ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄົ້ນພົບທະນີພັນໃໝ່ ໃນເຂດອິນໂດຈີນ


ພວກນັກວິທະຍາສາດໃນເຢຍຣະມັນໄດ້ຄົ້ນພົບທະນີພັນໃໝ່
ທີ່ອາໄສຢູ່ໃນປ່າດົງພົງໄພຂອງເຂດເອເຊຍຕາເວັນອອກ.

ສູນກາງຄົ້ນຄວ້າກ່ຽວກັບຄົນແລະສັດປະເພດລີງ ຫຼື
Primate Center ຂອງເຢຍລະມັນກ່າວວ່າ ສັດຫາຍາກທີ່
ວ່ານີ້ ແມ່ນທະນີຊະນິດນຶ່ງ ທີ່ສາມາດບອກໄດ້ຍ້ອນສຽງທີ່ມີ
ລັກສະນະແຕກຕ່າງແລະຫົວທີ່ມີລັກສະນະໂນຂຶ້ນຂອງມັນ.
ທະນີພັນໃໝ່ນີ້ແມ່ນຊະນິດທີ 7 ທີ່ມະນຸດໄດ້ຮູ້ຈັກ ແລະມີຊື່
ທາງວິທະຍາສາດວ່າ Normascus Annamensis.

ຄືກັນກັບບັນພະບຸລຸດຂອງມັນທະນີຊະນິດໃໝ່ນີ້ ແມ່ນໄດ້ມີ ການພົບເຫັນຢູ່ແຕ່ໃນປ່າດົງຕາມບໍລິເວນຊາຍແດນລາວ ຫວຽດນາມແລະກຳປູເຈຍທໍ່ນັ້ນ. ທະນີເປັນນຶ່ງ​ໃນ​ພວກສັດ ທີ່ຕົກຢູ່ໃນອັນຕະລາຍຫຼາຍທີ່ສຸດໃນໂລກ ຍ້ອນການລ່າສັດ ແບບຜິດກົດໝາຍ.

ສັດປະເພດຈຳພວກລີງ-ທະນີ ເປັນສັດທີ່ມີຄວາມໃກ້ຄຽງກັບມະນຸດຫຼາຍທີ່ສຸດ. ສັດອື່ນ​ໆ
ໃນຈຳພວກສັດ​ປະ​ເພດ​ດຽວ​ກັນນີ້ ກໍມີຮວມທັງລີງ Orangutan, ລີງໂທນ Gorrilla ລີງ
ໃຫຍ່ Chimpanzee ແລະລີງ Bonobo.

XS
SM
MD
LG