ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ລາຍງານ ສປຊ ແຈ້ງວ່າ ມີການໃຊ້ ຢາເສບຕິດ ເພີ່ມຂຶ້ນໃນເຂດເອເຊຍ


ຕຳຫຼວດຄົນນຶ່ງຢືນຍາມໃກ້ໆຖົງຢາບ້າທີ່ເຈົ້າໜ້າທີ່ໄທຢຶດໄດ້ ໃນລະຫວ່າງການເຜົາທຳລາຍຢາເສບຕິດຄັ້ງທີ່ 39 ທີ່ຈັງຫວັດອະຍຸດທະຍາ ໃນເຂດພາກກາງຂອງໄທ (24 ມິຖຸນາ 2011)
ຕຳຫຼວດຄົນນຶ່ງຢືນຍາມໃກ້ໆຖົງຢາບ້າທີ່ເຈົ້າໜ້າທີ່ໄທຢຶດໄດ້ ໃນລະຫວ່າງການເຜົາທຳລາຍຢາເສບຕິດຄັ້ງທີ່ 39 ທີ່ຈັງຫວັດອະຍຸດທະຍາ ໃນເຂດພາກກາງຂອງໄທ (24 ມິຖຸນາ 2011)

ອົງການສະຫະປະຊາຊາດໄດ້ພິມເຜີຍແຜ່ ລາຍງານສະບັບນຶ່ງໃນວັນອັງຄານວານນີ້ ທີ່ສະແດງ ໃຫ້ເຫັນວ່າໄດ້ມີການຂະຫຍາຍໂຕຢ່າງສຳຄັນໃນການຜະລິດ ລັກລອບຄ້າຂາຍ ແລະນຳໃຊ້ ຢາເສບຕິດທີ່ຜິດກົດໝາຍ ຢູ່ໃນເຂດເອເຊຍຕາເວັນອອກ ແລະຕາເວັນອອກສຽງໃຕ້. ລາຍງານ ຂອງອົງການຄວບຄຸມຢາເສບຕິດ ແລະອາຊະຍາກຳຂອງສະຫະປະຊາຊາດ ຮຽກຮ້ອງໃຫ້ລັດ ຖະບານຂອງປະເທດຕ່າງໆຢູ່ໃນຂົງເຂດດັ່ງກ່າວ ເພີ່ມໂຄງການປະຕິບັດກົດໝາຍປາບປາມ ປ້ອງກັນແລະປິ່ນປົວບຳບັດ ເພື່ອຄວບຄຸມບັນຫາດັ່ງກ່າວທີ່ພວມເພີ່ມທະວີຮ້າຍແຮງຂຶ້ນນັ້ນ. Brian Padden ຜູ້ສື່ຂ່າວຂອງ VOA ມີລາຍງານກ່ຽວກັບເລື່ອງນີ້ຈາກກຸງຈາກາຕາ.

ທ່ານ Gary Lewis ຜູ້ຕາງໜ້າຂອງອົງການຄວບຄຸມຢາເສບຕິດແລະອາຊະຍາກຳຂອງສະ
ຫະປະຊາຊາດປະຈຳເຂດເອເຊຍຕາເວັນອອກແລະຍ່ານມະຫາສະມຸດປາຊີຟິກກ່າວວ່າພວກ ນັກວິເຄາະມີຄວາມວິຕົກກັງວົນເປັນທີ່ສຸດ ກ່ຽວກັບການໄດ້ຮັບຄວາມນິຍົມເພີ່ມຂຶ້ນຂອງຢາ
ກະຕຸ້ນປະສາດປະເພດຢາບ້າ ຫຼື ATS ນັ້ນ. ທ່ານກ່າວວ່າ ຢາເສບຕິດຕ່າງໆ ເຊັນຢາບ້າ
ປະເພດໃສຫຼື Crystal ແລະຢາກະຕຸ້ນປະສາດ Ecstasy ແມ່ນຮວມຢູໃນຈຳນວນຢາເສບ
ຕິດສາມປະເພດ ທີ່ມີການຊົມໃຊ້ຫຼາຍທີ່ສຸດ ຢູ່ໃນ 15 ປະເທດໃນເຂດເອເຊຍຕາເວັນອອກ ແລະຕາເວັນອອກສຽງໃຕ້ທີ່ພວກເຂົາເຈົ້າໄດ້ທຳການສຳຫຼວດ.

ທ່ານ Lewis ເວົ້າວ່າ “ພວກເຮົາໄດ້ພົບເຫັນຈຳນວນຫ້ອງແລັບ ຜະລິດຢາກະຕຸ້ນ
ປະສາດ ATS ທີ່ຖືກເຈົ້າໜ້າທີ່ບຸກເຂົ້າໄປຈັບເພີ່ມຂຶ້ນ 5 ເທົ່າໃນໄລຍະ 4 ປີ
ຜ່ານມາຫຼືປະມານນັ້ນ. ພວກເຮົາໄດ້ເຫັນຢາບ້າທີ່ຖືກຢຶດໄດ້ເພີ່ມຂຶ້ນ 4 ເທົ່າໃນ
ຮອບສອງປີຜ່ານມານີ້.”

ການເພີ່ມຂຶ້ນຂອງຢາເສບຕິດ ແມ່ນແຕກຕ່າງກັນໄປໃນພູມີພາກ. ຄະນະສືບສວນກ່າວວ່າ
ອອສເຕຣເລຍ ຍີ່ປຸ່ນ ນິວຊີແລນ ຟີລິບປິນແລະເກົາຫຼີໃຕ້ ມີລາຍງານວ່າ ການໃຊ້ຢາເສບ ຕິດແມ່ນຢູ່ໃນລະດັບທີ່ທຸ່ນທ່ຽງ ຫຼືບໍ່ກໍຫຼຸດລົງແລ້ວ. ແຕ່ຈຳນວນຜູ້ໃຊ້ຢາເສບຕິດແມ່ນເພີ່ມ
ຂຶ້ນຢູ່ໃນກຳປູເຈຍ ຈີນ ລາວ ມຽນມາ ປະເທດໄທ ແລະຫວຽດນາມ.

ການເຜົາທຳລາຍຢາເສບຕິດຢູ່ກຳປູເຈຍ
ການເຜົາທຳລາຍຢາເສບຕິດຢູ່ກຳປູເຈຍ

ນອກນັ້ນລາຍງານສະບັບນີ້
ຍັງໄດ້ບັນທຶກກ່ຽວກັບການ
ເພີ່ມຂຶ້ນແບບໜ້າຕື່ນຕົກໃຈ
ຂອງການຢຶດຢາບ້າຢູ່ໃນຂົງ
ເຂດຈາກ 32 ລ້ານເມັດໃນ
ປີ 2008 ມາເປັນ 136
ລ້ານເມັດໃນປີ 2010 ຊຶ່ງ
ໄດ້ສະທ້ອນໃຫ້ເຫັນ ເຖິງ
ການຂະຫຍາຍໂຕໃນການ
ຜະລິດຢາເສບຕິດທີ່ຜິດກົດ
ໝາຍເຫຼົ່ານີ້ ແລະລາຍງານ
ແຈ້ງໃຫ້ຊາບຕື່ມວ່າ ຢູ່ອິນ
ໂດເນເຊຍ ຢາບ້າປະເພດ
ໃສໄດ້ໄລ່ທັນການໃຊ້ກັນຊາ
ເພື່ອກາຍເປັນຢາເສບຕິດທີ່
ມີການນຳໃຊ້ຫຼາຍທີ່ສຸດອັນ
ດັບນຶ່ງນັ້ນ.

ທ່ານ Lewis ກ່າວວ່າ ການເພີ່ມຂຶ້ນຂອງຈຳນວນປະຊາກອນທີ່ມີອາຍຸໜຸ່ມນ້ອຍທີ່ຍັງບໍ່ຮູ້ ເຖິງໄພອັນຕະລາຍຂອງຢາເສບຕິດເຫຼົ່ານີ້ ພາໃຫ້ມີຄວາມຕ້ອງການໃນການນຳໃຊ້ຢາເສບ
ຕິດຫຼາຍຂຶ້ນ. ທ່ານເວົ້າວ່າ ກຸ່ມອາຊະຍາກອນຂ້າມຊາດໄດ້ສະໜອງຕອບຄວາມຮຽກຮ້ອງ
ຕ້ອງການທີ່ມີເພີ່ມຂຶ້ນ ດ້ວຍການເພີີ່ມປະລິມານຢາເສບຕິດທີ່ຜະລິດຢູ່ໃນເຂດຕ່າງບ່ອນ
ທີ່ການປະຕິບັດກົດໝາຍບໍ່ໄດ້ມີກັນຢ່າງເຄັ່ງຄັດນັ້ນ.

ທ່ານກ່າວວ່າ ເຈົ້າໜ້າທີ່ໃນຂົງເຂດຈຳເປັນຕ້ອງໄດ້ຕາມລ່າຫາໂຕພວກຫົວໜ້າຂອງກຸ່ມອາ ຊະຍາກອນເຫຼົ່ານີ້ແລະອາຊີບວຽກງານອື່ນໆທີ່ໄດ້ຮັບຜົນປະໂຫຍດຈາກການຄ້າຢາເສບຕິດ.

ທ່ານ Lewis ເວົ້າວ່າ “ບໍ່ຄວນມອງເບິ່ງແຕ່ພຽງການຈັບກຸມພວກຈຳໜ່າຍທໍ່ນັ້ນແຕ່
ຍັງຊອກຫາການປະຕິບັດງານ ທີ່ໃຫຍ່ໆ ຂອງພວກລາຊາຢາເສບຕິດ ທີ່ມີຄວາມ
ຈຳເປັນ ການຈັບກຸມພວກທີ່ໃຫ້ການສະໜັບສະໜຸນ ຊຶ່ງໃນຫຼາຍໆກໍລະນີດ ແມ່ນ ເປັນພວກທະນາຍຄວາມແລະນັກບັນຊີ ພວກນັກຊ່ຽວຊານດ້ານຄອມພິວເຕີ້ ພວກ ນັກຊ່ຽວຊານທາງດ້ານການຄ້າ ທີ່ໃຫ້ການສະໜັບສະໜຸນ ໃນການຊ່ອຍບໍລິການ ຂອງກຸ່ມລັກລອບຄ້າຂາຍຢາເສບຕິດຕ່າງໆ.”

ລາຍງານສະບັບນີ້ຍັງເວົ້າວ່າ ໃນປີ 2010 ຜ່ານມາ ມີການຈັບກຸມກ່ຽວກັບການນຳໃຊ້ຢາ
ເສບຕິດເພີ່ມຂຶ້ນ 19% ສົມທຽບໃສ່ກັບປີກ່ອນ. ທ່ານ Lewis ໄດ້ສະໜັບສະໜຸນ ໃຫ້ມີ
ການຈັດຕັ້ງສະຖານທີ່ປິ່ນປົວທີ່ດີຂຶ້ນ ເພື່ອໃຫ້ການຊ່ອຍເຫຼືອ ແກ່ພວກໃຊ້ຢາເສບຕິດ ບຳ ບັດການຕິດຢາຂອງພວກເຂົາເຈົ້າ ແລະເພີ່ມໂຄງການສຶກສາ ເພື່ອສິດສອນໃຫ້ພວກໜຸ່ມ
ນ້ອຍຮຽນຮູ້ເຖິງຄວາມສ່ຽງທີ່ຮ້າຍແຮງກ່ຽວກັບການໃຊ້ຢາເສບຕິດຄືນໃໝ່ນັ້ນ.

XS
SM
MD
LG