ໃນຂະນະທີ່ຜູ້ແທນຈາກປະເທດຕ່າງໆ ຫລາຍກ່ວາ 2 ໝື່ນຄົນ ມາຮ່ວມກອງະຊຸມໂຣກເອດສ໌ 2012 ຢູ່ນະຄອນຫລວງວໍຊິງຕັນ ໃນອາທິດແລ້ວນີ້ ດອກເຕີ້ David Feingold ຊ່ຽວຊານດ້ານມະນຸດວິທະຍາ ແລະອະ ດີດຜູ້ອໍານວຍການໂຄງການ HIV, AIDS ແລະການຄ້າມະນຸດ ປະຈໍາ ຫ້ອງການທີ່ບາງກອກ ຂອງອົງການ ສຶກສາ ວິທະຍາສາດ ແລະວັດທະນະທໍາ ຂອງສະຫະຊາຊາດ ຫລື UNESCO ແມ່ນໄດ້ໄປຢືນຢູ່ໃກ້ໆ ຫ້ອງວາງສະແດງຫ້ອງນຶ່ງ ແລະເວົ້າລົມກັບຜູ້ໃດກໍຕາມທີ່ຍ່າງກາຍແຜ່ນໂພສເຕີ້ ທີ່ຕິດຢູ່ກັບຝາທີ່ຕັ້ງຂຶ້ນຊົ່ວຄາວ ຢູ່ທາງຫລັງທ່ານ.
ໂພສເຕີ້ແຜ່ນນັ້ນ ສະແດງພາບຜົນງານແລະຄວາມພະຍາຍາມຂອງອົງການຈັດຕັ້ງຂອງທ່ານ ທີ່ຊື່ວ່າ the Ophidian Research Institute ຫລືສະຖາບັນຄົ້ນຄ້ວາ Ophidian ທີ່ມີສໍານັກງານຢູ່ ບາງກອກ ຫລືກຸງເທບ ປະເທດໄທ ຊຶ່ງຄວາມພະຍາຍາມເພື່ອປ້ອງກັນ ການແຜ່ຜາຍຂອງເຊື້ອ HIV/AIDS ຂອງອົງການຂອງທ່ານນັ້ນແມ່ນຮວມທັງການນໍາໃຊ້ອັນທີ່ບາງຄົນເວົ້າວ່າ ເປັນເທັກໂນໂລຈີທີ່ລ້າສະໄໝ.
ດອກເຕີ້ Feingold ກ່າວວ່າ “ພວກເຮົາໄດ້ຕັດສິນໃຈເຂົ້າໄປໃຫ້ເຖິງປະຊາຊົນ ໂດຍການໃຊ້ວິທະຍຸ ຊຶ່ງສາມາດໄປຮອດໄປເຖິງປະຊາຊົນຢູ່ໃນເຂດທີ່ໄກທີ່ສຸດໄດ້. ເຂົາເຈົ້າສາມາດຖືວິທະຍຸແທຣນຊິສເຕີ້ນ້ອຍໆຂອງເຂົາເຈົ້າໄປນໍາໄດ້ ເວລາເຂົາເຈົ້າໄປໄຮ່ໄປນາ.”
ອິງຕາມ ດອກເຕີ້ Feingold ເປົ້າໝາຍນັ້ນແມ່ນ ສະໜອງຂໍ້ມູນກ່ຽວກັບການປ້ອງກັນໂຣກເອດສ໌ ໃຫ້ປະຊາຊົນຮູ້ໃນພາສາຂອງເຂົາເຈົ້າເອງ.
ທ່ານກ່າວວ່າ ຈຸດສຸມຂອງໂຄງການນີ້ກໍຄືເຂົ້າໄປໃຫ້ເຖິງບັນດາຊົນເຜົ່າ ນ້ອຍທັງຫລາຍຂອງເອເຊຍຕາເວັນອອກສຽງໃຕ້ ຊຶ່ງຫລາຍໆເຜົ່າຮອດ ເວົ້າພາສາຊາດບໍ່ໄດ້. ສິ່ງທໍາອິດທີ່ພວກເຮົາເຮັດກໍຄື ໃຊ້ວິທີຫລິ້ນລະ ຄອນຊີວິດສັ້ນໆ ເພາະວ່າພວກຊາວໜຸ່ມຈະບໍ່ສົນໃຈຟັງຄໍາປະກາດບໍລິການສາທາລະນະຊື່ໆ ບໍ່ວ່າຢູ່ໃສກໍຕາມ ແຕ່ວ່າລະຄອນແມ່ນຈະດຶງດູດຄວາມສົນໃຈຂອງປະຊາຊົນ. ລະຄອນທີ່ພວກເຮົານໍາສະເໜີນັ້ນແມ່ນອິງໃສ່ການຄົ້ນຄວ້າ ອິງໃສ່ເລື່ອງລາວໂຕຈິງຂອງຄົນແທ້ໆ ຊຶ່ງເອົາມາຫລິ້ນເປັນລະຄອນເພື່ອໃຫ້ມັນໜ້າຕື່ນເຕ້ນ ໜ້າສົນໃຈຫລາຍຂຶ້ນ.”
ຄວາມພະຍາຍາມດັ່ງກ່າວນີ້ ໄດ້ເລີ່ມຕົ້ນຂຶ້ນເມື່ອ 10 ກ່ວາປີມາແລ້ວ ພ້ອມກັບການຜະລິດບົດລະຄອນ 30 ເລື່ອງເປັນພາສາຂອງຊົນເຜົ່າສານໃນປະເທດມຽນມາ ກັບໄທ ຊຶ່ງຕໍ່ມາ ໄດ້ຂະຫຍາຍໄປສູ່ຂົງເຂດທີ່ຫ່າງໄກຄວາມຈະເລີນຂອງປະເທດລາວ ກໍາປູເຈຍ ແລະຈີນ ດ້ວຍເງິນ ບໍລິຈາກຊ່ວຍເຫລືອ ຈາກປະຊາຊົນແລະບໍລິສັດຕ່າງໆ.
ດອກເຕີ້ Feingold ອະທິບາຍຕໍ່ໄປວ່າ ບົດລະຄອນທັງໝົດແມ່ນກ່ຽວກັບເລື່ອງການປ້ອງກັນເຊື້ອ HIV/AIDS ການຄ້າມະນຸດ ການຍ້າຍຖິ່ນແບບບໍ່ປອດໄພ ແລະການໃຊ້ຢາເສບຕິດທີ່ແຕກຕ່າງໄປຈາກປະເພດທໍາມະດາທີ່ພວກເຂົາເຈົ້າເຄີຍເສບ.” ແຕ່ທ່ານກ່າວຕໍ່ໄປວ່າ ບັນຫາທ້ອງຖິ່ນ ຫລາຍໆເລື່ອງກໍນໍາເອົາມາເຮັດເປັນບົດລະຄອນຄືກັນ ເຊ່ນບັນຫາເລື່ອງຄວາມໝັ້ນຄົງຂອງທີ່ດິນ ຊຶ່ງມີຄວາມສໍາຄັນຫລາຍສໍາລັບຊົນເຜົ່ານຶ່ງໃນກໍາປູເຈຍ ໃນຂະນະທີ່ອີກເຜົ່ານຶ່ງນັ້ນ ຊໍ້າພັດມີບັນຫາໃຫຍ່ນໍາເລື່ອງ ຄວາມຮຸນແຮງ ພາຍໃນຄອບຄົວ.
ດອກເຕີ້ Feingold ກ່າວວ່າ ບົດລະຄອນເຫລົ່ານັ້ນມີປະສິດທິຜົນ ຊຶ່ງທ່ານອະທິບາຍຕໍ່ໄປວ່າ ໃນຫລາຍໆກໍລະນີ ພວກເຮົາໄດ້ທົດສອບຄວາມຮູ້ຂອງພວກຊົນເຜົ່າ ກ່ອນຈະໃຫ້ເຂົາເຈົ້າຟັງລະຄອນ ແລ້ວກໍທົດສອບເຂົາເຈົ້າອີກວ່າ ເຂົາເຈົ້າຮູ້ຫຍັງແດ່ຫລັງຈາກໄດ້ຟັງລະຄອນແລ້ວ ຊຶ່ງພວກເຮົາກໍພົບວ່າ ພວກເຂົາເຈົ້າມີຄວາມຮູ້ເພີ່ມຂຶ້ນຫລາຍ ແຕ່ແລ້ວເງິນທຶນກໍໝົດໄປ ແລະການຜະລິດລະຄອນກໍຢຸດລົງ. ແຕ່ນັ້ນກໍບໍ່ໄດ້ເຮັດໃຫ້ປະໂຫຍດຂອງໂຄງການນີ້ໝົດໄປ ເພາະວ່າບົດລະຄອນເຫລົ່ານັ້ນໄດ້ຖືກນໍາເອົາມາອອກອາກາດຄືນໃໝ່ ຫລາຍໆເທື່ອ.
ນອກນີ້ ສະຖາບັນຄົ້ນຄ້ວາ Ophidian ຍັງໄດ້ອັດບົດລະຄອນເຫລົ່ານັ້ນ ໃສ່ແຜ່ນຊີດີໄວ້ແລະແຈກຢາຍໄປທົ່ວ ຊຶ່ງກໍໄດ້ຖືກນໍາມາຫລີ້ນຄືນເລື້ອຍໆ ໂດຍໃຊ້ເຄື່ອງຫລີ້ນສຽງ ເຄື່ອງຫລີ້ນຊີດີສະເຕຣິໂອເຄື່ອນທີ່ ທີ່ພວກຊາວໜຸ່ມສະໄໝນີ້ ນິຍົມຟັງກັນ. ດອກເຕີ້ Feingold ກ່າວຕໍ່ໄປວ່າ ນອກນັ້ນແລ້ວ ກໍມີວິທີແບບເກົ່າໆລ້າສະໄໝອີກ ໂດຍສະເພາະຢູ່ໃນບັນດາປະເທດຄອມມິວນິສນັ້ນ ໝູ່ບ້ານທັງຫລາຍແມ່ນຈະມີລະບົບໂທລະໂຄ່ງ ທີ່ນໍາເອົາບົດລະຄອນເຫລົ່ານັ້ນ ໄປຫລີ້ນຄືນຊໍ້າແລ້ວຊໍ້າອີກ ເພື່ອເຜີຍແຜ່ຂໍ້ມູນແລະສຶກສາປະຊາຊົນ ກ່ຽວກັບວິທີການປ້ອງກັນເຊື້ອເອັຈໄອວີ ທີ່ພາໃຫ້ເປັນໂຣກເອດສ໌ນັ້ນ.
ດອກເຕີ້ Feingold ກ່າວຕໍ່ໄປວ່າ ໃນກໍາປູເຈຍນັ້ນ ລັດຖະບານເອົາບົດ ລະຄອນເຫລົ່ານີ້ ໄປຫລິ້ນທາງໂທລະໂຄ່ງທີ່ຕິດຕັ້ງໄວ້ເຖິງລົດທຣັກທີ່ ເດີນທາງໄປເຜີຍແຜ່ຢູ່ໃນເຂດບ້ານນອກໄກໆ. ເວລານີ້ ການຜະລິດລະຄອນຊີວິດດັ່ງກ່າວ ທີ່ສິ້ນເປືອງຄ່າຜະລິດປະມານ 2 ໝື່ນດອນລ່າຕໍ່ເລື່ອງນັ້ນ ໄດ້ຢຸດເຊົາໄປແລ້ວ ແລະ ດອກເຕີ້ Feingold ກໍໄດ້ອອກກິນເບ້ຍບໍານານແລ້ວ ແຕ່ທ່ານກ່າວວ່າ ບົດລະຄອນເຫລົ່ານີ້ກໍຍັງສາມາດໄປ ຮອດໄປເຖິງຜູ້ຟັງປະມານ 15 ລ້ານຄົນ ທີ່ສ່ຽງຕໍ່ການຕິດເຊື້ອເອັຈໄອວີ ແລະການຄ້າມະນຸດນັ້ນຢູ່ ແລະທ່ານກ່າວວ່າ ເຖິງແມ່ນທ່ານບໍ່ໄດ້ເວົ້າໃນ ນາມອົງການ UNESCO ອີກຕໍ່ໄປແລ້ວກໍຕາມ ແຕ່ວ່າ ຜູ້ໃດກໍຕາມຫລື ອົງການ ຫລືບໍລິສັດໃດກໍດີ ທີ່ຢາກຈະບໍລິຈາກທຶນສໍາລັບການຜະລິດລະ ຄອນຊີວິດເຫລົ່ານີ້ ຕື່ມອີກນັ້ນ ສາມາດຕິດຕໍ່ພົວພັນໄປຍັງຫ້ອງການເອເຊຍແລະປາຊີຟິກ ຂອງອົງການ UNESCO ໄດ້.