ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສົງຄາມເງິນຕາໃນເຂດເອເຊຍ


ເງິນຢວນຂອງຈີນ
ເງິນຢວນຂອງຈີນ

ຍີ່ປຸ່ນກ່າວຫາເກົາຫຼີໃຕ້ທີ່ເປັນເຈົ້າພາບຈັດກອງປະຊຸມສຸດຍອດຂອງກຸ່ມຈີ 20 ຄັ້ງຈະມານີ້ວ່າ ຄວບຄຸມຄ່າເງິນຕາຂອງຕົນ ຂະນະທີ່ບັນດາປະເທດໃນເອເຊຍພວມດຳເນີນງານ ເພື່ອຊອກ ຫາຊ່ອງທາງບໍ່ໃຫ້ເກີດ “ສົງຄາມເງິນຕາ” ທີ່ຈະສ້າງຄວາມເສຍຫາຍນັ້ນ.

ເປັນທີ່ຄາດກັນວ່າ ບັນຫາເງິນຕາ ຈະຄອບງຳກອງປະຊຸມ ລະດັບລັດຖະມົນຕີ ຂອງກຸ່ມຈີ 20 ໃນສັບປະດາໜ້າ ແລະກອງປະຊຸມສຸດຍອດຂອງກຸ່ມຈີ 20 ໃນເດືອນພະຈິກ. ຫຼາຍໆ ປະເທດໃນເຂດເອເຊຍ ໄດ້ພະຍາຍາມເຮັດໃຫ້ຄ່າເງິນຕາຂອງຕົນອ່ອນລົງໃນໄລຍະຫຼາຍໆ ເດືອນຜ່ານມານີ້ ເພື່ອເຮັດໃຫ້ສິນຄ້າທີ່ສົ່ງອອກຂອງຕົນ ມີລາຄາຖືກ ຢູ່ໃນຕະຫຼາດໂລກ.

ລັດຖະມົນຕີການເງິນຂອງຍີ່ປຸ່ນທ່ານ Yoshihiko Noda ກ່າວຕໍ່ສະພາແຫ່ງຊາດຂອງຍີ່ປຸ່ນ ໃນວັນພຸດມື້ນີ້ວ່າ ເກົາຫຼີໃຕ້ຊຶ່ງເປັນເຈົ້າພາບ ຈັດກອງປະຊຸມຂອງກຸ່ມຈີ 20 ນັ້ນ ຈະຖືກຕິດ ຕາມຊິ້ງຊອມເບິ່ງ ຢ່າງໃກ້ຊິດ ໃນລະຫວ່າງການປະຊຸມ. ທ່ານໄດ້ກ່າວຫາເກົາຫຼີໃຕ້ວ່າ ທຳ ການແຊກແຊງ ເພື່ອດຶງຄ່າເງິນຕາຂອງຕົນໃຫ້ຕໍ່າລົງຄືໃນໄລຍະສອງປີຜ່ານມານີ້ ຄ່າເງິນຕາ ຂອງເກົາຫຼີໃຕ້ ໄດ້ຫຼຸດລົງ 11% ໃນການແລກປ່ຽນ ກັບເງິນເຢນຂອງຍີ່ປຸ່ນ.

ທາງດ້ານຈີນນັ້ນ ກໍພວມໄດ້ຮັບການຕຳໜິຕິຕຽນຢ່າງໜັກທີ່ສຸດ ຍ້ອນນະໂຍບາຍການເງິນ ຂອງຕົນ ແຕ່ຍີ່ປຸ່ນ ເກົາຫຼີໃຕ້ ໄຕ້ຫວັນ ໄທ ແລະປະເທດອື່ນໆອີກ ກໍໄດ້ທຳການເຄື່ອນ ໄຫວເພື່ອເຮັດໃຫ້ເງິນຕາຂອງຕົນ ອ່ອນຄ່າລົງເຊັ່ນກັນ.

XS
SM
MD
LG