ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ກອງປະຊຸມປ້ອງກັນໄພພິບັດ ໃນເຂດເອເຊຍ


ສ່ວນນຶ່ງຂອງຄວາມເສຍຫາຍ ຈາກແຜ່ນດິນໄຫວໃນມຽນມາ
ສ່ວນນຶ່ງຂອງຄວາມເສຍຫາຍ ຈາກແຜ່ນດິນໄຫວໃນມຽນມາ

ພວກເຈົ້າໜ້າທີ່ໆຮັບຜິດຊອບກ່ຽວກັບເລື່ອງໄພພິບັດໃນເຂດເອເຊຍ ທີ່ໄດ້ໄປປະຊຸມກັນຢູ່ ປະເທດໄທໃນສັບປະດາແລ້ວນີ້ໄດ້ກ່າວຊົມເຊີຍຄວາມກ້າວໜ້າໃນການດຳເນີນຄວາມພະ ຍາຍາມເພື່ອກະກຽມໃຫ້ຂົງເຂດຮັບມືໄພພິບັດໄດ້ດີຂຶ້ນ. ແຕ່ພວກເຂົາເຈົ້າເວົ້າວ່າການປ່ຽນ ແປງຂອງດິນຟ້າອາກາດເຮັດໃຫ້ໄພພິບັດທາງທຳມະຊາດຮ້າຍແຮງຂຶ້ນ ແລະຈຳເປັນຕ້ອງ ໄດ້ມີການຮ່ວມມືກັນຫຼາຍຂຶ້ນ ແລະການໃຫ້ຄວາມຊ່ອຍເຫຼືອແກ່ບັນດາປະເທດທີ່ກຳລັງພັດ ທະນາ. ຜູ້ສື່ຂ່າວ VOA Daniel Schearf ມີລາຍງານກ່ຽວກັບ ເລື່ອງນີ້ຈາກບາງກອກ

ພວກເຈົ້າໜ້າທີ່ຈາກ 15 ປະເທດໃນເຂດເອເຊຍໄດ້ໄປເຕົ້າ
ໂຮມກັນທີ່ບາງກອກໃນມື້ວັນພຸດສັບປະດາແລ້ວ ເພື່ອເຂົ້າ
ຮ່ວມກອງປະຊຸມເປັນເວລາ 2 ມື້ກ່ຽວກັບການສ້າງຕັ້ງສູນ
ກາງກະກຽມຄວາມພ້ອມ ເພື່ອຮັບມືກັບໄພພິບັດຂອງເຂດ
ເອເຊຍທີ່ເອີ້ນ ຫຍໍ້ເປັນພາສາອັງກິດ ADPC ນັ້ນ.

ສູນກາງທີ່ບໍ່ຫວັງຜົນກຳໄລ ADPC ແມ່ນມີເປົ້າໝາຍ ທີ່
ຈະເຮັດໃຫ້ຂົງເຂດເອເຊຍ ມີຄວາມປອດໄພຕື່ມຂຶ້ນ ໂດຍ
ຫຼຸດຜ່ອນຄວາມສ່ຽງຈາກການເກີດໄພພິບັດຕ່າງໆຢູ່ໃນຂົງ
ເຂດດ້ວຍການຮ່ວມມືແລະການສຶກສາ.

ພວກຜູ້ແທນທີ່ໄປຮ່ວມກອງປະຊຸມ ໄດ້ພາກັນຕົບມືຊົມເຊີຍ
ຕໍ່ການດຳເນີນຄວາມພະຍາຍາມໃຫ້ຄວາມຮ່ວມໄມ້ຮ່ວມມື
ກັນເພື່ອປ້ອງກັນແລະຮັບມືກັບໄພພິບັດຕ່າງໆ.

ທ່ານ Nicholas Rosellini ແມ່ນຮອງຜູ້ອຳນວຍການ
ຂອງອົງການສະຫະປະຊາຊາດເພື່ອການພັດທະນາປະຈຳຂົງເຂດເອເຊຍປາຊີຟິກ. ທ່ານ
ກ່າວວ່າການຄຸ້ມຄອງຄວາມສ່ຽງ ແລະການຮ່ວມມືນາໆຊາດ ທີ່ໄດ້ດຳເນີນມາເປັນເວລາ
ຫຼາຍທົດສະວັດ ຢູ່ໃນປະເທດຕ່າງໆ ເຊ່ນຫວຽດນາມແລະບັງກລາແດັສໄດ້ຫຼຸດຜ່ອນ
ຄວາມເສຍຫາຍ ຫຼືການຖືກທຳລາຍຈາກ ໄພທຳ ມະຊາດຢູ່ໃນປະເທດເຫຼົ່ານັ້ນ.

// ສຽງ //

ທ່ານ Rosellini ເວົ້າວ່າ ລົມພາຍຸໄຊໂຄລນ Sidr ຊຶ່ງໃນປີ 2007 ໄດ້ມີຜົນກະ
ທົບຕໍ່ 9 ລ້ານຄົນ ຢູ່ໃນບັງກລາແດັສນັ້ນ ໄດ້ຍັງຜົນໃຫ້ມີຜູ້ເສຍຊີວິດ 4,000
ຄົນ. ແຕ່ນີ້ແມ່ນສົມທຽບ ໃສ່ຈຳນວນ 140,000 ຄົນ ທີ່ເສຍຊີວິດ ຍ້ອນລົມພາ
ຍຸໄຊໂຄລນໃນປີ 1991 ແລະຫຼາຍກວ່າ 5 ແສນຄົນ ທີ່ເສຍຊີວິດຍ້ອນລົມດັ່ງ
ກ່າວໃນປີ 1970.

ນອກນັ້ນພວກຜູ້ແທນຍັງໃຫ້ຂໍ້ສັງເກດ ເຖິງຄວາມຈຳເປັນໃນການຮ່ວມກັນເພີ່ມຕື່ມຢູ່ໃນຂົງ
ເຂດເອເຊຍ-ປາຊີຟິກ ຊຶ່ງຖືກັນວ່າເປັນເຂດທີ່ມີແນວໂນ້ມຫຼືທ່າອຽງສູງກວ່າໝູ່ ໃນການເກີດ ໄພພິບັດທຳມະຊາດຢູ່ໃນໂລກ.

ນາງ Neoleen Heyzer ເປັນເລຂານຸການຂອງຄະນະກຳມາທິການສັງຄົມແລະສິດຖະກິດ ຂອງອົງການສະຫະປະຊາຊາດປະຈຳເຂດເອເຊຍປາຊີຟິກຊຶ່ງນາງເວົ້າວ່າ ໄພແຜ່ນດິນໄຫວ ແລະຟອງຍັກສຸນາມິທີ່ຮ້າຍແຮງໃນຍີ່ປຸ່ນສະແດງໃຫ້ເຫັນວ່າ ບໍ່ມີປະເທດໃດມີຄວາມສາມາດ
ກະກຽມຄວາມພ້ອມເພື່ອຮັບມືກັບໄພພິບັດໄດ້ຕາມລຳພັງ.

"ຄວາມເສຍຫາຍແລະການສູນເສຍຕ່າງໆສໍາຫລັບປະເທດທີ່ຮັ່ງມີແລະມີຄວາມ
ພ້ອມ ເຊັ່ນຍີ່ປຸ່ນນັ້ນ ແມ່ນເປັນຄວາມຈໍາເປັນໃຫ້ມີການວາງແຜນແລະຕຽມພ້ອມ
ຕໍ່ໄພພິບັດນີ້ໄປເລື້ອຍໆ. ຍ້ອນການປ່ຽນແປງຂອງດິນຟ້າອາກາດ ໄພຂົ່ມຂູ່ຈາກ
ທໍາມະຊາດນີ້ ມີແຕ່ຈະຮ້າຍແຮງຂຶ້ນຢ່າງວ່ອງໄວ ໃນເຂດຕົວເມືອງຂອງເອເຊຍ ແລະຊຸມຊົນໃນໝູ່ເກາະດອນຕ່າງໆໃນມະຫາສະມຸດ Pacific."

ຂົງເຂດເອເຊຍປາຊີຟິກພວມປະສົບກັບສະພາບອາກາດຮ້າຍແຮງຈັດ ຫຼາຍຂຶ້ນນັບມື້ທີ່ພວກ
ນັກ ຊ່ຽວຊານບາງຄົນກ່າວວ່າ ອາດເກີດຂຶ້ນຍ້ອນການປ່ຽນແປງຂອງດິນຟ້າອາກາດນັ້ນ.

ໃນແຕ່ລະປີ ເຂດດັ່ງກ່າວ ຈະປະເຊີນກັບລົມພາຍຸຮ້າຍແຮງຫຼາຍໆຫົວ ໄພແຫ້ງແລງ ໄພນໍ້າ
ຖ້ວມແລະດິນເຈື່ອນຈຳນວນນຶ່ງ.

ທ່ານ Nadheem Ahmed ເປັນປະທານຂອງອົງການຄຸ້ມຄອງໄພພິບັດແຫ່ງຊາດຂອງປາ
ກິສຖານຊຶ່ງທ່ານເວົ້າວ່າໃນໄລຍະນຶ່ງທົດສະວັດຜ່ານມານີ້ຢູ່ໃນເຂດເອເຊຍໄດ້ເກີດໄພພິບັດ
ຕ່າງໆຖີ່ຂຶ້ນ ແລະກໍມີຄວາມຮ້າຍແຮງກວ່າເກົ່າແລະການປ່ຽນແປງຂອງສະພາບດິນຟ້າອາ ກາດແມ່ນເຮັດໃຫ້ສະຖານະການທະວີຄວາມຮ້າຍແຮງຕື່ມຂຶ້ນ.

// ສຽງ //

ທ່ານ Ahmed ເວົ້າວ່າ ນີ້ແມ່ນຮວມເຂົ້າກັນຕື່ມ ຍ້ອນພວກມີການເພີ່ມຂຶ້ນຢ່າງຫຼວງ
ຫຼາຍຂອງພົນລະເມືອງ ຢູ່ໃນບາງປະເທດຂອງພວກເຮົາ ການຂະຫຍາຍເຂດ
ເທດສະບານທີ່ບໍ່ໄດ້ມີການວາງແຜນ ການຕັດໄມ້ທຳລາຍປ່າ ແຜນການຄຸ້ມຄອງ
ໃນການນຳໃຊ້ດິນທີ່ບໍ່ດີ ການບັງຄັບທີ່ບໍ່ພຽງພໍກ່ຽວກັບການກໍ່ສ້າງເຮືອນຊານທີ່ບໍ່
ໄດ້ມາດຕະຖານ ແລະການລົງທຶນໃນຂົງເຂດທີ່ມີຄວາມສ່ຽງສູງ.

ທ່ານ Ahmed ກ່າວວ່າ ຈຳເປັນຕ້ອງໄດ້ມີການໃຫ້ຄວາມສະໜັບສະໜຸນເພີ່ມຕື່ມແກ່ບັນດາ
ປະເທດທີ່ທຸກຍາກແຕ່ບັນດາປະເທດທີ່ໃຫ້ການຊ່ອຍເຫຼືອຊໍ້າພັດຈຳເປັນຕ້ອງໄດ້ເພັ່ງເລັງໃສ່
ການປ້ອງກັນໄພພິບັດແທນທີ່ຈະແມ່ນການບັນເທົາທຸກ ຊຶ່ງທ່ານເວົ້າວ່າມີ ການໃຊ້ຈ່າຍເງິນ
ທີ່ໜ້ອຍກວ່ານັ້ນ.

ທ່ານເວົ້າວ່າ ໂຕຢ່າງການໃຊ້ຈ່າຍເງິນ 40 ລ້ານໂດລາ ກ່ຽວກັບການປ້ອງກັນໄພນໍ້າຖ້ວມຢູ່
ປາກິສຖານ ອາດຊ່ອຍຫຼຸດຜ່ອນການສູນເສຍແລະການບັນເທົາທຸກໃນມູນຄ່າ 13 ພັນລ້ານ
ໂດລາ ຈາກໄພນໍ້າຖ້ວມເມື່ອໄວໆມານີ້ ລົງເຖິງ 90%.

ຍິ່ງໄປກວ່ານັ້ນ ທ່ານ Ahmed ເວົ້າວ່າ ​ເຂດ​ເອ​ເຊຍບ່ອນທີ່ໃນອະດີດຜ່ານມາໄດ້ມີການຢຸດ
ເຊົາກ່ຽວ​ກັບການແກ້ໄຂບັນຫາໄພພິບັດທາງດ້ານເຄມີແລະຊີວະພາບນັ້ນວິກິດການທີ່ໂຮງ
ໄຟຟ້ານິວເຄລຍຍີ່ປຸ່ນ​ແມ່ນອັນ​ທີ່​ທ່ານ​ເອີ້ນວ່າ ​ເປັນ​ການ​ເປີດ​ຕາ ​ແລະ​ນັ້ນກໍຄື​ມັນ​ເຖິງ​ເວລາ
ແລ້ວສຳລັບ​ຂົງ​ເຂດ​ທີ່​ຈະ​ສົນທະນາ​ຫາລື​ກັນ​ກ່ຽວ​ກັບ​ການ​ກະກຽມ​ທີ່​ດີ​ຂຶ້ນສຳລັບຮັບ​ມື​ກັບ
ໄພພິບັດ​ທາງ​ດ້ານ​ນິວ​ເຄລຍທີ່​ອາດ​ມີ​ຂຶ້ນນັ້ນ.

ເລຂາ​ຂອງ​ລັດຖະບານ​ນໍ​ເວ ທ່ານ​ນາງ Ingrid Fiskaa ກ່າວ​ວ່າ ຂະນະ​ທີ່​ໄພພິບັດ​ຢູ່ຍີ່​ປຸ່ນ
ໄດ້​ເພັ່ງ​ເລັງ​ຄວາມ​ສົນ​ໃຈຂອງ​ຄົນ​ສ່ວນ​ຫຼາຍ​ໃສ່​ໄພພິບັດ​ຮ້າຍ​ແຮງ​ຂະໜາດໃຫຍ່ນັ້ນ ພວກ​
ເຂົາ​ເຈົ້າກໍ​ບໍ່​ຕ້ອງ​ຫຼົງລືມ​ ​ໄພພິບັດ​ຕ່າງໆ​ທີ່​ພວມ​ເພີ່ມ​ທະວີ​ຂຶ້ນນັບ​ມື້ທີ່​ມີ​ລະດັບ​ຄວາມ​ຮ້າຍ
ແຮງ ​ແຕ່​ຂະໜາດ​ນ້ອຍ​ຫາ​ຂະໜາດ​ກາງ.

ສ່ວນລາວ​ນັ້ນ ທ່ານວິໄລພົງ ສີສົມຫວັງ ຮອງຜູ້ອຳນວຍການຫ້ອງການຄຸ້ມຄອງໄພພິບັດ
ແຫ່ງຊາດ ກ່າວຕໍ່ກອງປະຊຸມທີ່ບາງບອກ ເຖິງບູລິມມະສິດຂອງລາວນັບແຕ່ປີ 2011 ຫາ
2020 ວ່າ:

// ສຽງ //

ທ່ານວິໄລພົງເວົ້າວ່າ ພວກເຮົາຕ້ອງໄດ້ເພັ່ງເລັງຫຼາຍຂຶ້ນໃນການເສີມຂະຫຍາຍ
ສະຖາບັນແລະຂອບຂອງກົດໝາຍໂດຍການພັດທະນາກົນໄກໃນການຄຸ້ມຄອງ
ໄພພິບັດແລະໂຄງລ່າງ ພັດທະນາແຜນກາຄຸ້ມຄອງໄພພິບັດແຫ່ງຊາດໃນລະ
ດັບຊາດ ແລະລະດັບທ້ອງຖິ່ນຄືໃນລະດັບແຂວງແ ລະລະດັບເມືອງ ຕະຫຼອດ
ທັງ ລະບຽບການຕ່າງໆ ແລະຊັບພະຍາກອນມະນຸດ.

ທ່ານວິໄລພົງເວົ້າຕື່ມວ່າ ສອງມາລາວຈະເພັ່ງເລັງເພີ່ມຂຶ້ນ ໃສ່ການສືບຕໍ່ຈັດຕັ້ງປະຕິບັດຂໍ້
ຕົກລົງຄຸ້ມຄອງໄພພິບັດແຫ່ງຊາດ ຈົນຮອດປີ 2025 ເສີມຂະຫຍາຍລະບົບຄຸ້ມຄອງໄພພິ
ບັດແຫ່ງຊາດ ແລະຊຸກຍູ້ໃນການຫັນປ່ຽນ ຈາກການຕອບຮັບ ໄປໃສ່ການກະກຽມ ພັດ ທະນາແລະເສີມຂະຫຍາຍຄວາມສາມາດ ໃນການຄຸ້ມຄອງໄພພິບັດແຫ່ງຊາດ ຂອງບັນດາ
ອົງການຈັດຕັ້ງຕ່າງໆໃນທຸກລະດັບເສີມຂະຫຍາຍຊັບພະຍາກອນຂໍ້ມູນຂ່າວສານໃນການ ຄຸ້ມຄອງໄພພິບັດແຫ່ງຊາດ.

ນອກນັ້ນແລ້ວທ່ານຍັງເວົ້າວ່າ ຈະມີການເພັ່ງເລັງເພີ່ມຕື່ມ ໃສ່ການອົບຮົມແຜ່ເຜີຍ ການ
ສຶກສາ ແລະການເປັນພາຄີລະຫວ່າງພາກລັດແລະພາກເອກກະຊົນ.

XS
SM
MD
LG