ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນາໆຊາດ ຮ່ວມກັນກວາດລ້າງ ພວກແກ໊ງອາຊະຍາກອນ ຄ້າສັດປ່າ


ເຈົ້າໜ້າທີ່ ຫ້ອງການຮັກສາສັດປ່າ ເຄັນຢາ ສະແດງງາຊ້າງ ທີ່ຖືກຍຶດໄດ້ ຈາກການພວກລ່າສັດປ່າເຖືອນ.
ເຈົ້າໜ້າທີ່ ຫ້ອງການຮັກສາສັດປ່າ ເຄັນຢາ ສະແດງງາຊ້າງ ທີ່ຖືກຍຶດໄດ້ ຈາກການພວກລ່າສັດປ່າເຖືອນ.
ຕໍາຫລວດ ພາສີ ​ແລະ​ບັນດາ​ເຈົ້າ​ໜ້າ​ທີ່​ຮັກສາ​ສັດ​ປ່າ ຈາກ​
ເອ​ເຊຍ ​ ອາ​ຟຣິກາ ​ແລະ​ສະຫະລັດ ​ໄດ້​ປະກາດ​ໃຫ້​ຊາບ​ເຖິງ
​ຜົນ​ສໍາ​ເລັດຂອງ​ການເສັດ​ສີ້​ນການປະຕິບັດ​ງານນາໆ​ຊາດ ທີ່​
ແນ່​ໃສ່​ກວາດ​ລ້າງພວກ​ ອາ​ຊະ​ຍາກ​ອນຄ້າສັດປ່າ ທີ່​ມີການ
ຈັດ​ຕັ້ງກັນ​ເປັນ​ອົງການ​ນັ້ນ.

ບົດຖະ​ແຫລ​ງຂ່າ​ວ​ໃນ​ວັນ​ຈັນ​ມື້​ນີ້ ກ່າວວ່າ ການ​ປະ​ຕິ​ບັດ​ງານ
ດັ່ງກ່າວ ທີ່​ມີ​ຊື່​ເຄັດ​ລັບ​ວ່າ “Cobra” ຫລື​ງູ​ເຫົ່າ ທີ່​ໄດ້ມີ​ຂຶ້ນ​ໃນ
ລ​ະຫວ່າງ​ວັນ​ທີ 6 ເດືອນມັງກອນ ຫາ ວັນ​ທີ 5 ​ເດືອນກຸມພາ
ແມ່ນເປັນ​ການດໍາ​ເນີນ​ພະຍາຍາມຮ່ວມ​ກັນ​ໃນ​ທໍານອງ​ນີ້ ຂອງ​
ນາໆຊາດ​ເປັນ​ຄັ້ງ​ທໍາ​ອິດ ທີ່​ເພ່ງ​ເລັງໃສ່​ການແບ່ງ​ປັນຂໍ້​ມູນ​ກ່ຽວ
​ກັບການ​ສືບ​ສວນ ແລະຄວາມພະຍາຍາມ​ໃນ​ການປະຕິບັດ​ກົດ
ໝາຍ ​ເພື່ອ​ຍັບ​ຍັ້ງການ​ລັກລອບ​ຄ້າ​ສັດປ່າທີ່​ມີ​ຢ່າງແຜ່ຫລາຍ​ນັ້ນ.

ບົດ​ຖະ​ແຫລ​ງຂ່າວ​ເວົ້າ​ວ່າ ການ​ປະຕິບັດ​ງານ​ຄັ້ງ​ນີ້ ໄດ້​ນໍາ​ໄປ​ສູ່​ການຈັບກຸມຫລາຍຮ້ອຍ​ຄົນ ​
ຍຶດໄດ້ສັດ​ປ່າຫລາຍໆ​ຊະ​ນິດ ຈາກ​ແນວ​ພັນ​ທີ່​ຈະ​ສູນຫາຍ​ໄປ​ຫລາຍ​ຢ່າງ ​ຕະຫລອດທັງ
​ອາວຸດ ​ແລະ​ລູກປືນ ຈາກ​ພວກລັກລອບ​ຂ້າສັດ.

ການ​ປະຕິບັດ​ງານ Cobra ​ໄດ້​ຮັບ​ເງິນ​ສະໜັບ​ສະ​ໜູນ ຈາກກອງ​ທຶນ ຮັກສາ​ຊ້າງອາ​ຟຣິກາ ຂອງ​ພະ​ແນ​ກຄຸ້ມ​ຄອງ​ປາ​ແລະສັດປ່າຂອງສະ ຫະລັດ ​ຈາກຕໍາຫລວດ​ແຫ່ງ​ຊາດ​ໄທ ສະມາຄົມ​ຮັກສາ​ສັດປ່າ​ຈີນ​ ​ແລະ ມູນ​ນິທິ Freeland ​ແລະການ​ບໍລິຈາກ​ສົມທົບ​ ຈາກຫລາຍໆປະ​ເທດ​ທີ່​ເຂົ້າ​ຮ່ວມ ​ໃນອາ​ເມຣິກາ​ເໜືອ ອາຟຣິກາ ​ແລະ​ເອ​ເຊຍ.
XS
SM
MD
LG