ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການປົກຄອງທີ່ດີຄືກະແຈ ສຳລັບການເຕີບໂຕ ຂອງເສດຖະກິດ


ປະທານທະນາຄານພັດທະນາເອເຊຍ ທ່ານ Kuroda ກ່າວຕໍ່ກອງປະຊຸມສຳມະນາ ໃນລະຫວ່າງກອງປະຊຸມ ປະຈຳປິຂອງ ADB ທີ່ຮ່າໂນ່ຍ (4 ພຶດສະພາ 2011)
ປະທານທະນາຄານພັດທະນາເອເຊຍ ທ່ານ Kuroda ກ່າວຕໍ່ກອງປະຊຸມສຳມະນາ ໃນລະຫວ່າງກອງປະຊຸມ ປະຈຳປິຂອງ ADB ທີ່ຮ່າໂນ່ຍ (4 ພຶດສະພາ 2011)

ປະທານທະນາຄານພັດທະນາເອເຊຍ ຫຼື ADB ກ່າວວ່າ
ການນຳພາທີ່ເຂັ້ມແຂງແລະຄວາມໝາຍໝັ້ນຕັ້ງໃຈຕໍ່ການ
ປົກຄອງທີ່ດີແມ່ນເປັນສິ່ງຈຳເປັນ ຖ້າເອເຊຍຢາກແກ້ຂອດ
ພະລັງບົ່ມຊ້ອນຂອງຕົນ ແລະນຳພາໂລກໄປສູ່ການມີເສດ
ຖະກິດຂະຫຍາຍໂຕ ແບບກໍ້າເກິ່ງ ແລະມີຄວາມຍຸດຕິທຳ
ຫຼາຍຂຶ້ນ.

ທ່ານ Haruhiko Kuroda ໃຫ້ທັດສະນະດັ່ງກ່າວໃນວັນ
ພະຫັດມື້ນີ້ໃນພິທີເປີດກອງປະຊຸມປະຈຳປີຄັ້ງທີ 44 ຂອງ
ADB ທີ່ປະເທດຫວຽດນາມ. ພວກຫົວໜ້າດ້ານເງິນຈາກ
ທົ່ວເຂດເອເຊຍພວມພາກັນໄປຮ່ວມກອງປະຊຸມທີ່ນະຄອນ
ຫຼວງຮ່າໂນ່ຍໃນສັບປະນີ້. ລັດຖະມົນການເງິນຂອງຝຣັ່ງກໍໄປຮ່ວມກອງປະຊຸມດັ່ງກ່າວນີ້
ໃນນາມຂອງກຸ່ມປະເທດຈີ 20 ທີ່ຈະເລີນແລ້ວນັ້ນ.

ທ່ານ Kuroda ເວົ້າວ່າ ຫຼາຍໆປະເທດທີ່ກຳລັງພັດທະນາໃນເຂດເອເຊຍຍັງຕິດອັນດັບທີ່
ບໍ່ຄ່ອຍດີປານໃດ ຖ້າເວົ້າເຖິງເລື່ອງການປົກຄອງທີ່ດີ ແລະສະພາບການທີ່ວ່ານີ້ຕ້ອງໄດ້ມີ
ການປ່ຽນແປງ ເພື່ອຊຸກຍູ້ໃຫ້ມີການເຕີບໂຕແບບມີຄຸນນະພາບ ທີ່ໃຫ້ອຳນາດແກ່ພວກຄົນ
ທຸກແລະຄໍ້າປະກັນຄວາມຍຸດຕິທຳຂອງສະຖາບັນຕ່າງໆ.

ທ່ານເວົ້າວ່າ ອົງປະກອບອື່ນໆ ທີ່ຈະຕັດສິນໃຈກ່ຽວກັບສະພາບເສດຖະກິດ ໃນອະນາຄົດ
ຂອງຂົງເຂດແມ່ນຮວມທັງຄວາມຈຳເປັນທີ່ຈະຕ້ອງໃຊ້ຈ່າຍເງິນຈຳນວນ 750 ພັນລ້ານໂດ
ລາຕໍ່ປີສຳລັບໂຄງລ່າງພື້ນຖານ ລະບົບການເງິນເຂັ້ມແຂງທີ່ສາມາດນຳໃຊ້ເງິນທີ່ມີການເກັບ
ອອມໄວ້ນັ້ນ ການແບ່ງປັນຄວາມຮູ້ໃນດ້ານການພັດທະນາ ທີ່ກວ້າງຂວາງກວ່າເກົ່າ ແລະ
ການຮ່ວມມືເພີ່ມຂຶ້ນຢູ່ໃນຂົງເຂດ.

XS
SM
MD
LG