ຄືກັບຫລາຍໆຫົວເມືອງໃຫຍ່ໃນຂົງເຂດເອເຊຍນັ້ນ ຮ່ອງກົງແມ່ນປົກຄຸມໄປດ້ວຍໝອກຄວັນ
ອັນໜາແໜ້ນຈາກໂຮງຈັກໂຮງງານແລະຄວັນອາຍເສຍຈາກຍວດຍານພາຫານະ ທີ່ເປັນຕົວ
ການເຮັດໃຫ້ເປັນໂຣກຫົວໃຈ ແລະອາ ການເຈັບປ່ວຍທາງລະບົບຫາຍໃຈ.
ສາສະດາຈານ ຊີແອັມ ວອງ(CM Wong) ປະຈໍາສະຖາບັນສາທາລະນະສຸກຂອງມະຫາ
ວິທະຍາໄລຮ່ອງກົງ ກ່າວວ່າ:
“ມົນລະພິດອາກາດໃນຂົງເຂດເອເຊຍແມ່ນ ຖືວ່າເປັນເລຶ່ອງໜັກໜ່ວງຫລາຍກວ່າ
ເຂດອື່ນໃດ ເນຶ່ອງຈາກການເຕີບໂຕທາງເສດຖະກິດ ແລະການປ່ອຍມົນລະພິດ
ເຂົ້າສູ່ອາກາດ ແມ່ນມີຢ່າງຫລວງຫລາຍໃນຂົງເຂດເອເຊຍ.”
ສາສະດາຈານ CM Wong ກ່າວຕໍ່ໄປວ່າ ທ່ານພົບເຫັນຄວາມກ່ຽວພັນກັນຢ່າງໃກ້ຊິດ ລະ
ຫວ່າງມົນລະພິດອາກາດ ແລະອັດຕາການເສຍຊີວິດຢູ່ໃນເຂດສູນກາງອຸດສາຫະກໍາຂອງຈີນ
ກໍຄືເມືອງ Wuhan, Hongkong ແລະ Shianghai ນັ້ນ ພ້ອມກັບເມືອງຫລວງບາງກອກ
ຂອງໄທ ນໍາ ຊຶ່ງທ່ານກ່າວວ່າ:
“ຫລັກຖານຂອງພວກເຮົາແມ່ນສອດຄ່ອງກັນ ໃນພວກສີ່ຕົວເມືອງນີ້.”
ທີ່ຮ່ອງກົງນັ້ນ ສະພາບອາກາດ
ເປື້ອນເປີະ ຮອດໄດ້ເລີ່ມສົ່ງຜົນ
ກະທົບຕໍ່ຊື່ສຽງຂອງເມືອງ ໃນ
ຖານະເປັນສູນກາງການເງິນ
ລະຫວ່າງຊາດ. ພວກທຸລະກິດ
ໃນພາກສ່ວນການເງິນກ່າວວ່າ
ດຽວນີ້ ມັນລໍາບາກຂຶ້ນຫລາຍ
ກວ່າເກົ່າທີ່ຈະດຶງດູດເອົາຄວາມ
ສາມາດພິເສດຈາກປະເທດອື່ນໆ
ເຂົ້າມາໄດ້ ຍ້ອນຄຸນນະພາບ ຂອງອາ ກາດ.
ເຄິ່ງນຶ່ງຂອງອາກາດເປື້ອນເປີະ
ຂອງຮ່ອງກົງ ແມ່ນມາຈາກການ
ຂົນສົ່ງຢູ່ຕາມເຂດເມືອງ ເຊັ່ນລົດ
ເມ ເຮືອບັກ ທີ່ປ່ອຍແກສ
nitrogen dioxide ອອກມາ
ຊຶ່ງແກສດັ່ງກ່າວເປັນຕົວສ້າງມົນລະພິດທີ່ພວກນັກວິທະຍາສາດກ່າວວ່າ ສາມາດສ້າງບັນຫາ
ແຊກຊ້ອນໃຫ້ແກ່ພວກເດັກນ້ອຍທີ່ເປັນໂຣກ ຫືດໄດ້.
ອົງການອະນາໄມໂລກ ປະເມີນວ່າ ລະດັບທີ່ວ່າປອດໄພຂອງແກສ nitrogen dioxide
ຫລື N-O-2 ນັ້ນ ຄວນຈະຢູ່ໃນປະລິມານໂດຍສະ ເລ່ຍ ບໍ່ໃຫ້ເກີນ 40 micrograms
ຕໍ່ນຶ່ງເມັດກ້ອນຕໍ່ປີ. ທ່ານ ວອງ ກ່າວວ່າ:
“ພວກເຮົາ ສາມາດສະແດງໃຫ້ເຫັນໄດ້ວ່າ ໃນມື້ນຶ່ງໆນັ້ນ ລະດັບຂອງແກສ nitrogen dioxide ສາມາດສູງຮອດ 130, 140 ກໍມີ.”
ທ່ານ ທີຄິວ ທັກ ນັກຄົ້ນຄວ້າປະຈໍາມະຫາວິທະຍາໄລຮ່ອງກົງ ໄດ້ສຶກສາລະດັບແກສ
nitrogen dioxide ມາເປັນເວລາ 11 ປີ. ຜົນການສຶກສາຂອງທ່ານພົບວ່າ ມີຄວາມ
ກ່ຽວພັນກັນລະຫວ່າງຄວາມສາມາດໃນການມອງເຫັນທີ່ຕໍ່າລົງ ແລະອັດຕາການເສຍຊີ
ວິດທີ່ສູງຂຶ້ນກວ່າ ຊື່ງທ່ານກ່າວວ່າ:
“ຈາກທີ່ຂ້າພະເຈົ້າສາມາດມອງເຫັນໄດ້ຢູ່ທີ່ນີ້ ກໍຄືໄລຍະທີ່ມອງເຫັນໄດ້ ແມ່ນ
ບໍ່ເກີນກວ່າຫ້າຫລັກກິໂລແມັດ. ພວກເຮົາໄດ້ຄົ້ນພົບວ່າ ສໍາລັບຄວາມສາມາດ
ມອງເຫັນໄດ້ທີ່ລົດຕໍ່າລົງ ໃນທຸກໆ 6 ກິໂລແມັດເຄິ່ງ ເຮົາກໍຈະເຫັນອັດຕາ
ການເສຍຊີວິດ ເພີ່ມຂື້ນ 1.13 ເປີເຊັນ.”
ໃນຊຸມປີ 1990 ນັ້ນ ຮ່ອງກົງສາມາດປັບປຸງຄຸນນະພາບອາກາດຂອງຕົນ ໄດ້ ໂດຍການ
ວາງຂໍ້ຈໍາກັດຕໍ່ການປ່ອຍສານ sulfur dioxide ຊຶ່ງເປັນສານທີ່ກໍ່ໃຫ້ເກີດພະຍາດຫລອດ
ລົມຫາຍໃຈໃນພວກເດັກນ້ອຍຫລາຍຂຶ້ນ ແລະການເສຍຊີວິດໃນພວກຄົນເຖົ້າ.
ທ່ານ ຄາລສັນ ແຈນ(Carlson Chan) ຜູ້ຮັບຜິດຊອບນະໂຍບາຍກ່ຽວກັບຄຸນນະພາບ
ຂອງອາກາດປະຈໍາກົມປົກປ້ອງສະພາບແວດລ້ອມຂອງຮ່ອງກົງ ກ່າວວ່າ ບັນດາບໍລິສັດ
ທັງຫລາຍສາມາດພົບ ວິທີການຫລົບຫລີກຂໍ້ຈໍາກັດທີ່ເຄັ່ງຄັດຂຶ້ນກ່ວາເກົ່ານັ້ນໄດ້ ຊຶ່ງທ່ານ ກ່າວວ່າ:
“ເວລາພວກເຮົາຮັດເຄັ່ງສ່ວນປະກອບຂອງສານ sulfur ຢູ່ໃນນໍ້າມັນກາຊ່ວນ
ອຸດສາຫະກໍາ ຂຶ້ນຈາກ 0.5 ເປີເຊັນ ເປັນ 0.005 ເປີເຊັນໃນປີ 1998 ນັ້ນ
ການຕ້ານທານໃດໆໃນເວລານັ້ນບໍ່ ຫລາຍປານໃດ ສ່ວນໃຫຍ່ກໍແມ່ນເນຶ່ອງ
ຈາກວ່າ ພວກບໍລິສັດຜະລິດທັງ ຫລາຍໄດ້ຍ້າຍໂຮງຈັກໂຮງງານຂອງພວກ
ເຂົາເຈົ້າ ໜີຂ້າມໄປຕັ້ງຢູ່ອີກ ຟາກນຶ່ງຊາຍແດນ.”
ຄົນລະຟາກກັບຊາຍແດນຮ່ອງກົງນັ້ນ ກໍຄືແຂວງກວາງຕຸ້ງ ສູນກາງອຸດສາຫະກໍາສົ່ງ
ອອກຂອງຈີນ ແຕ່ວ່າ ເມື່ອໂຮງຈັກໂຮງງານຢູ່ທີ່ນັ້ນເພີ່ມທະວີຂຶ້ນ ມົນລະພິດອາກາດ
ກໍກັບຄືນ ເຂົ້າມາຍັງຮ່ອງກົງອີກ.
ບັນຫາທີ່ວ່ານີ້ບໍ່ໄດ້ມີສະເພາະແຕ່ຢູ່ຕາມຫົວເມືອງຕ່າງໆຂອງຂົງເຂດເອເຊຍເທົ່ານັ້ນ.
ໃນເຂດພາກເໜືອຂອງໄທ ໝອກຄວັນຈາກໄຟປ່າ ຈະປົກຄຸມບໍລິເວນພູເຂົາ ໂດຍສະ
ເພາະໃນລະດູແລ້ງ ເວລາພວກຊາວສວນພາກັນຖາງໄຮ່ປູກພືດພັນຂອງພວກເຂົາເຈົ້າ.
ຊາວສວນເຮັດໄຮ່ຄົນນຶ່ງກ່າວປ້ອງກັນປະເພນີທີ່ປະຕິບັດກັນມາຂອງພວກເຂົາເຈົ້າ ຄືການ
ຈູດໄຮ່ກ່ອນຈະປູກຝັງນັ້ນ ວ່າດັ່ງນີ້:
// ສຽງພາສາໄທ //
ລາວເວົ້າວ່າ “ຖ້າຫາກແມ່ນໄຟປ່າ ມັນກໍຈະສ້າງຜົນກະທົບຕໍ່ອາກາດ ແຕ່ວ່າ ຂ້ອຍ
ຈູດແຕ່ພຽງໜ້ອຍດຽວເທົ່ານັ້ນ.”
ແນວໃດກໍດີ ສາສະດາຈານທິບພະວັນ ປຣາປະມົນທົນ ປະຈໍາມະຫາວິທະຍາໄລຊຽງໃໝ່
ແລະທີມງານຂອງທ່ານນາງ ພົບເຫັນສານທີ່ເປັນຕົວສ້າງມົນລະພິດ ທີ່ເອີ້ນວ່າສານກິ່ນຫອມ
ຄາບອນກັບໄຮໂດຣເຈັນ ຫລື polycyclic aromatic hydrobarbons ຫລື P-A-H
ນັ້ນ ໃນລະດັບສູງ ຢູ່ໃນໝູ່ພວກຊາວເຂົາ ຊຶ່ງປາກົດວ່າ ສູງກວ່າລະດັບທີ່ພົບເຫັນຢູ່ໃນພວກ
ຄົນທີ່ອາໃສຢູ່ຕາມຕົວເມືອງນັ້ນອີກ.
ທ່ານນາງທິບພະວັນເວົ້າວ່າ “ຢູ່ໃນເຂດຕົວເມືອງໃນແຂວງນີ້ ມັນມີລະດັບສໍ່ານີ້ ແຕ່ຢູ່
ເຂດຊົນນະບົດ ກັບມີລະດັບສູງສໍ່ານີ້.”
P-A-H ເປັນສານທີ່ພົບເຫັນຢູ່ຕາມທໍ່ອາຍເສຍຂອງລົດຍົນ ແລະຢູ່ຕາມຢາງມະຕອຍທີ່ໃຊ້ປູ
ຖະໜົນຫົນທາງ ຕະຫລອດທັງຢູ່ຕາມໂຮງງານທີ່ຈູດເຜົາໄຟ ແລະຕາມຂີ້ເຫຍື້ອ ເປັນຕົ້ນ.
ເຈົ້າໜ້າທີ່ປົກປ້ອງສະພາບແວດລ້ອມສະຫະລັດກ່າວວ່າ ການຖືກເຜີຍແບໃສ່ສານ P-A-H
ຢ່າງໜັກນັ້ນ ສາມາດລະງັບລະບົບພູມຕ້ານທານຂອງຄົນເຮົາໄດ້. ທ່ານນາງທິບພະວັນກ່າວວ່າ:
“ມັນເປັນການຍາກຫລາຍທີ່ຈະບອກພວກຄົນເຫລົ່ານັ້ນວ່າ ທ່ານອາດບໍ່ມີບັນຫາ
ຫຍັງໃນເວລານີ້ ແຕ່ທ່ານຈະມີບັນຫາແນ່ນອນໃນອະນາຄົດ.”
ພວກຊ່ຽວຊານໄດ້ຮຽກຮ້ອງໃຫ້ລັດຖະບານທັງຫລາຍ ອອກນະໂຍບາຍທີ່ເຄັ່ງຄັດຫລາຍຂຶ້ນ
ກວ່າເກົ່າ ເພື່ອປັບປຸງຄຸນນະພາບອາກາດ ແຕ່ເຖິງແມ່ນວ່າພວກເຈົ້າໜ້າທີ່ຈະປະຕິບັດຕາມ
ເປົ້າໝາຍຂອງລະດັບມົນລະພິດຂອງອົງການອະນາໄມໂລກ ສໍາລັບຫົວເມືອງໃຫຍ່ຕ່າງໆ
ເຊັ່ນຮ່ອງກົງນັ້ນກໍຕາມ ມັນກໍຈະໃຊ້ເວລາຫລາຍສິບປີກວ່າທີ່ຈະນໍາເອົາຄຸນນະພາບອາກາດ
ກັບຄືນມາຢູ່ໃນລະດັບທີ່ປອດໄພກວ່າເກົ່າໄດ້.
ເບິ່ງວີດີໂອ ພາສາອັງກິດ