ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບໍລິສັດຕ່າງໆ ໃນເອເຊຍ ຕ້ອງການເພີ່ມ ຄວາມລະມັດ ລະວັງ ຫຼັງຈາກການໂຈມຕີ ຢູ່ ຈາກາຕ້າ


ລົດຫຸ້ມເກາະຕຳຫຼວດຄັນໜຶ່ງ ຈອດຢູ່ນອກຮ້ານກາເຟ Starbucks ຫຼັງຈາກເຫດການລະເບີດແຕກ ໃນນະຄອນຫຼວງ ຈາກາຕ້າ, ອິນໂດເນເຊຍ. 14 ມັງກອນ, 2016.
ລົດຫຸ້ມເກາະຕຳຫຼວດຄັນໜຶ່ງ ຈອດຢູ່ນອກຮ້ານກາເຟ Starbucks ຫຼັງຈາກເຫດການລະເບີດແຕກ ໃນນະຄອນຫຼວງ ຈາກາຕ້າ, ອິນໂດເນເຊຍ. 14 ມັງກອນ, 2016.

ບັນດານັກວິເຄາະດ້ານຄວາມໝັ້ນຄົງກ່າວວ່າ ບໍລິສັດຕ່າງໆແມ່ນ ກຳລັງທົບທວນຄືນປະຫວັດ ດ້ານຄວາມໝັ້ນຄົງຂອງພວກເຂົາ ເຈົ້າພາຍ ຫຼັງການໂຈມຕີໃນນະຄອນຫຼວງ ຈາກາຕ້າ ຂອງ ອິນໂດ ເນເຊຍ ຖ່າມກາງຄວາມຢ້ານກົວ ກ່ຽວກັບການກໍ່ຄວາມຮຸນແຮງທີ່ ເພີ່ມທະວີຂຶ້ນໃສ່ ເປົ້າໝາຍ ທີ່ສາມາດໂຈມຕີໄດ້ງ່າຍ ໂດຍພວກ ຫົວຮຸນແຮງ ລັດອິສລາມ ໃນ​ເຂ​ດເອເຊຍ ຕາເວັນອອກສຽງໃຕ້. ດັ່ງທີ່ Ron Corben ໄດ້ລາຍງານມາຈາກບາງກອກ ລັດຖະບານ​ຂອງ​ປະ​ເທດ​ຕ່າງໆ​ກໍ​ພວມຊອກ​ຫາ ຊ່ອງ​ທາງ​ເພື່ອ​ໃຫ້​ມີການຮ່ວມ ມືກັນ​ເພີ້ມຂຶ້ນ ໃນການຕາມຫາ​ແລະ​ລະບຸໂຕພວກຫົວຮຸນແຮງທີ່ໄດ້ ກັບຄືນສູ່ປະເທດຈາກພາກ​ຕາເວັນອອກກາງ. ພຸດທະ​ສອນ​ມີ​ລາຍ​ລະອຽດ​ເລື່ອງນີ້ ມາສະ​ເໜີ​ທ່ານ.

ທ່ານ Niel Fergus ໄດ້ກ່າວວ່າ “ພວກເຮົາໄດ້ຮັບການຮ້ອງຂໍໂດຍດ່ວນ ແມ່ນກະທັ້ງ​ໃນ​ຂະ ນະ​ທີ່ພວກເຮົາ ໄດ້​ໂອ້​ລົມກັບບັນດາ 500 ບໍລິສັດໃຫຍ່ທີ່ສຸດ ເພື່ອໃຫ້ຄຳ ແນະນຳ ກ່ຽວກັບ ຜົນກະທົບຂອງພວກເຂົາເຈົ້າໃນທົ່ວເອເຊຍຕາເວັນອອກ ແລະ ໂດຍສະເພາະໃນ ເອເຊຍ ຕາເວັນອອກສຽງໃຕ້. ຂ້າພະເຈົ້າຄິດວ່າ ຄວາມໝັ້ນຄົງ ສາກົນໄດ້ປະເມີນຄ່າຜົນກະທົບ ຈາກພວກລັດອິສລາມ ແລະ ອາລກາອິດາ ໃນ ພາກສ່ວນນີ້ຂອງໂລກ ຕ່ຳເກີນໄປ. ເຊິ່ງວ່າ ມັນມີຄວາມສຳຄັນພິເສດນັ້ນ.” ທ່ານ Niel Fergus ຜູ້ບໍລິຫານລະດັບສູງຂອງບໍລິສັດທີ່ປຶກສາກ່ຽວກັບຂໍ້ມູນຄວາມສ່ຽງ ເຊິ່ງມີຫ້ອງ ການຕັ້ງຢູ່ນະຄອນ ຊິດນີ ປະເທດ ອອສເຕຣເລຍ ກ່າວວ່າ ປະຊາຄົມທຸລະກິດ ທັງຫຼາຍໄດ້ ປະເມີນຄ່າຕ່ຳ​ເກີນ​ໄປ ຕໍ່ຜົນກະທົບທີ່ມີຄວາມເປັນໄປໄດ້ ໃນພາກພື້ນເອເຊຍ ຕາເວັນອອກ ສຽງໃຕ້ ຈາກກຸ່ມພວກຫົວຮຸນແຮງ ເຊັ່ນພວກ ລັດອິສລາມ ແລະ ພວກ ອາລກາອິດາ.

ທ່ານ Fergus ກ່າວວ່າ ບໍລິສັດຊັ້ນນຳຂອງ ອອສເຕຣເລຍ ແມ່ນໄດ້ຖືກບັງຄັບໂດຍກົດໝາຍ ເພື່ອໃຫ້ສະໜອງປະກັນໄພທີ່ມີຄວາມຈຳເປັນສຳລັບປົກປ້ອງສະມາຊິກອາວຸໂສຂອງ ບໍລິສັດ ແລະ ປະຊາຊົນໃນທ້ອງ ຖິ່ນທີ່ຖືກຈ້າງໂດຍບໍລິສັດ.

ການໂຈມຕີສະຖານທີ່ສຳຄັນ​ ທາງທຸລະກິດ ແລະການທູດໃນນະຄອນຈາກາຕ້າ ໄດ້ນຳໄປສູ່ ຄວາມຢ້ານກົວ ໃນລະຫວ່າງບັນດານັກວິເຄາະ ກ່ຽວກັບການນອງເລືອດທີ່ຈະເພີ່ມຂຶ້ນ ຈາກ ກຸ່ມຕ່າງໆທີ່​ເປັນ​ພັນທະ​ມິດ ກັບລັດອິສລາມ ໂດຍສະເພາະເປົ້າໝາຍທີ່ຖືກໂຈມຕີໄດ້ງ່າຍ.

ທ່ານ Steve Vickers ຜູ້ບໍລິຫານລະດັບສູງຂອງບໍລິສັດທີ່ປຶກສາ ທີ່ມີຄວາມຊຳນານໃນ ດ້ານການເມືອງ ແລະຄວາມສ່ຽງຂອງບໍລິສັດ ມີຫ້ອງ ການຕັ້ງຢູ່ຮົງກົງ ກ່າວວ່າ ພວກຫົວຮຸນ ແຮງປະກົດວ່າ ມີ​ທ່າ​ທາງຫຼາຍ ຂຶ້​ນ ທີ່ຈະ​ໂຈມ​ຕີ ເປົ້າໝາຍທີ່ໂຈມຕີໄດ້ງ່າຍ​ເຫຼົ່ານັ້ນ.

ທ່ານ Vickers ກ່າວວ່າ “ຖ້າທ່ານຍົກຕົວຢ່າງເອົານະຄອນຫຼວງ ຈາກາຕ້າ ການໂຈມ ຕີໃສ່ ຮ້ານກາເຟ Starbucks, ມັນເປັນການໂຈມຕີພວກນີ້ທີ່ຂ້າພະເຈົ້າຄິດວ່າ ພວກເຮົາ ຈະໄດ້ ເຫັນການເຄື່ອນໄຫວທີ່ໃຫຍ່ຂຶ້ນຫາເປົ້າໝາຍທີ່ໂຈມຕີໄດ້ງ່າຍ ກວ່າ. ສິ່ງທີ່ພວກເຮົາໄດ້ເຫັນ ໂດຍແທ້ຈິງ, ດັ່ງກັບໃນການບຸກເຂົ້າໄປໃນປີນີ້ ແມ່ນຮູບແບບຂອງການໂຈມຕີ ທີ່ຈະກາຍມາ ເປົ້າໝາຍ ການໂຈມຕີທີ່ງ່າຍຢ່າງ ແຜ່ຫຼາຍໃນເຂດສາທາ ລະນະ ພ້ອມກັບມີການ​ພົວພັນກັບ ຄົນຕ່າງປະເທດ.”

ທ່ານ Vickers ກ່າວວ່າ ບັນດາບໍລິສັດໃນ ເອເຊຍ ປາຊີຟິກ ຄວນມີແຜນການທີ່ລະອຽດ ອ່ອນ ສຳລັບການຕິດຕາມການເດີນທາງຂອງຜູ້ບໍລິຫານອາວຸໂສ ໃນເອເຊຍ ປາຊີຟິກ ພ້ອມ ກັບ “ການປົກປ້ອງພະ ນັກງານຢ່າງແໜ້ນແຟ້ນ.”

ບັນດານັກວິເຄາະກ່າວວ່າ ມັນມີ “ຄວາມເປັນຫ່ວງຢ່າງຈິງຈັງ” ກ່ຽວກັບການຊ້ຳຮອຍ ຂອງການວາງລະເບີດຮ້າຍແຮງທີ່ເກາະຕາກ​ອາກາດບາຫຼີ ຂອງ ອິນໂດເນເຊຍ ໃນປີ 2002, ເຊິ່ງດຳເນີນການໂດຍກຸ່ມ ຫົວ​ຮຸນ​ແຮງ Jemaah Islamiya ໃນທ້ອງຖິ່ນ, ທີ່ເຮັດໃຫ້ມີຄົນ ເສຍຊີວິດຫຼາຍກວ່າ 200 ຄົນ.

ປະເທດ ອອສເຕຣເລຍ ແມ່ນໜຶ່ງໃນຈຳນວນປະເທດທີ່ໄດ້ຮຽກຮ້ອງໃຫ້ມີການ ຮ່ວມມືໃນ ພາກພື້ນ ສຳລັບການແບ່ງປັນຂໍ້ມູນ ແລະຕິດຕາມຄົນ ທີ່ອາໄສຢູ່ໃນ ອອສເຕຣເລຍ ແລະ ເອເຊຍຫຼາຍຮ້ອຍຄົນ ຜູ້ທີ່ໄດ້ເດີນ ທາງໄປຕາເວັນອອກກາງ ເພື່ອຕໍ່ສູ້ຮ່ວມກັບພວກ ລັດອິສ ລາມ.

Indonesia Returns to Normal Despite Threats of New Attacks
please wait

No media source currently available

0:00 0:01:46 0:00

XS
SM
MD
LG