ສື່ມວນຊົນຂອງທາງການເກົາຫຼີໃຕ້ລາຍງານວ່າ ລັດຖະບານ
ເກົາຫຼີໃຕ້ໄດ້ປະທ້ວງຕໍ່ການໃຫ້ຄວາມເຫັນຂອງຍີ່ປຸ່ນ ທີ່ໄດ້
ຕັ້ງຄຳຖາມວ່າ ເກົາຫຼີໃຕ້ເໝາະສົມທີ່ຈະເປັນເຈົ້າພາບຈັດ
ກອງປະຊຸມຂອງກຸ່ມ ຈີ 20 ໃນເດືອນນີ້ ແລະເດືອນຈະມາ ຫຼືບໍ່.
ບັນຫາຂັດແຍ້ງທີ່ວ່ານີ້ ແມ່ນເຫດການລ່າສຸດທີ່ໄດ້ລະເບີດຂຶ້ນໃນການຖົກຖຽງໂຕ້ແຍ້ງທີ່ພວມ ເພີ້ມທະວີຂຶ້ນຂອງນາໆຊາດ ກ່ຽວກັບອັດຕາການແລກປ່ຽນເງິນຕາ ທີ່ບາງປະເທດຢ້ານວ່າ
ຈະເຮັດໃຫ້ການຟື້ນໂຕຄືນຂອງເສດຖະກິດໂລກຢຸດຕິລົງ. ບັນຫາດັ່ງກ່າວມີທ່າທາງວ່າ ຈະ
ເກີດຂຶ້ນອີກໃນວັນສຸກມື້ອື່ນ ເວລາກະຊວງການເງິນຂອງສະຫະລັດມີກໍານົດທີ່ຈະປະກາດວ່າ ຈີນຄວບຄຸມ ເງິນຕາຂອງຕົນ ຫຼືບໍ່.
ເຈົ້າໜ້າທີ່ເກົາຫຼີໃຕ້ ກ່າວໃນວັນພະຫັດມື້ນີ້ວ່າ ໄດ້ມີການໂທລະສັບໄປປະທ້ວງຫຼັງຈາກລັດ ຖະມົນຕີການເງິນຂອງຍີ່ປຸ່ນ ໄດ້ຕຳໜິຕິຕຽນກຸງໂຊລວ່າ ດຶງຄ່າເງິນວອນ ຊຶ່ງເປັນເງິນຕາ ຂອງເກົາຫຼີໃຕ້ ໃຫ້ຕໍ່າກວ່າສະພາບໂຕຈິງ ຂອງຕະຫຼາດ. ລັດຖະມົນຕີການເງິນຂອງຍີ່ປຸ່ນ ກ່າວໃນມື້ວານນີ້ວ່າ ເກົາຫຼີໃຕ້ຈະຖືກຕິດຕາມຊິ້ງຊອມເບິ່ງ ຢ່່າງໃກ້ຊິດ ໃນລະຫວ່າງກອງ ປະຊຸມຂອງກຸ່ມຈີ 20.