ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມເຄັ່ງຕຶງ ເພີ້ມຂຶ້ນ ຫຼັງຈາກ ສານສູງສຸດ ປາກິສຖານ ຕ່າວປີ້ນ ຄຳພິພາກສາ ໝິ່ນປະໝາດ ສາສະໜາ

ພວກສະໜັບສະໜຸນ ພັກ ເຕຣີກ-ອີ-ລາບາອິກ ຂອງປາກິສຖານ ຫຼື TLP, ເປັນພັກການເມືອງທີ່ນັບຖືສາສະໜາຢ່າງເຄັ່ງຄັດ, ພາກັນປະທ້ວງຕໍ່ຕ້ານ ການຕັດສິນຂອງສານສູງສຸດ ທີ່ຕ່າວປີ້ນ ຄວາມຜິດ ຂອງນາງ ເອເຊຍ ບີບີ ທີ່ນັບຖືສາສະໜາ ຄຣິສຕຽນ ໃນ ນະຄອນ ກາຣາຈີ, ວັນທີ 31 ຕຸລາ 2018.

ໃນວັນພຸດວານນີ້ ສານສູງສຸດ ຂອງປາກິສຖານ ໄດ້ຕ່າວປີນ ຄຳຕັດສິນຄວາມຜິດຂອງ
ແມ່ຍິງ ທີ່ນັບຖືສາສະໜາຄຣິສຕຽນຄົນນຶ່ງ ຜູ້ທີ່ຖືກ່າວຫາວ່າ ໄດ້ທຳ ການໝິ່ນປະມາດ
ສາສະໜາ ຊຶ່ງເປັນຄວາມຜິດທາງອາຍາທີ່ມີໂທດຂັ້ນປະຫານຊີວິດ ພາຍໃຕ້ກົດໝາຍ
ຂອງປາກິສຖານ. ການຕັດສິນທີ່ເປັນຂີດໝາຍສຳຄັນນີ້ ໄດ້ກໍ່ໃຫ້ເກີດມີການປະທ້ວງ
ໂດຍພວກອິສລາມ ທີ່ນັບ​ຖື​ສາ​ສະ​ໜາ​ຢ່າງເຄັ່ງຄັດ ແລະສ້າງຄວາມຢ້ານກົວວ່າ ຈະ
ເກີດຄວາມຮຸນແຮງ.

ຄຳຕັດສິນໃນຄະດີຂອງນາງເອເຊຍ ບີບີ ໄດ້​ປະ​ກາດວ່າ “ໄອຍະການບໍ່ສາມາດພິສູດ
ໃຫ້ເຫັນໄດ້ເລີຍ ໂດຍປາສະຈາກຄວາມສົງໄສໃດໆ.”

“ຂ້າພະເຈົ້າ ບໍ່ສາມາດເຊື່ອ ສິ່ງທີ່ຂ້າພະເຈົ້າໄດ້ຍິນ ຂ້າພະເຈົ້າຈະອອກໄປໄດ້ ເລີຍ
ບໍ່? ພວກເຂົາຈະໃຫ້ຂ້າພະເຈົ້າອອກໄປບໍ່? ແທ້ບໍ່?”
ນັ້ນແມ່ນຄຳເວົ້າຂອງ ນາງ ບີບີ
ຜູ້ທີ່ ໄດ້ຖືກຂັງໃນຄຸກ ຕັ້ງແຕ່ນາງ ໄດ້ຖືກຈັບກຸມຄັ້ງທຳອິດ ໃນປີ 2009 ຊຶ່ງນາງໄດ້ກ່າວ
ຕໍ່ອົງການຂ່າວ AFP ໂດຍຜ່ານທາງໂທລະສັບຈາກຄຸກ ຫຼັງຈາກໄດ້ມີການຕັດສິນແລ້ວ.

ນາຍົກລັດຖະມົນຕີ ປາກິສຖານ ທ່ານ ອິມຣານ ຄານ ໄດ້ເຕືອນໃນອັນທີ່ເອີ້ນວ່າ ພວກ
ປະທ້ວງຈຳນວນນຶ່ງ ຢູ່ໃນທົ່ວປະເທດ “ບໍ່ໃຫ້ປະເຊີນໜ້າກັບລັດຖະບານ” ກ່ຽວກັບ
ການຕັດສິນທີ່ເປັນຂີດໝາຍສຳຄັນ ຂອງສານສູງສຸດ.

ພາບ​ບັນ​ທຶກ ວັນ​ທີ 20 ພະ​ຈິກ 2010 ທີ່​ເຫັນ​ນາງ​ອາ​ເຊຍ ບີ​ບີ ແມ່​ຍິງຊາວກ​ຣິ​ສ​ຕຽນ ຟັງ​ເຈົ້າ​ໜ້າ​ທີ່​ຢູ່​ທີ່​ຄຸກ​ເມືອງເຊັກ​ຮູ​ປູ​ຣາ ໃກ້​ກັບ​ນະ​ຄອນ​ລາ​ຮໍ​ຣ.
ພາບ​ບັນ​ທຶກ ວັນ​ທີ 20 ພະ​ຈິກ 2010 ທີ່​ເຫັນ​ນາງ​ອາ​ເຊຍ ບີ​ບີ ແມ່​ຍິງຊາວກ​ຣິ​ສ​ຕຽນ ຟັງ​ເຈົ້າ​ໜ້າ​ທີ່​ຢູ່​ທີ່​ຄຸກ​ເມືອງເຊັກ​ຮູ​ປູ​ຣາ ໃກ້​ກັບ​ນະ​ຄອນ​ລາ​ຮໍ​ຣ.

ທ່ານກ່າວຕໍ່ໄປວ່າ “ຂ້າພະເຈົ້າ ຮຽກຮ້ອງມາຍັງປະຊາຊົນ ບໍ່ໃຫ້ພວກຄົນນອກຮີດ
ນອກ ທາງ ຈຳພວກນີ້ ຍຸແຍ່ພວກເຈົ້າ ໃນທຸກຮູບແບບ. ພວກເຂົາ ບໍ່ໄດ້ຮັບໃຊ້
ສາສະໜາອິສລາມ ພວກເຂົາ ກຳລັງທຳລາຍປະເທດ. ພວກເຂົາກຳລັງໃຊ້ ພາສາ
ທີ່ພວກສັດຕູໃຊ້. ພຽງແຕ່ນຳມາໃຊ້ເພື່ອຜົນປະໂຫຍດພວກເຂົາເອງ ໃນດ້ານການ
ເມືອງ.”

ກຸ່ມ​ສະ​ໜັບ​ສະ​ໜູນ​ສາ​ສ​ໜາ​ໃນ​ປາ​ກິ​ສ​ຖານ ຕັນ​ຫົນ​ທາງ​ຫຼັງ​ຈາກ​ສານ​ຕັດ​ສິນ ໃນ​ນະ​ຄອນ​ອິ​ສ​ລາ​ມາ​ບັ​ສ ປາ​ກິ​ສ​ຖານ ວັນ​ທີ 31ຕຸ​ລາ 2018.
ກຸ່ມ​ສະ​ໜັບ​ສະ​ໜູນ​ສາ​ສ​ໜາ​ໃນ​ປາ​ກິ​ສ​ຖານ ຕັນ​ຫົນ​ທາງ​ຫຼັງ​ຈາກ​ສານ​ຕັດ​ສິນ ໃນ​ນະ​ຄອນ​ອິ​ສ​ລາ​ມາ​ບັ​ສ ປາ​ກິ​ສ​ຖານ ວັນ​ທີ 31ຕຸ​ລາ 2018.

​ພັກອິສລາມຈຳນວນນຶ່ງ ໄດ້ປະຕິເສດຕໍ່ການຕັດສິນດັ່ງກ່າວ. ນຶ່ງໃນຈຳນວນນັ້ນກໍຄື
ສະພາການປ້ອງກັນຂອງປາກິສຖານ ໄດ້ປະກາດວ່າ ບັດນີ້ ຕົນຈະນຳເອົາ ເລື່ອງນີ້
ມາຕັດສິນດ້ວຍຕົນເອງ.

ຖະແຫລງການຂອງພວກເຂົາເຈົ້າ ໄດ້ຖືກສົ່ງໄປທາງອີເມລ ໃຫ້ແກ່ສື່ສັງຄົມທີ່ກ່າວວ່າ
“ຜູ້ໃດກໍຕາມ ທີ່ມີໂອກາດຢູ່ແຫ່ງໃດກໍຕາມ ຄວນຂ້ານາງເອເຊຍ ບີບີ ຜູ້ໝິ່ນປະມາດ
ສາສະໜາ.”

ພວກ​ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​ປາ​ກິ​ສ​ຖານ ຢືນ​ຢູ່ນອກ​ສານ​ສູງ​ສຸດ ໃນ​ນະ​ຄອນ​ອິ​ສ​ລາ​ມາ​ບັ​ສ ປາ​ກິ​ສ​ຖານ ວັນ​ທີ 31 ຕຸ​ລາ 2018.
ພວກ​ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​ປາ​ກິ​ສ​ຖານ ຢືນ​ຢູ່ນອກ​ສານ​ສູງ​ສຸດ ໃນ​ນະ​ຄອນ​ອິ​ສ​ລາ​ມາ​ບັ​ສ ປາ​ກິ​ສ​ຖານ ວັນ​ທີ 31 ຕຸ​ລາ 2018.

ການຮັກສາຄວາມປອດໄພ ແມ່ນເຂັ້ມງວດຢູ່ໃນນະຄອນຫຼວງ ອິສລາມມາບັດ ບ່ອນທີ່
ກຳລັງທະຫານ ໄດ້ຖືກສົ່ງໄປປະຈຳການ ເພື່ອປົກປ້ອງ ສານສູງສຸດ ແລະ ສະຖານທີ່
ສຳ​ຄັນອື່ນໆ. ການຮັກສາຄວາມປອດໄພ ໄດ້ເພີ້ມຂຶ້ນ​ຕື່ມ ສຳ ລັບບັນດາຜູ້ພິພາກສາ
ຫຼັງຈາກໄດ້ມີການປະກາດຄຳຕັດສິນນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG