ລັດຖະມົນຕີປ້ອງກັນປະເທດຈາກ 26 ປະເທດໃນເຂດເອ
ເຊຍ-ປາຊີຟິກກ່າວວ່າ ພວກຕົນເຫັນພ້ອມນຳກັນວ່າ ອາ
ວຸດນິວເຄລຍຂອງເກົາຫຼີເໜືອ ເປັນໄພຂົ່ມຂູ່ຮ້າຍແຮງສຸດ
ຕໍ່ພູມີພາກ.
ນາຍພົນອະວຸໂສຂອງເກົາຫຼີໃຕ້ກ່າວວ່າ ນອກນັ້ນແລ້ວ
ພວກຜູ້ບັນຊາການທະຫານ ຈາກເຂດເອເຊຍ-ປາຊີຟິກ
ຍັງເຫັນພ້ອມນຳກັນເຖິງຄວາມຈຳເປັນໃນການ ຮ່ວມມື
ກັນຢ່າງໃກ້ຊິດເພື່ອສະກັດກັ້ນ ການຂົນສົ່ງອາວຸດ ທີ່ມີ
ອະນຸພາບຮ້າຍແຮງທາງທະເລ.
ນາຍພົນ Han Min Koo ກ່າວຕໍ່ພວກນັກຂ່າວໃນວັນສຸກມື້ນີ້ ໃນຕອນອັດກອງປະຊຸມ
ເປັນເວລາ 5 ມື້ ຂອງລັດຖະມົນຕີປ້ອງກັນປະເທດ ຢູ່ທີ່ກຸງໂຊລ.
ພົນເຮືອເອກ Robert Willard ຜູ້ບັນຊາການກຳລັງສະຫະລັດໃນເຂດມະຫາສະມຸດປາຊີ
ຟິກກ່າວວ່າ ພວກທີ່ເຂົ້າຮ່ວມປະຊຸມຮັບຮູ້ວ່າຄວາມສາມາດທາງດ້ານອາວຸດນິວເຄລຍຂອງ
ເກົາຫຼີເໜືອເປັນໄພຂົ່ມຂູ່ບໍ່ພຽງແຕ່ຕໍ່ເກົາຫຼີໃຕ້ທໍ່ນັ້ນແຕ່ຍັງເປັນໄພຂົ່ມຂູ່ຕໍ່ພູມີພາກທັງມວນ
ດ້ວຍ.
ທ່ານເວົ້າວ່າ ຖ້າພຽງຢາງຫາກທຳການທົດລອງອາວຸດນິວເຄລຍລູກທີ 3 ມັນ ຈະເປັນເລື່ອງ
ທີ່ຮ້າຍແຮງຫຼາຍ ສຳລັບປະຊາຄົມນາໆຊາດ.