ພາກພື້ນເອເຊຍປາຊີຟິກເປັນຂົງເຂດທີ່ມັກປະເຊີນກັບໄພ
ພິບັດ ຫລາຍທີ່ສຸດຂອງໂລກ ແລະອົງການສະຫະປະຊາ
ຊາດກ່າວວ່າ ມີຄວາມຕ້ອງການເງິນທຶນຕື່ມອີກ ເພື່ອກະ
ກຽມພວກປະເທດເຫລົ່ານີ້ ໂດຍສະເພາະພວກປະເທດ
ທຸກຍາກຫລາຍນັ້ນ ໃຫ້ຮັບມືກັບໄພພິບັດດັ່ງກ່າວ.
ຄະນະກໍາມະການດ້ານເສດຖະກິດແລະສັງຄົມສໍາລັບພາກ
ພື້ນເອເຊຍແລະປາຊີຟິກຂອງສະຫະປະຊາຊາດ ຫລື
UNESCAP ໄດ້ປະກາດໃຫ້ຮູ້ໃນວັນຈັນອາທິດແລ້ວນີ້
ກ່ອນເກີດໄພພິບັດແຜ່ນດິນໄຫວແລະຟອງຍັກສຸນາມິທີ່
ຍີ່ປຸ່ນນັ້ນວ່າ ຕົນຈະຂະຫຍາຍວຽກງານຂອງກອງທຶນດັ່ງ
ກ່າວ ທີ່ໄດ້ຊ່ອຍສ້າງລະບົບເຕືອນໄພຄື້ນຟອງສຸນາມິປະ
ຈໍາຂົງເຂດມາແລ້ວນັ້ນ. ບັດນີ້ ກອງທຶນດັ່ງກ່າວຈະກວມ
ເອົາໂຄງການຕ່າງໆສໍາລັບການກະກຽມຮັບມືກັບໄພພິບັດ ແລະການປ່ຽນແປງຂອງດິນຟ້າອາກາດນໍາ.
ຄລິກຢູ່ບ່ອນຈໍ ເພື່ອເບິ່ງວີດິອຄວາມເສຍຫາຍ ຍ້ອນໄພແຜ່ນດິນໄຫວແລະສຸນາມິ ທີ່ຍີ່ປຸ່ນ
ທ່ານນາງ Noeleen Heyzur ຫົວໜ້າບໍລິຫານອົງການ ESCAP ກ່າວວ່າ ມີຄວາມ
ຕ້ອງການຢ່າງຮີບດ່ວນ ສໍາລັບພວກປະເທດທີ່ຮັ່ງມີແລະມີຄວາມກຽມພ້ອມຫລາຍກວ່າ
ໃນຂົງເຂດ ທີ່ຈະຕ້ອງຊ່ອຍເຫລືອພວກປະເທດທີ່ທຸກຈົນກວ່າ ໃຫ້ກຽມພ້ອມເພື່ອຮັບມື
ກັບໄພພິບັດທໍາມະຊາດຕ່າງໆແລະພາວະສຸກເສີນອື່ນໆ ຊຶ່ງທ່ານນາງ Heyzer ກ່າວວ່າ:
“ຫລາຍໆປະເທດໃນຂົງເຂດບໍ່ມີສະມັດຖະພາບ ຫລືຊັບພະຍາກອນທີ່ຈໍາເປັນ
ສໍາລັບການກະກຽມເພື່ອຮັບມືກັບໄພພິບັດດ້ວຍຕົນເອງ. ພວກປະເທດເຫລົ່ານີ້
ຈະໄດ້ຮັບຜົນປະໂຫຍດຈາກຊັບພະຍາກອນທີ່ເອົາມາລວມເຂົ້າກັນນັ້ນ ຈະສາມາດ
ເຂົ້າຫາເຂົ້າເຖິງເທັກໂນໂລຈີໃໝ່ໆ ເຂົ້າເຖິງການພັດທະນາດ້ານວິຊາຄວາມຮູ້ ແລະ ພາກປະຕິບັດທີ່ດີທີ່ສຸດຈາກທົ່ວພາກພື້ນ. ສິ່ງເຫລົ່ານີ້ ແມ່ນຜົນປະໂຫຍດທີ່
ທາງກອງທຶນນີ້ຕັ້ງວັດຖຸປະສົງເອົາໄວ້.”
ກອງທຶນລະບົບເຕືອນໄພສຸນາມິ ຖືກຈັດຕັ້ງຂຶ້ນມາຫລັງຈາກເກີດຄື້ນຟອງຍັກສຸນາມິຖະຫລົ່ມ
ໃນປີ 2004 ທີ່ມະຫາສະໝຸດອິນເດຍຊຶ່ງໄດ້ປະທະ 12 ປະເທດເປັນຢ່າງໜ້ອຍ ແລະເຮັດ
ໃຫ້ຜູ້ຄົນເສຍຊີວິດໄປຫລາຍກວ່າ 2 ແສນຄົນ.
ເງິນບໍລິຈາກສ່ວນໃຫຍ່ໃສ່ກອງທຶນດັ່ງກ່າວ ແມ່ນມາຈາກປະເທດໄທ ແລະ Sweden ຊຶ່ງຕໍ່
ມາກໍໄດ້ຮັບການບໍລິຈາກທຶນສົມທົບຈາກ Bangladesh, ເນປານ ເຕີກກີ ແລະ Netherlands..
ເວລານີ້ ພວກປະເທດຕ່າງໆພວມທົບທວນຄືນເບິ່ງຄໍາໜັ້ນສັນຍາສໍາລັບເງິນທີ່ຕົນຈະບໍລິຈາກ
ໃຫ້ແກ່ກອງທຶນທີ່ຖືກຂະຫຍາຍອອກນີ້.
ທ່ານກະສິດ ພີຣົມ ລັດຖະມົນຕີຕ່າງປະເທດໄທກ່າວວ່າ ພວກເຂົາເຈົ້າໄດ້ຮຽກຮ້ອງໄປຍັງ
ປະເທດອື່ນໆ ໃຫ້ຮັບປາກທີ່ຈະບໍລິຈາກເງິນ ແລະໃຫ້ການສະໜັບສະໜຸນແກ່ກອງທຶນນີ້
ຊຶ່ງທ່ານກະສິດ ພິຣົມ ອະທິບາຍວ່າ:
"ໃນປັດຈຸບັນນີ້ ມີພຽງແຕ່ 5 ຫລື 6 ປະເທດເທົ່ານັ້ນ. ດັ່ງນີ້ ຂ້າພະເຈົ້າຈຶ່ງຄຶດວ່າ
ພວກເຮົາຕ້ອງການເງິນຕື່ມອີກ ເພື່ອວ່າພວກເຮົາຈະສາມາດດໍາເນີນກິດຈະກໍາ
ຢ່າງຮອບດ້ານໄດ້ຫລາຍຂຶ້ນ ແຕ່ເລື້ອງນີ້ ມັນກໍເປັນຄວາມຮັບຜິດຊອບຮ່ວມກັນ
ແນວນຶ່ງສໍາລັບໝົດທຸກປະເທດ."
ທຸກໆປີ ພາກພື້ນເອເຊຍປາຊີຟິກໄດ້ປະທະກັບໄພແຜ່ນດິນໄຫວ ພາຍຸລະດູຮ້ອນ ນໍ້າຖວ້ມ
ຈາກລົມພາຍຸມໍລະສຸມ ແລະດິນເຈື່ອນຫລາຍໆຄັ້ງ.
ຄວາມເສຍຫາຍຈາກໄພທໍາມະ
ຊາດເຫລົ່ານີ້ເພິ່ມທະວີຄວາມ
ຮ້າຍແຮງຂຶ້ນ ຍ້ອນວ່າຂົງເຂດ
ດັ່ງກ່າວມີປະຊາກອນຢ່າງ
ຫລວງຫລາຍ ຮວມທັງມີເຂດ
ສອກຫລີກຫ່າງໄກໃນຫລາຍ
ພື້ນທີ່ ເຊ່ນພວກປະເທດເກາະ
ບາງແຫ່ງໃນມະຫາສະໝຸດ
ປາຊີຟິກ ແລະພວກປະເທດ
ທີ່ທຸກຈົນທີ່ສຸດ ເຊ່ນ ມຽນມາ
ແລະ Bangladesh ເປັນຕົ້ນ.
ຍົກໂຕຢ່າງ ໃນປີ 2008 ມຽນມາກໍໄດ້ຮັບຄວາມເສຍຫາຍຢ່າງຮ້າຍແຮງ ຈາກລົມພາຍຸ
Cyclone Nargis ຊຶ່ງໄດ້ເອົາຊີວິດຜູ້ຄົນໄປ 140 ພັນຄົນ ແລະປະຊາຊົນຫລາຍໝື່ນຄົນ ບໍ່ມີບ່ອນພັກພາອາໄສ.
ອົງການສະຫະປະຊາຊາດກ່າວວ່າ ນັບແຕ່ປີ 2000 ຫາ 2008 80% ຂອງພວກທີ່ໄດ້ ຮັບເຄາະຮ້າຍຈາກໄພພິບັດທໍາມະຊາດຂອງໂລກ ແມ່ນຢູ່ໃນພາກພື້ນເອເຊຍປາຊີຟິກ.
ຫລ້າສຸດກໍຄືປະເທດຍີ່ປຸ່ນທີ່ໄດ້ປະສົບກັບໄພແຜ່ນດິນໄຫວແລະຄຶ້ນຟອງຍັກສຸນາມິທີ່ຮ້າຍ
ແຮງ ເມື່ອວັນສຸກ ທີ 11 ມີນາ ນີ້ເອງ.