ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຜະລິດຢາບ້າ ຖີບຕົວສູງຂຶ້ນ ໃນເອເຊຍຕາເວັນອອກສຽງໃຕ້


ພວກຕິດຢາເສບຕິດໄວລຸ້ນຊາວຫວຽດນາມ ທີ່ສູນບໍາບັດປິ່ນປົວແຫ່ງນຶ່ງ
ພວກຕິດຢາເສບຕິດໄວລຸ້ນຊາວຫວຽດນາມ ທີ່ສູນບໍາບັດປິ່ນປົວແຫ່ງນຶ່ງ

ລາຍງານໃໝ່ສະບັບນຶ່ງຂອງຫ້ອງການຢາເສບຕິດແລະອາຊະຍາກໍາຂອງອົງການສະຫະປະຊາຊາດ ຫລື UNODC ເຕືອນວ່າ ການຜະລິດແລະການຊົມໃຊ້ຢາເສບຕິດທຽມ ເຊັ່ນຢາກະ ຕຸ້ນປະສາດ ປະເພດແອມເຟຕາມີນ ຫລື ຢາບ້າ ແມ່ນກໍາລັງແຜ່ລາມແລະເຕີບໂຕໄປທົ່ວ ໂລກໃນເວລານີ້ ໂດຍມີຫລາຍຂົງເຂດໃໝ່ໆໃນເອເຊຍຕາເວັນອອກສຽງໃຕ້ ເປັນແຫລ່ງການ ຜະລິດແລະການລັກລອບຂົນສົ່ງ. ທອງປານມີເລຶ່ອງນີ້ ມາສະເໜີທ່ານ.

ການ​ຜະລິດ​ຢາ​ເສບ​ຕິດ​ທຽມ ​ເຊັ່ນ​ຢາ​ແອ​ມ​ເຟຕາ​ມີນ ​ຫລື​ຢາ​ບ້າ ແລະຢາກະ​ຕຸ້ນອາລົມ​ໃຫ້​
ຈິດ​ໃຈ​ເບີກບານ ​ໃນ​ຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງໃຕ້​ ​ກໍາລັງ​ແຜ່​ລາມ​ໄປ​ຍັງ​ຂົງ​ເຂດ​ໃໝ່
ຫລາຍ​ແຫ່ງ ​ໂດຍ​ສະ​ເພາະ​ແລ້ວ ກໍ​ແມ່ນ​ອິນ​ໂດ​ເນ​ເຊຍ ມາ​ເລ​ເຊຍ ​ແລະ​ກໍາປູ​ເຈຍ ອີງ​ຕາມ​
ລາຍ​ງານ​ຈາກຫ້ອງການ​ຢາ​ເສບ​ຕິດ ​ແລະອາ​ຊະ​ຍາ​ກໍາ​ຂອງ​ອົງການ​ສະຫະ​ປະຊາ​ຊາດ ຫລື
UNODC ທີ່​ຖືກ​ນໍາ​ອອກ​ເຜີຍ​ແຜ່​ໃນ​ອາທິດ​ແລ້ວ​ນີ້.

ລາຍ​ງາຍ​ເວົ້າຕື່ມ​ວ່າ ການ​ຊົມ​ໃຊ້​ຢາກະ​ຕຸ້ນ​ປະສາດປະ​ເພດ​ແອມ​ເຟຕາ​ມີນ ​ໄດ້​ຖີບ​ຕົວ​ສູງ​
ຂຶ້ນຢ່າງ​ໄວ ​ແລະ​ການ​ໃຊ້ຢາເສບ​ຕິດ​ປະ​ເພດ​ສັກ​ໃສ່ ​ກໍ​ກໍາລັງ​ຂະຫຍາຍຕົວ​ຂຶ້ນ​ໄປ​ນັບ​ມື້
ພາ​ໃຫ້​ມີຄວາມ​ເປັນ​ຫ່ວງເພີ່ມຂຶ້ນວ່າ​ ຢາຈໍາພວກ​ຈະ​ຊ່ວຍ​ແຜ່ຜາຍເຊື້ອເອັຊ​ໄອ​ວີ ​ແລະ
ໂຣກ​ເອດ​ສ໌ ອອກ​ໄປ​ອີກ.

ການເຜົາຢາບ້າທີ່ທາງການຍຶດໄດ້ໃນປະເທດລາວ ເມື່ອເດືອນກໍລະກົດ 2011.
ການເຜົາຢາບ້າທີ່ທາງການຍຶດໄດ້ໃນປະເທດລາວ ເມື່ອເດືອນກໍລະກົດ 2011.

ລາຍ​ງານ​ເວົ້າອີກ​ວ່າ ການຈັບ​ຍຶດ​
ໄດ້​ຢາບ້າ ທີ່ເອີ້ນ​ວ່າ ​ເມ​ຕໍາ​ເຟ
ຕາ​ມີນ​ ຫລືແອັ​ມ​ເຟຕາ​ມີນ ໃນ​
ຂົງ​ເຂດ​ເອເຊຍ​ຕາ​ເວັນ​ອອກສຽງ​
ໃຕ້​ນັ້ນ ​ແມ່ນ​ເພີ່ມ​ຂຶ້ນຈາກ 32
ລ້ານ​ເມັດ​ໃນ​ປີ 2008 ​ເປັນ
133 ລ້ານ​ເມັດ​ໃນ​ປີ 2010.

ທ່ານ ​ແກຣີ ລູອິສ (Gary
Lewis) ຜູ້​ຕ່າງ​ໜ້າຫ້ອງການ
UNODC ​ປະ​ຈໍາ​ຂົງ​ເຂດ​ ກ່າວ​
ວ່າ ການ​ຜະລິດຢາ​ກະ​ຕຸ້ນປະ
ສາດປະ​ເພດ​ຢາ​ບ້າ ຢູ່​ນອກ
ແຫລ່ງຜະລິດທີ່​ມີ​ມາແຕ່​ໃດໆ ​ເຊັ່ນ​ມຽນມາ​ນັ້ນ ​ແມ່ນ​ກໍ່​ໃຫ້​ເກີດ​ຄວາມ​ເປັນ​ຫ່ວງ​ຂຶ້ນ​ມາ.

ທ່ານລູອິສ​ ເວົ້າ​ວ່າ: “ປັດຈຸບັນ​ນີ້ ມີ​ແຫ​ລ່ງຜະລິດ​ຢາບ້າຢູ່​ຈີນ ຢູ່​ຟິລິບ​ປິນ ຊຶ່ງ​ພວກ​ປະ​ເທດ​ເຫລົ່າ​ນີ້​ກໍາລັງ​ໂຜ່​ໂຕ​ຂຶ້ນມາ​ເປັນ​ຜູ້​ຜະລິດ. ທີ່​ຈິງ​ແລ້ວ ສໍາລັບອິນ​ໂດ​ເນເຊຍນັ້ນ ພວກ​ເຮົາ​ເປັນ​ຫ່ວງເທົ່າໆ​ກັບພວກ​ເຈົ້າໜ້າ​ທີ່ຢູ່​ທີ່​ນັ້ນ ຄື​ມັນກໍາລັງກາຍມ​າ ເປັນແຫ​ລ່ງຢາ​ກະ​ຕຸ້ນອາລົມ ສໍາ​ລັບ​ຂົງ​ເຂດ ນີ້ ໄປ​ແລ້ວ.”

ແຕ່​ທ່ານ ລູອິສ ກ່າວ​ວ່າ ຍຸດ​ທະ​ສາດ​ຕ່າງໆ​ທີ່​ຈະ​ລົດ​ຜ່ອນ​ຢາ​ເສບ​ຕິດ​ຜິດ ກົດໝາຍ​ໃນ​ໝູ່​ປະຊາ​ຄົມ​ນັ້ນ ​ແມ່ນ​ຈໍາ​ເປັນ​ຕ້ອງ​ໄດ້​ສຸມ​ໃສ່​ຄວາມ​ເປັນ​ຫ່ວງ ດ້ານ​ສາທາລະນະ​ສຸກ ​ແທນ​ທີ່​ຈະ​ເປັນ​ພວກ​ນະ​ໂຍບາຍ​ຂອງ​ອະດີດ​ຜ່ານມາ ​ທີ່​ນໍາພາ​ໄປ​ສູ່​ອັນ​ທີ່​ເອີ້ນ​ວ່າ “ສົງຄາມ​ຢາ​ເສບ​ຕິດ” ນັ້ນ.

ທ່ານລູອິສ​ກ່າວວ່າ: ໃນການ​ຄວບ​ຄຸມ​ບັນຫາ​ຢ​າ​ເສບ​ຕິດ​ນັ້ນ ຂ້າພະ​ເຈົ້າ​ເຊື່ອ​ວ່າ
ມັນ
ໄດ້ຜົນ​ຕະຫລອດ​ໄລຍະ 10 ປີຜ່ານມາ. ປະ​ໂຫຍ​ກນຶ່ງ ທີ່ທ່ານ​ຈະ​ບໍ່​ໄດ້​ຍິນ​
ຂ້າພະເຈົ້າ​ເວົ້າ​ອອກ​ມາ
ເພື່ອສະ​ແດງ​ຄວາມສະໜັບສະໜຸນ ນັ້ນກໍ​ຄືປະ​ໂຫຍ​ກ
“ສົງຄາມ​ຢາ​ເສບ​ຕິດ
.” ຂ້າພະ​ເຈົ້າບໍ່​ເຊື່ອ​ໃນແນວ​ຄິດຂອງສົງຄາມ​ຢາ​ເສບ​ຕິດ.
ຂ້າພະ​ເຈົ້າຄິດ​ວ່າ
ມັນ​ມີ​ຫລາຍ​ສິ່ງ​ຫລາຍຢ່າງ​ທີ່​ເກີດ​ຂຶ້ນ ທີ່​ກ່ຽວຂ້ອງ​ກັບປະ​
ໂຫຍ​ກ
ນັ້ນ ທີ່​ບໍ່​ຊ່ວຍຫຍັງເລີຍຕໍ່​ສາທາລະນະ​ສຸກ ຫລື​ຕໍ່​ຄວາມ​ໝັ້ນຄົງຂອງ
ສາທາລະນະ
ຊົນ.

ລັດຖະບານໄທ​ຊຸດໃໝ່ຂອງ​ນາຍົກລັດຖະມົນຕີ ຍິ່ງລັກ ຊິນນະ​ວັດ ກ່າວວ່າ ​ຕົນຈະ​ນໍາ​
ເອົານະ​ໂຍບາຍ​ປາບ​ປາມ​ຢາ​ເສບ​ຕິດ​ຜິດ​ກົດໝາຍທີ່​ເຄ່ງ​ຄັດ​ນັ້ນ ກັບຄືນ​ມາ​ໃຊ້ຢ່າງເຂັ້ມ
ງວດ​ກວ່າ​ເກົ່າ. ນະ​ໂຍບາຍ​ທີ່​ວ່າ​ນີ້​ ແນ​ເປົ້າໝາຍ​ໃສ່​ພວກ​ແກ໊ງອາຊະຍາ​ກໍາ ​ແລະ​ເຄັ່ງ​
ຄັດ​ການ​ຄ້າຂ້າມ​ຊາຍ​ແດນ​ຫລາຍ​ຂຶ້ນ ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ຢາ​ເສບ​ຕິດ​ ທີ່ຜະລິດຈາກ​ໂຮງ
ງານໃນ​ພາກ​ຕາ​ເວັນ​ອອກ​ຂອງ​ມຽນມານັ້ນ ​ຫລັ່ງ​ໄຫລ​ເຂົ້າມາ​ໄທ​ໄດ້.

ໃນ​ປີ 2003 ​ໄທ​ຖືກ​ຕໍາ​ໜິຕິຕຽນ​ຈາກ​ນານາ​ຊາດ ​ກ່ຽວ​ກັບ​ການ​ປຸກລະດົມ ​ເຮັດສົງ
ຄາມ​ຢາ​ເສບ​ຕິດ ໃນ​ສະ​ໄໝ​ການ​ດໍາລົງ​ຕໍາ​ແໜ່​ງຂອງ​ອະດີດ​ນາຍົກລັດຖະມົນຕີທັກສິນ
ຊິນນະ​ວັດ ​ຜູ້​ເປັນ​ອ້າຍ​ຂອງ​ທ່ານ​ນາງ​ຢິ່ງລັກ. ​ໃນລະຫວ່າງການ​ກວາດ​ລ້າງ​ຄັ້ງ​ນັ້ນ
ໄດ້ມີ​ຜູ້​ເສຍ​ຊີວິດ​ຫລາຍ​ກວ່າ 3000 ຄົນ ​ແລະ​ພວກ​ກຸ່ມ​ສິດທິ​ກ່າວ​ຫາ​ພວກ​ເຈົ້າໜ້າ​ທີ່
ທີ່​ກ່ຽວຂ້ອງ​ວ່າ​ ອະນຸຍາດ​ໃຫ້​ມີການເຂັ່ນຂ້າ​ນອກ​ລະບົບຕຸລາການ. ທ່ານ​ນາງ​ຍິ່ງລັກ
ກ່າວ​ວ່າ ນະ​ໂຍທີ່​ນໍາ​ໃຊ້​ຢູ່​ໃນ​ປັດຈຸບັນ​ນີ້​ ຈະສຸມ​ໃສ່​ການ​ປິ່ນປົວ​ເປັນ​ຫລັກ.

ລັດຖະມົນຕີ​ຊ່ວຍ​ວ່າການ ຕ່າງປະ​ເທດ​ສະຫະລັດ ວິລລ່ຽມ ບຣາວຟິລດ໌ ​ ຫົວໜ້າ​ກົມຢາ​ເສບ​ຕິດ ​ນານາ​ຊາດ ແລະກິດຈະ ການປະຕິບັດກົດໝາຍ​
ລັດຖະມົນຕີ​ຊ່ວຍ​ວ່າການ ຕ່າງປະ​ເທດ​ສະຫະລັດ ວິລລ່ຽມ ບຣາວຟິລດ໌ ​ ຫົວໜ້າ​ກົມຢາ​ເສບ​ຕິດ ​ນານາ​ຊາດ ແລະກິດຈະ ການປະຕິບັດກົດໝາຍ​

ທ່ານ ວິລລຽມ ບຣາວຟິລດ໌ (William Brownfield)
ລັດຖະມົນຕີ​ຊ່ວຍ​ວ່າການຕ່າງປະ​ເທດ​ສະຫະລັດ ​ຊຶ່ງ​ເປັນ​
ຫົວໜ້າ​ກົມຢາ​ເສບ​ຕິດ​ນານາ​ຊາດ ແລະກິດຈະການປະຕິ
ບັດກົດໝາຍ​ ​ບອກ​ພວກ​ຜູ້​ສື່​ຂ່າວ​ຢູ່​ບາງກອກ​ວ່າ ການ​
ປຸກລະດົມ​ໃໝ່ ​ເພື່ອຕໍ່ຕ້ານ​ການ​ລັກລອບ​ຄ້າຢາ​ເສບ​ຕິດ​ນັ້ນ
ແມ່ນ​ຈະ​ຕ້ອງ​ຖອດ​ຖອນບົດຮຽນ​ ຈາກປະສົບ​ປະການ​ໃນ​ ຜ່ານ​ມາ.

ທ່ານ ບຣາວຟິລດ໌ ກ່າວ​ວ່າ ກົດ​ອັນ​ນຶ່ງ​ທີ່ແລ​ເຫັນ​ໄດ້​
ວ່າ
ພວກ​ເຮົາ​ໄດ້​ຮຽນ​ຮູ້​ມາ​ແລ້ວ​ນັ້ນ ກໍ​ຄື​ວ່າ​ ​ເພື່ອ​ທີ່
ຈະໃ
ຫ້ປະສົບ​ຜົນ​ສໍາ​ເລັດ​ໃນ​ຄວາມພະຍາຍາມ​ປາບ​
ປາມ​ການ​ລັກລອບ
ຄ້າຢາ​ເສບ​ຕິດ​ໄດ້​ນັ້ນ ​ເຮົາ​ຕ້ອງ
ໄດ້​ຮັບ​ການ​ສະໜັບສະໜຸນ​ຈາກ​ປະຊາ​ຄົມ ​ແລະ​ປະ
ຊາ​ຊົນ​ຂອງ​ພວກ​ເຮົາ
ຕໍ່ຄວາມ​ພະຍາຍາມດັ່ງກ່າວ
ນັ້ນ
. ພວກ​ເຂົາເຈົ້າເປັນ​ພັນທະ​ມິດ​ຂອງ​ພວກ​ເຮົາ​
ເພາະວ່າ​ພວກ​ເຂົາ​ເຈົ້າ​ເປັນ​ຜູ້​ຮັບ​ເຄາະ
ເວລາພວກ​
ເຮົາ
ປະສົບ​ຄວາມລົ້ມ​ແຫລວ. ​ເພາະສະ​ນັ້ນ ຄວາມ​ພະຍາຍາມ​ໃດໆກໍ​ຕາມທີ່​ພວກ​
ເຮົາ​ຈະ​ດໍາ​ເນີນ
ໃນ​ຖານະເປັນ​ປະຊາ​ຄົມນາ​ນາ​ຊາດ ເພື່ອ​ປາບ​ປາມ​ໄພ​ຂົ່ມຂູ່ ຂອງ
ຢາ​ເສບ​ຕິດນັ້ນ ແມ່ນ​ຈະ​ຕ້ອງໄດ້ກະທໍາໄປໃນ​ແນວທາງ​ທີ່ໃຫ້​ຄວາມ​ເຄົາລົບ​ນັບຖື
ຕໍ່
ສິດທິ ຄວາມ​ຕ້ອງການ ຄວາມ​ຫວັງ ​ແລະ​ຄວາມ​ມຸ້ງ​ມາດ​ປາດ​ຖະໜາຂອງ​ພວກ
ປະຊາ​ຄົມ
ທີ່ພວກ​ເຮົາ​ຮັບ​ໃຊ້​ນັ້ນ.

ຄົນປູກຝິ່ນ ຂູດເອົາຢາງຝິ່ນ ຈາກດອກຝິ່ນ ທີ່ອັຟການິສຖານ ຊຶ່ງເປັນປະເທດທີ່ປູກຝິ່ນ ຫລາຍທີ່ສຸດໃນໂລກ.(AP Photo)
ຄົນປູກຝິ່ນ ຂູດເອົາຢາງຝິ່ນ ຈາກດອກຝິ່ນ ທີ່ອັຟການິສຖານ ຊຶ່ງເປັນປະເທດທີ່ປູກຝິ່ນ ຫລາຍທີ່ສຸດໃນໂລກ.(AP Photo)

ທ່ານ ບຣາວຟິລດ໌ ໄດ້​ສະ​ແດງ​
ຄວາມ​ເຫັນ​ທີ່​ພາ​ໃຫ້​ມີ​ຄວາມ​ຢ້ານ
ກົວ​ຂຶ້ນ​ມາ ວ່າ ມຽນມາອາດ​ເປັນ
ເປົ້າໝາຍ​ຂອງ​ພວກ​ແກ໊ງຄ້າຢາ​
ເສບ​ຕິດ​ອີກ​ຄັ້ງ​ນຶ່ງ ຖ້າ​ຫາກວ່າ
ບາດກ້າວ​ຕ່າງໆ​ ທີ່​ພວກ​ເຈົ້າໜ້າ
ທີ່ໄດ້​ຈັດ​ຕັ້ງປະຕິບັດ​ ເພື່ອ​ລົດ
ຜ່ອນການ​ຜະລິດ​ຢາຝິ່ນ​ແລະ
ຜົງ​ເຮ​ໂຣອີນ ໃນ​ອັຟກາ​ນິສຖານ
ຊຶ່ງ​ເວລາ​ນີ້ ​ເປັນ​ປະ​ເທດ​ຜະລິດ​
ລາຍ​ໃຫຍ່​ທີ່​ສຸດ​ຂອງ​ໂລກນັ້ນ
ປະສົບ​ຜົນ​ສໍາ​ເລັດ​ໃນ​ການເຮັດ​
ໃຫ້​ຜົນ​ຜະລິດລຸດ​ຕໍ່​າລົງ​ຢ່າງໄວ​ນັ້ນ.

ທ່ານ ບຣາວຟິລດ໌ ກ່າວ​ວ່າ
“ອັຟກາ
ນິສຖານ​ແມ່ນ​ຈະ
ຕົກ​ຢູ່​ໃຕ້
ຄວາມ​ກົດ​ດັນ
ຫລາຍຂຶ້ນ​ນັບ​ມື້ຈາກ​ນາໆ
ຊາດ
ເພື່ອໃຫ້ລົດປະລິມານ​ການຜະລິດ ແລະ​ການ​ສົ່ງ​ອອກພວກ​ຢາ​ເສບ​ຕິດ​ຜິດ
ກົດໝາຍຂອງ​ຕົນ
ນັ້ນ. ເມື່ອໃດ​ທີ່ມັນ​ເກີດ​ຂຶ້ນ​ ​ແລະ​ມັນກໍຈະ​ເກີດ​ຂຶ້ນແທ້ໆ​ນັ້ນ ທີ່​ນີ້
ພວກ
ລັກລອບ ຄ້າຢາ​ເສບ​ຕິດກໍ​ຈະໄຊອກ​ຫາ​ປະ​ເທດ​ອື່ນ ເພື່ອ​ຜະລິດແລະ​ສົ່ງ
ອອກ​ຢາເສບ​ຕິດ​ຕໍ່​ໄປ
ຊຶ່ງປະ​ເທດ​ທີ່ເໝາະສົມຫລາຍ​ທີ່​ສຸດ​ໃນ​ຂົງ​ເຂດ​ເອ​ເຊຍ
ກໍ​ຄື​ມຽນມາ​ນັ້ນ​ເອງ.”

ເປັນ​ທີ່​ຮູ້​ກັນ​ດີ​ຢູ່​ແລ້ວ​ວ່າ ​ບໍລິ​ເວນ​ຊາຍ​ແດນ​ຕິດ​ຈອດ​ກັນ​ຂອງ​ປະ​ເທດມຽນມາ ​ໄທ ​ແລະ
ລາວນັ້ນ​ ເປັນ​ເຂດທີ່​ເອີ້ນ​ກັນ​ວ່າ “ສາມ​ຫລ່ຽມຄໍາ” ​ເພາະ​ເປັນ​ແຫ​ລ່ງຜະລິດ​ຢາຝິ່ນ​ແລະ
ຜົງ​ເຮ​ໂຣອີນ. ​ແຕ່​ວ່າ ນັບ​ຕັ້ງ​ແຕ່ປີ 1992 ເປັນ​ຕົ້ນ​ມາ ອັ​ຟກາ​ນິສ​ຖານ​ແມ່ນ​ໄດ້​ກາຍ​ມາ
ເປັນ​ປະ​ເທດ​ຜະລິດ​ຝິ່ນລາຍ​ໃຫຍ່​ທີ່​ສຸດ​ຂອງໂລກ ​ບົດ​ບັງ​ການຜະລິດ​ໃນ​ມຽນມາ.

ການ​ລົດ​ລົງ​ຢ່າງ​ໃຫຍ່ໃນປະລິມານ​ການ​ຜະລິດ​ຝິ່ນ​ຢູ່ໃນທົ່ວ​ຂົງ​ເຂດ​ສາມ​ລ່ຽມ​ຄໍາ ສ່ວນ​ໃຫຍ່
ແລ້ວ​ ແມ່ນ​ເປັນ​ຍ້ອນ​ໂຄງການ​ກໍາຈັດ​ ຖອນ​ຮາກ​ການ​ປູກ​ຝິ່ນ ​ແລະ​ໂຄງການ​ປູກພືດອື່ນ ​ທົດ​ແທນ​.

XS
SM
MD
LG