ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໓ ພຶດສະພາ ໒໐໒໕

ຢູ​ເຄ​ຣນ ອອກໝາຍຈັບ ປະທານາທິບໍດີ​ ​ທີ່​ຖືກ​ໂ​ຄ່ນລົ້ມ ທ່ານ Yanukovych (ສະໄລດ໌)


ຜູ້​ຄົນພາ​ກັນ​ໄປ​ວາງດອກ​ໄມ້ ເພື່ອ​ໄວ້​ອາ​ໄລ ໃຫ້​ແກ່​ພວກ​ທີ່​ເສຍ​ຊີ​ວິດ ​ລະ​ຫວ່າງ​ການ​ປະ​ທະ​ກັນ ໃນ​ເຂດ​ໃຈ​ກາງນະ​ຄອນ Kyiv ເມື່ອ​ໄວ​ໆ​ມານີ້ (24 ກຸມພາ 2014)
ຜູ້​ຄົນພາ​ກັນ​ໄປ​ວາງດອກ​ໄມ້ ເພື່ອ​ໄວ້​ອາ​ໄລ ໃຫ້​ແກ່​ພວກ​ທີ່​ເສຍ​ຊີ​ວິດ ​ລະ​ຫວ່າງ​ການ​ປະ​ທະ​ກັນ ໃນ​ເຂດ​ໃຈ​ກາງນະ​ຄອນ Kyiv ເມື່ອ​ໄວ​ໆ​ມານີ້ (24 ກຸມພາ 2014)
​ຢູ​ເຄຣນ ​ໄດ້​ອອກໆໝາຍຈັບ ປະທານາທິບໍດີທີ່​ຖືກ​ໂ​ຄ່ນລົ້ມ
ທ່ານ Viktor Yanukovych ຜູ້​ຊຶ່ງ​ລັດຖະມົນຕີ​ຮັກສາ​ການ
​ຊົ່ວຄາວ​ກະຊວງ​ພາຍ​ໃນ ​ເວົ້າ​ວ່າ ​ໄດ້ຜູ້​ພົບ​ເຫັນທ່ານ ເທື່ອ​ສຸດ
​ທ້າຍ ໃນ​ເຂດ Crimea ຂອງ​ປະ​ເທດ.

ໃນຖະ​ແຫຼ​ງການ​ສະ​ບັບນຶ່ງ​ທີ່ໄດ້ເຜີຍ​ແຜ່​ລົງ ທາງ Facebook
ໃນ​ວັນ​ຈັນ​ມື້​ນີ້ ​ທ່ານ Arsen Avakhov ​ເວົ້າ​ວ່າ ທ່ານ Yanu-
kovych ​ແລະ​ເຈົ້າ​ໜ້າ​ທີ່​ອີກ​ຫຼາຍໆ​ຄົນ ແມ່ນ​ເປັນຜູ້ຕ້ອງ​ສົງ​ໄສ
​ໃນ​ຂໍ້​ຫາສັງຫານ​ພົນລະ​ເຮືອນ ​ເປັນ​ໝູ່.

ບໍ່​ເປັນ​ທີ່​ຮູ້​ກັນ​ວ່າ ປະທານາທິບໍດີທີ່​ຖືກ​ໂ​ຄ່ນລົ້ມນັ້ນ ຢູ່​ແຫ່ງ​ຫົນ
​ໃດກັນ​ແທ້ ​ໃນ​ເວລາ​ນີ້.

​ໃນ​ຂະນະ​ດຽວ​ກັນ​ນັ້ນ ຫົວໜ້າ​ນະ​ໂຍບາຍການ​ຕ່າງ​ປະ​ເທດຂອງ​ສະຫະພາບຢູ​ໂຣບ
​ທ່ານ​ນາງ Catherine Ashton ​ໄດ້​ອອກ​ເດີນທາງ​ໄປຍັງຢູ​ເຄຣນ ໃນ​ວັນ​ຈັນ​ມື້​ນີ້ ຊຶ່ງ​ຢູ່
ທີ່​ນັ້ນ ​ທ່ານ​ນາງ​ມີ​ກໍານົດພົບ​ປະ​ກັບ ຄະນະ​ຜູ້ນໍາຮັກສາ​ການ​ຊົ່ວຄາວ ທີ່​ຕ້ອງການ​ຢາກ​
ໃຫ້​ປະ​ເທດ​ຂອງ​ຕົນ​ ມີ​ສາ​ຍພົວພັນ​ທີ່ໃກ້ຊິດກ່ວາ​ເກົ່າ​ກັບ​ທາງ​ສະຫະ​ພາບ​ຢູ​ໂຣບນັ້ນ.

ຫ້ອງການ​ຂອງທ່ານ​ນາງ Ashton ກ່າວ​ວ່າ ການ​ໄປ​ຢ້ຽມຢາມນະຄອນຫຼວງ Kyiv ຄັ້ງ​ນີ້
​ແມ່ນ​ເພື່ອ​ສົນທະນາ​ກັນ​ຊອກຫາ​ຊ່ອງທາງ ທີ່​ທາງສະຫະພາບຢູ​ໂຣບສາມາດ​ຊ່ອຍນໍາ​ເອົາ
​ສະຖຽນ​ລະພາບ​ທາງ​ການ​ເມືອງ ​ແລະ​ການ​ເສດຖະກິດ ​ກັບ​ຄືນ​ມາ​ສຸ່ຢູ​ເຄຣນ​ໄດ້.

ມີ​ການ​ແບ່ງແຍກກັນ ຢູ່​ໃນ​ປະ​ເທດ ​ລະຫວ່າງຝ່າຍ​ທີ່​ສະໜັບສະໜູນແລະຢາກ​ໃຫ້ຢູ​ເຄຣນ
​ມີ​ສາຍ​ພົວພັນ​ທີ່​ດີ​ກັບສະຫະພາບຢູ​ໂຣບ ​ແລະ​ພວກ​ທີ່​ຕ້ອງການ​ຢາກ​ໃຫ້​ໃກ້ຊິດ​ກັບ​ທາງ
ຣັດ​ເຊຍ. ປະທານາທິບໍດີທີ່​ຖືກ​ໂ​ຄ່ນລົ້ມ ທ່ານ Yanukovych ​ໄດ້​ຖອນ​ໂຕ​ອອກ​ຈາ​ການ​
ເຊັນ​ຂໍ້​ຕົກລົງ​ການ​ຄ້າ​ກັບທາງສະຫະພາບຢູ​ໂຣບ ​ໃນ​ເດືອນ​ພະຈິກ​ທີ່​ຜ່ານ​ມາ ທີ່​ພາ​ໃຫ້​ມີ
​ການ​ລຸກ​ຮື​ຂຶ້ນປະ​ທ້ວງ ຊຶ່ງ​ນໍາ​ໄປ​ສູ່​ການຖືກໂ​ຄ່ນລົ້ມຂອງທ່ານນັ້ນ.


ປະທານສະພາແຫ່ງຊາດ ທ່ານ Oleksandr Turchynov ​ໄດ້​ກາຍ​ມາ​ເປັນປະທານາທິ ບໍດີຮັກສາ​ການ​ຊົ່ວຄາວ​ຂອງ​ຢູ​ເຄຣນ ​ໃນ​ວັນ​ອາທິດ​ວານ​ນີ້. ທ່ານ​ໄດ້ເນ້ນ​ຄວາມ​ສໍາຄັນ​ຂອງ​ການ​ປະ​ທ້ວງຢູ່ຈະຕຸລັດເອ​ກະລາດ ໃນນະຄອນຫຼວງ Kyiv ນັ້ນ ​ແລະແຜນການ​ທີ່
ຈະສ້າງ​ສາຍ​ພົວພັນ​ຢ່າງ​ໃກ້ຊິດ​ ກັບສະຫະພາບ​ຢູ​ໂຣບ​ ໃນ​ການ​ກ່າວ​ຄໍາ​ປາໄສໃນແລງ
ວັນອາທິດ​ວານ​ນີ້.

ທ່ານ​ໄດ້​ໃຫ້​ຄໍາໝັ້ນ​ສັນຍາ ວ່າ​ຈະ​ປະກອບ​ຄະນະ​ລັດຖະບານ​ໃໝ່ ​ໃນ​ວັນ​ອັງຄານ​ມື້​
ອື່ນ​ນີ້ແລະ​ບັນດາ​ຜູ້​ແທນ​ສະພາ​ແຫ່ງ​ຊາດກໍ​ໄດ້​ຮຽກຮ້ອງ ​ໃຫ້​ຈັດກາ​ນ​ເລືອກ​ຕັ້ງ​ໃໝ່​ຂຶ້ນ​
ໃນ​ວັນ​ທີ 25 ພຶດສະພາ​ ຈະ​ມາ​ເຖິງ​ນີ້.

XS
SM
MD
LG