ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ADB ວ່າ ເສດຖະກິດ ເຂດເອເຊຍ ຂະຫຍາຍໂຕ ຊ້າລົງ


ກະດານຂ່າວທາງອີເລັກໂຕຣນິກຂອງຕະຫລາດຮຸ້ນ Madrid ໃນວັນທີ 19 ມິຖຸນາ, 2012.
ກະດານຂ່າວທາງອີເລັກໂຕຣນິກຂອງຕະຫລາດຮຸ້ນ Madrid ໃນວັນທີ 19 ມິຖຸນາ, 2012.

ທະນາຄານພັດທະນາເອເຊຍ ຫລື ADB ເວົ້າວ່າ ວິກິດການທາງດ້ານການເງິນ ​ໃນຢູ​ໂຣບ ແລະການຟື້ນໂຕຄືນທາງເສດຖະກິດທີ່ຝືດເຄືອງຢູ່ໃນສະຫະລັດແມ່ນ ໄດ້ສົ່ງຜົນກະທົບ ຕໍ່ການຂະຫຍາຍໂຕຂອງເສດຖະກິດປະເທດກໍາລັງພັດທະນາຢູ່ ​ເຂດເອເຊຍ.

ໃນບົດລາຍງານທີ່ນໍາອອກເຜີຍແຜ່ໃນວັນພະຫັດມື້ນີ້ ADB ເວົ້າວ່າ ການຂະຫຍາຍໂຕ
ຢູ່ເອເຊຍແມ່ນຊັກຊ້າ ໃນໄລຍະຫົກເດືອນທໍາອິດຂອງປີນີ້ ຍ້ອນຄວາມຫຍຸ້ງຍາກທາງ
ເສດຖະກິດຢູ່ໃນຢູໂຣບ ແລະສະຫະລັດ ທີ່ໄດ້ຕັດຮອນຄວາມຕ້ອງການສິນຄ້າສົ່ງອອກ
ຈາກ​ເຂດເອເຊຍລົງ.

ນອກນັ້ນ ບົດລາຍງານຍັງໄດ້ກ່າວເຖິງການຊັກ​ຊ້າລົງຂອງເສດຖະກິດຈີນແລະອິນເດຍນັ້ນ
ວ່າ ສົ່ງຜົນກະທົບໃສ່ເສດຖະກິດຂອງ​ປະ​ເທດທີ່ກໍາລັງພັດທະນາ.

ດ້ວຍເຫດນີ້ ທະນາຄານດັ່ງກ່າວ ຈຶ່ງໄດ້ຫລຸດອັດຕາການຂະຫຍາຍຕົວທີ່ຄາດຄະເນສຳ​
ຫຼັບຂົງເຂດລົງ ​ໃນປີ 2012 ແລະ 2013.

ແຕ່ທະນາຄານນີ້ ກໍໄດ້ເວົ້າວ່າ ການຫລຸດຄວາມຕ້ອງການລົງ ແມ່ນໄດ້ຊ່ວຍເຮັດໃຫ້
ລາຄາອາຫານ ແລະນໍ້າມັນຖືກລົງ ແລະໄດ້ເຮັດໃຫ້ສະພາບເງິນເຟີ້ ຢູ່ໃນຂົງເຂດຜ່ອນ
ຄາຍລົງນຳ​ດ້ວຍ.

XS
SM
MD
LG