນດ້ານການຜະລິດພາຍໃນປະເທດ ຫຼາຍລ້ານໜ້າວຽກ.

XS
SM
MD
LG