ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

UN ວ່າ ການສໍ້ລາດບັງຫລວງ ບັ່ນທອນ ການຕໍ່ສູ້ ຕ້ານຄວາມທຸກຈົນ ໃນທົ່ວຂົງເຂດເອເຊຍ


ດຣ. ນໍ​ລີ​ນ ​ເຮ​ເຊີ (Noeleen Heyzer) ເລຂາທິການ​ຝ່າຍ
ບໍລິຫານຂອງ​ຄະນະກໍາມາທິການເສດຖະກິດແລະສັງຄົມ​ແຫ່ງ ຂົງເຂດເອເຊຍ-ປາຊິຟິກ ຂອງອົງການສະຫະປະຊາຊາດ.​
ດຣ. ນໍ​ລີ​ນ ​ເຮ​ເຊີ (Noeleen Heyzer) ເລຂາທິການ​ຝ່າຍ ບໍລິຫານຂອງ​ຄະນະກໍາມາທິການເສດຖະກິດແລະສັງຄົມ​ແຫ່ງ ຂົງເຂດເອເຊຍ-ປາຊິຟິກ ຂອງອົງການສະຫະປະຊາຊາດ.​

ເຈົ້າໜ້າທີ່ອາວຸໂສທ່ານນຶ່ງຂອງອົງການສະຫະປະຊາຊາດກ່າວວ່າ ການສໍ້ລາດບັງຫລວງທີ່​ມີຢູ່ທົ່ວຂົງເຂດເອເຊຍໃນເວລານີ້ ແມ່ນກໍາລັງບັ່ນ​ທອນຄວາມພະຍາຍາມ​ ໃນ​ການຕໍ່ສູ້ກັບ ຄວາມທຸກຈົນ ແລະລົດຜ່ອນຄວາມແຕກ​ໂຕນກັນ​ໃນ​ດ້ານລາຍໄດ້. ທອງປານມີເລຶ່ອງນີ້ ມາສະເໜີທ່ານ.

ໃນການໃຫ້ສໍາພາດແບບກວມກວ້າງກັບວີໂອເ ​ເມື່ອ​ໄວໆ​ມາ​ນີ້ ດຣ. ນໍ​ລີ​ນ ​ເຮ​ເຊີ ເລຂາ
ທິການ​ຝ່າຍບໍລິຫານຂອງ​ຄະນະກໍາມາທິການເສດຖະກິດແລະສັງຄົມ​ແຫ່ງຂົງເຂດເອເຊຍ
ປາຊິຟິກຂອງອົງການສະຫະປະຊາຊາດ ຫລື UNESCAP ກ່າວວ່າ ພວກປະເທດຕ່າງໆ
ຈະຕ້ອງພາກັນລົງທຶນໃສ່ ໃນອັນທີ່ທ່ານນາງເອີ້ນວ່າ ການພິທັກປົກປ້ອງສັງຄົມເພື່ອຮັບປະ
ກັນການເຕີບໂຕຂອງເສດຖະກິດໃນຂົງເຂດເອເຊຍ. ທ່ານນາງ ດຣ. Heyzer ກ່າວວ່າ:

“ທ່ານ​ກໍຮູ້ດີວ່າ ບັນຫາຄືການປົກຄອງ ​ເພາະວ່າ​ ​ເວົ້າ​ສຸດໆແລ້ວ ກໍແມ່ນ​ວ່າເຮົາຈໍາເປັນ
ຕ້ອງມີການປົກຄອງທາງ​ດ້ານເສດຖະກິດ ເຮົາຈໍາ​ເປັນຕ້ອງ​ມີການປົກຄອງດ້ານການ
ເມືອງທີ່ດີຂຶ້ນ ເພື່ອ​ທີ່​ຈະ​ໃຫ້ສາມາດມີລະບົບຕ່າງໆ ທີ່ລົງທຶນເຂົ້າໃສ່ໃນພື້ນຖານຕ່າງໆ
ທາງສັງຄົມຂອງປະຊາຄົມຂອງພວກເຮົາ ເພື່ອ​ໃຫ້ປະຊາຊົນຊີວິດ​ທີ່ດີ ແລະ​ເປັນ​ທີ່ແຈ່ມ
ແຈ້ງແລ້ວວ່າ ການສໍ້ລາດບັງຫລວງໃນຮູບແບບໃດກໍຕາມ ​ແມ່ນເປັນພຶດຕິກໍາທີ່ຕໍ່ຕ້ານ ສິ່ງທີ່ກ່າວມານັ້ນ.”

ເມື່ອໝໍ່ໆມານີ້ ທະນາຄານພັທະນາເອເຊຍ ຫລື ADB ໄດ້ຮຽກຮ້ອງໃຫ້ມີການປັບປຸງ​ໃຫ້
ດີ​ຂຶ້ນ ໃນດ້ານຄວາມຮັບຜິດຊອບຂອງລັດຖະບານ ທີ່ຖືວ່າເປັນສິ່ງສໍາຄັນ​ແລະ​ຈໍາ​ເປັນທີ່ສຸດ
ຢູ່​ໃນ​ເອ​ເຊຍ ເພື່ອຄຸ້ມຄອງ​ແລະ​ຮັກສາສະຖຽນລະພາບທາງສັງຄົມແລະການເມືອງເອົາໄວ້.
ທະນາຄານ ADB ກ່າວອີກວ່າ ການສໍ້ລາດບັງຫລວງທີ່ກໍາລັງຖີບຕົວສູງຂຶ້ນນັບມື້ນັ້ນ ​ແມ່ນ
ແລເຫັນ​ໄດ້​ ຢູ່​ໃນ​ການ​ຊຸດ​ໂຊມ​ລົງໃນຄຸນນະພາບ ແລະຄວາມໜ້າເຊື່ອຖື ຂອງບັນດາສະຖາ
ບັນການເມືອງ ແລະເສດຖະກິດແຫ່ງຊາດຂອງ​ປະ​ເທດຕ່າງໆ.

ລາຍງານສະບັບນຶ່ງ​ຂອງສະຖາບັນທະນາຄານໂລກ ​ໄດ້ເຕືອນເຖິງການຖອຍຫລັງໃນຄວາມ
ຮັບຜິດຊອບ ແລະສະຖຽນລະພາບທາງການເມືອງໃນຂົງເຂດເອເຊຍໃນລະຫວ່າງປີ 2008
ແລະ 2009. ຕົວຢ່າງຢູ່ໃນປະເທດອິນເດຍ ທະນາຄານໂລກພົບເຫັນວ່າ ​ໃນ​ຈໍານວນງົບປະ
ມານຂອງລັດຖະບານທີ່ອະນຸມັດ​ໃຫ້ ສໍາລັບໂຄງການຕ່າງໆທີ່ກ່ຽວພັນກັບຄວາມທຸກຈົນນັ້ນ
ແມ່ນມີພຽງ 40 ເປີເຊັນ​ເທົ່າ​ນັ້ນ ທີ່ໄປຮອດໄປເຖິງພວກຄົນທຸກຈົນແທ້ໆ. ສ່ວນ​ທີ່​ເຫລືອ​ນັ້ນ
ແມ່ນ​ສູນ​ເສຍ​ໄປ ຍ້ອນການ​ບໍລິຫານ​ທີ່​ບໍ່​ດີ​ແລະ​ການ​ສໍ້​ລາດ​ບັງ​ຫລວງ.

ດຣ ​ເຮເຊີ ເຕືອນວ່າ ເຖິງແມ່ນ​ໄດ້ມີການກ້າວໜ້າ​ດ້ານເສດຖະກິດຢູ່​ໃນຂົງເຂດເມື່ອໝໍ່ໆມານີ້
ກໍຕາມ ​ແຕ່ພວກ​ລັດຖະບານ​ກໍ​ຈໍາ​ເປັນ​ຕ້ອງ​ໄດ້​ຫາ​ທາງ​ແກ້​ໄຂ​ບັນຫາຄວາມແຕກໂຕນກັນດ້ານ
ລາຍໄດ້ ທີ່ນັບ​ມື້ຂະຫຍາຍ​ກ້ວາງອອກນັ້ນ ຜ່ານ​ການປັບປຸງ​ພວກ​ໂຄງການພິທັກ​ປົກ​ປ້ອງ​ສັງ
ຄົມ​ໃຫ້​ດີ​ຂຶ້ນ. ທ່ານນາງ ດຣ ​ເຮ​ເຊີ ກ່າວວ່າ:

“ສິ່ງທີ່ພວກເຮົາໄດ້ພົບເຫັນນັ້ນ ກໍແມ່ນວ່າ ຢູ່ໃນຂົງເຂດເອເຊຍ ເຮົາຈະມີການເຕີບໂຕ
ທາງເສດຖະກິດທີ່ສູງ ແຕ່ໃນຂະນະດຽວກັນ ເຮົາກໍມີການເຕີບໂຕ​ໃນດ້ານຄວາມບໍ່ສະ
ເໝີພາບ ແລະຄວາມແຕກ​ໂຕນກັນ ແລະວິທີດຽວ ທີ່ຈະຈັດການກັບສິ່ງນີ້​ໄດ້ ກໍຄືຮັບປະ
ກັນການເຕີບໂຕທີ່ລວມເອົາທຸກຄົນ ການລົງທຶນເຂົ້າໃສ່ໃນການພິທັກປົກປ້ອງສັງຄົມໃນ
ການ​ເຮັດໃຫ້ເປັນທີ່ແນ່ໃຈວ່າ ທະວີບນີ້ຈະສາມາດຄິດທົບທວນ​ເບິ່ງຕົນເອງຄືນ ແລະລົງ
ທຶນເຂົ້າໃສ່ໃນຕົນເອງຄືນໃໝ່​ໄດ້​ ເປັນ​ເທື່ອ​ທໍາ​ອິດ ໃນແງ່ຂອງການ​ແກ້​ໄຂ ຄວາມ​ນຶກ​ຄິດ
ຂອງ​ສັງຄົມແລະຄວາມ​ຮ້າຍ​ແຮງ​ທາງ​ບັນຫາຂອງສັງຄົມ.”

ພວກນັກວິເຄາະດ້ານເສດຖະກິດກ່າວວ່າ ຂົງເຂດເອເຊຍປາຊິຟິກ ຖືວ່າເປັນຕົວຂັບດັນການ
ເຕີບໂຕເສດຖະກິດໂລກທີ່ສໍາຄັນ ແຕ່ ດຣ. ເຮເຊີກ່າວວ່າ ຂົງເຂດເອເຊຍຍັງປະເຊີນກັບສິ່ງ
ທ້າທາຍຫລາຍຢ່າງຫລາຍອັນ ​ໃນ​ການທີ່ຈະຮັບປະກັນ​ໃຫ້ຜົນ​ຮັບ​ຈາກການເຕີບໂຕນັ້ນ ຖືກ
ແບ່ງປັນກັນຢ່າງກວ້າງຂວາງ. ທ່ານນາງ ດຣ ເຮເຊີ ກ່າວວ່າ:

“ການອັດຊ່ອງວ່າງຂອງຄວາມແຕກໂຕນກັນນັ້ນ ຖືວ່າສໍາຄັນທີ່ສຸດ ຄືບັນຫາກໍ​ແມ່ນ​ວ່າ ພວກເຮົາຈະສາມາດເຮັດໃຫ້ການເຕີບໂຕມີຄວາມຍືນຍົງໄດ້ຢ່າງໃດ? ແຕ່ວ່າ ໃນຂະນະ
ດຽວກັນ ພວກເຮົາກໍຈະຮັບປະກັນ​ໃຫ້ການເຕີບໂຕກວມ​ເອົາ​ໝົດ​ທຸກ​ຄົນ​ທຸກ​ຊົນ​ຊັ້ນ​ ໄດ້
ແນວໃດ? ພວກເຮົາມີການຟື້ນຕົວຄືນທາງເສດຖະກິດ ແຕ່ການຟື້ນຕົວຄືນນີ້ກໍຍັງອ່ອນ
ແອແຕກຫັກໄດ້ງ່າຍຢູ່. ນອກ​ນັ້ນ​ແລ້ວ ກໍຈະມີຄວາມເປັນຫ່ວງຢ່າງໃຫຍ່ຫລວງກ່ຽວກັບ
ສະພາວະເງິນເຟີ້ ກ່ຽວກັບຊັບສິນຟອງສະບູ່ ການໄຫລເຂົ້າມາຂອງເງິນທຶນ ແລະມັນ
ເປັນການສໍາຄັນທີ່ສຸດທີ່ຈະໃຫ້ການເຕີບໂຕນັ້ນ ຍືນຍົງຖາວອນໄດ້.”

ໃນລາຍ​ງານຜົນການສໍາຫລວດເສດຖະກິດທີ່ນໍາອອກເປີດເຜີຍ​ເມື່ອ​ໄວໆ​ມາ​ນີ້ ອົງການ
UNESCAP ທໍານາຍວ່າ ບັນດາເສດຖະກິດທີ່​ກໍາລັງພັດທະນາແຫ່ງຂົງເຂດເອເຊຍ ຈະ
ເຕີບໂຕຂື້ນຫລາຍກວ່າ 7 ເປີເຊັນໃນປີ 2011 ​ນໍາ​ໜ້າ​ໂດຍເສດຖະກິດຂອງຈີນແລະອິນ
ເດຍ ທີ່​ຄາດ​ວ່າ​ຈະ​ມີ​ການ​ເຕີບ​ໂຕ ໃນອັດຕາເກືອບເຖິງ 9 ເປີເຊັນ ແຕ່ລາຍງານກໍເວົ້າວ່າ
ຍັງມີຄວາມເປັນຫ່ວງເລຶ່ອງສະພາວະເງິນເຟີ້ຢູ່ ຍ້ອນລາຄາອາຫານແລະພະລັງງານ ທີ່ກໍາ
ລັງຖີບຕົວສູງຂຶ້ນນັບມື້ ທີ່​ສົ່ງ​ຜົນ​ໃຫ້ພວກຄົນທຸກຈົນຕ້ອງຕົກ​ເປັນ​ຜູ້ທີ່​ໄດ້​ຮັບ​ຄວາມ​ເດືອດ
ຮ້ອນ​ຫລາຍ​ທີ່​ສຸດນັ້ນ.

XS
SM
MD
LG