ຈໍານວນຜູ້ເສຍຊີວິດທມີເພມຂນ ຍ້ອນຟອງທະເລຍັກຊຸນາມິ ແລະ ພູໄຟລະເບີດ ຢູ່ອິນໂດເນເຊຍ ໃນອາທິດແລ້ວນີ້ ໄດ້ເນັ້ນໃຫເຫັນເຖິງຄວາມສຳຄັນແລະຈຳເປັນ ໃນການດຳເນີນຄວາມພະຍາຍາມ ເພອ ຫລຸດຜ່ອນຈຳນວນຄົນບາດເຈັບລົ້ມຕາຍ ແລະຄວາມເສຍຫາຍຍ້ອນໄພພິບັດ.
ເຈົ້າໜ້າທີ່ຄຸ້ມຄອງໄພພິບັດຈາກ 50 ປະເທດໃນເຂດເອ
ເຊຍປາຊີຟິກ ໄດ້ເຂົ້າຮ່ວມກອງປະຊຸມລະດັບລັດຖະມົນ
ຕີຂອງເອເຊຍ ກ່ຽວກັບການຫລຸດຜ່ອນຄວາມສ່ຽງໃນການ
ຖືກໄພພິບັດທຈັດຂນເປັນເວລາ 3 ວັນທນະຄອນອິນຈົນ
ຂອງເກົາຫລີໃຕ ໃນອາທິດແລ້ວນີ້.
ພວກເຈົ້າໜ້າທີ່ເວົ້າວ່າ ເຖິງແມນ
ວ່າ ໄພພິບັດທີ່ເກີດຢູ່ເອເຊຍມີບໍ່
ຮອດ 40% ຂອງໄພພິບັດທັງ
ໝົດທີ່ ເກີດຂຶ້ນໃນໂລກກໍຕາມ
ແຕ່ວ່າ ຫລາຍກວ່າ 90% ຂອງ
ຈໍານວນຜູ້ໄດ້ຮັບເຄາະຮ້າຍແມ່ນ
ອາໃສຢູ່ໃນພາກພື້ນແຫ່ງນຶ່ງ
ທີ່ມີປະຊາກອນອັນໜາແໜ້ນ.
ຈຸດເພັ່ງເລັງຂອງກອງປະຊຸມນີ້ ແມ່ນຄວາມຈຳເປັນໃນການປັບປຽນໃຫ້ເຂົ້າກັບອາກາດທອົບອຸ່ນຂນນັບມ ກໍຄືສະພາວະໂລກຮອນ ຊຶ່ງສາມາດພາໃຫ້ເກີດໄພພິບັດຕ່າງໆ ເຊັ່ນໄພນໍ້າຖ້ວມ ແລະໄພແຫ້ງແລ້ງ ໄດນນ.
ບັນດາລັດຖະມົນຕີທີ່ເຂົ້າຮ່ວມ
ກອງປະຊຸມ ໄດ້ຮັບເອົາແຜນການ 5 ປີ ສຳລັບຄຸ້ມຄອງຄວາມສ່ຽງດ້ານດິນຟ້າອາກາດ
ຜ່ານການນຳໃຊ້ເທັກໂນໂລຈີ ເຊັ່ນການສ້າງຕັ້ງລະບົບແບ່ງປັນຂໍ້ມູນຊຶ່ງກັນແລະກັນຕ່າງໆ.
ທ່ານນາງ Margareta Wahlstrom ຊຶ່ງເປັນຜູ້ແທນພິເສດ ຂອງເລຂາທິການໃຫຍ່ສະຫະ
ປະຊາຊາດ ຝາຍຫລຸດຜ່ອນ ຄວາມສ່ຽງໃນການຖືກໄພພິບັດ ເວົ້າວ່າ ກອງປະຊຸມນີ້ ແມ່ນເປັນຄັ້ງທໍາອິດ ທີ່ພວກລັດຖະບານປະເທດຕ່າງໆ ໃນລະດັບພາກພື້ນ ໄດ້ເອົາການຄຸ້ມຄອງ
ຄວາມສ່ຽງຕໍ່ການຖືກເສຍຫາຍຍ້ອນການປ່ຽນແປງຂອງດິນຟ້າອາກາດ ລວມເຂົ້າໃນໂຄງ
ການຫລຸດຜ່ອນຄວາມສ່ຽງຕໍ່ການຖືກໄພພິບັດ ໂດຍລວມຂອງພວກເຂົາເຈົ້າ ຊງທ່ານນາງ
Wahlstrom ກ່າວວາ:
“ອັນນີ້ບໍ່ແມ່ນວຽກທີ່ຍາກເກີນໄປ. ມັນເປັນເລື້ອງທີ່ສາມາດເຮັດໄດ້ ເພາະພວກ
ເຮົາເຫັນວ່າ ບັນດາປະເທດຕ່າງໆ ກໍາລັງທຳຄວາມກ້າວໜ້າ. ຫລາຍໆປະເທດ
ພາກັນເອົາເງິນຈາກບ້ວງເງິນລົງທຶນຂອງຕົນ ເຖິງແມ່ນວ່າ ພວກເຂົາເຈົ້າຈະບໍ່
ເປັນປະເທດທີ່ຮັ່ງມີປານໃດກໍຕາມ ແລະ ພວກເຂົາເຈົ້າກໍກໍາລັງເອົາການລົງທຶນ
ໃສ່ການປ້ອງກັນ ແລະຫລຸດຜ່ອນຄວາມສ່ຽງ ໃນການຖືກໄພພິບັດນັ້ນເຂົ້າໃນ
ງົບປະມານໃຊ້ຈ່າຍ ໃນການພັດທະນາຂອງພວກເຂົາເຈົ້າ.”
ໃນຂະນະທີ່ພວກລັດຖະມົນຕີ ເລີ້ມຕນການປະຊຸມກັນ ທີ່ເກົາຫລີໃຕ້ ໃນວັນຈັນອາທິດແລວນນ ແຜ່ນດິນໄຫວຂະໜາດໃຫຍ່ ໄດ້ສັ່ນສະເທືອນ ພວກໝູເກາະ ນອກຝງທະເລພາກຕາເວັນຕົກຂອງເກາະຊູມັດຕຣາ ຊງໄດ້ກໍ່ໃຫ້ເກີດຟອງຍັກຊຸນາມິ ໃນເວລາຕມາ ທີ່ເຮັດໃຫ້ຄົນຫລາຍໆຮ້ອຍຄົນເສຍຊີວິດ.
ໃນມຕມາພູໄຟ ຢູທາງທິດຕາເວັນອອກໄກອອກໄປ 1,300 ຫລັກກິໂລແມັດ ໃນພາກກາງເກາະຈາວາ ໄດລະເບີດຂນ ຍັງຜົນໃຫມີຄົນຕາຍຕມຂນອີກຫລາຍສິບຄົນ.
ນອກນນແລວຂົງເຂດນີ້ ຍັງໄດ້ຕໍ່ສູ້ກັບຜົນກະທົບຈາກລົມ ພະຍຸ ໄຊໂຄລນ ອີກຫລາຍລູກ ທີ່ໄດ້ສາງຄວາມເສຍຫາຍຢ່າງໜັກ ໃນຟີລິບປິນ, ຈີນ ແລະມຽນມາ. ແລະ ຢູ່ໃນໄທ ແລະ ອິນໂດເນເຊຍນັ້ນ ລັດຖະບານກໍກໍາລັງພະຍາຍາມຊ່ວຍເຫລືອ ພວກໄດ້ຮັບເຄາະຮ້າຍຈາກໄພນໍ້າຖ້ວມຍາມລະດູຝົນ ທີ່ຮ້າຍແຮງຜິດປົກກະຕິ.