ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຜູ້ແທນລັດຖະສະພາ ເອເຊຍ-ຢູໂຣບ ປະຊຸມກັນ ຢູ່ວຽງຈັນ


ພິທີເປີດກອງປະຊຸມ ກຸ່ມຄູ່ຮ່ວມພາຄີລັດຖະສະພາເອເຊຍ-ຢູໂຣບ ຄັ້ງທີ 7 ຢູ່ນະຄອນຫຼວງວຽງຈັນ, ວັນທີ 3 ຕຸລາ 2012.
ພິທີເປີດກອງປະຊຸມ ກຸ່ມຄູ່ຮ່ວມພາຄີລັດຖະສະພາເອເຊຍ-ຢູໂຣບ ຄັ້ງທີ 7 ຢູ່ນະຄອນຫຼວງວຽງຈັນ, ວັນທີ 3 ຕຸລາ 2012.
ກອງປະຊຸມການເປັນຄູ່ຮ່ວມພາຄີລັດຖະສະພາເອເຊຍ-ຢູໂຣບ
ຫຼື ASEP ຄັ້ງທີ 7 ເປັນເວລາ 2 ມື້ ຢູ່ນະຄອນຫຼວງວຽງຈັນ ໄດ້
ສິ້ນສຸດລົງຢ່າງເປັນທາງການແລ້ວໃນວັນພະຫັດມື້ນີ້.

ກອງປະຊຸມການເປັນຄູ່ຮ່ວມພາຄີລັດຖະສະພາເອເຊຍ-ຢູໂຣບ
ຫຼື ASEP ຄັ້ງທີ 7 ໄດ້ເລີ້ມຂຶ້ນທີ່ນະຄອນວຽງຈັນໃນວັນພຸດ
ວານນີ້ ເພື່ອສົນທະນາຫາລືກ່ຽວກັບຄວາມໝັ້ນຄົງທາງດ້ານ
ອາຫານການຄຸ້ມຄອງໜີ້ສາທາລະນະແລະການພັດທະນາແບບ
ຍືນຍົງ.ມີພວກຜູ້ແທນຫຼາຍຮ້ອຍຄົນ ຈາກປະເທດສະມາຊິກ
ທັງເອເຊຍແລະຢູໂຣບ ຕະຫຼອດທັງລັດຖະສະພາຢູໂຣບແລະ 3
ອົງການຈັດຕັ້ງສາກົນເຂົ້າຮ່ວມນຳ.

ໃນຄຳປາໄສເປີດກອງປະຊຸມມື້ວານນີ້ ທ່ານນາງປານີ ຢາທໍຕູ້
ປະທານກອງປະຊຸມພ້ອມທັງເປັນປະທານສະພາແຫ່ງຊາດສປປ ລາວ ກໍໄດ້ເວົ້າເຖິງການ
ພວກທີ່ເຂົ້າຮ່ວມກອງປະຊຸມຈະເພັ່ງເລັງໃສ່ການຊອກຫາຊ່ອງທາງຮ່ວມກັນ ເພື່ອຮັບປະ
ກັນຄວາມໝັ້ນຄົງດ້ານສະບຽງອາຫານໃນເງື່ອນໄຂຂອງການປ່ຽນແປງດິນຟ້າອາກາດ
ໃນປັດຈຸບັນ ການເພີ້ມທະວີການຄຸ້ມຄອງໜີ້ສາທາລະນະເພື່ອການພັດທະນາແບບຍືນຍົງ
ການເປັນຄູ່ຮ່ວມເອເຊຍຢູໂຣບໃນການເພີ້ມ ທະວີການມີສ່ວນຮ່ວມຂອງສັງຄົມເພື່ອຄຸ້ມ
ຄອງໄພພິບັດ.

ໃນກອງປະຊຸມທີ່ນະຄອນວຽງຈັນເທື່ອນີ້ ຍັງມີການຮັບເອົາອອສເຕຣເລຍ ນິວຊີ ແລນ
ມຽນມາ ແລະຣັດເຊຍເຂົ້າເປັນສະມາຊິກໃໝ່ຂອງລັດຖະສະພາເອເຊຍຢູໂຣບນຳດ້ວຍ.
ຫຼັງຈາກຮັບເອົາສະມາຊິກໃໝ່ກອງປະຊຸມຮ່ວມລັດຖະສະພາເອເຊຍຢູໂຣບ ມີສະມາຊິກ
ທັງໝົດ 47 ຮວມທັງ 16 ປະເທດໃນເຂດເອເຊຍ 28 ປະເທດໃນຢູໂຣບ 2 ປະເທດໃນ
ທະວີບໂອເຊອາເນຍແລະລັດຖະສະພາຢູໂຣບ. ນອກນັ້ນຍັງມີປະເທດສັງເກດການ 3
ປະເທດ ປະກອບດ້ວຍບັງກລາແດັສ ນໍເວ ແລະສວິສເຊີແລນ.

ກອງປະຊຸມຄັ້ງນີ້ ດຳເນີນໄປພາຍໃຕ້ຄຳຂວັນທີ່ວ່າ ການເປັນຄູ່ຮ່ວມລັດຖະສະ ພາເອ
ເຊຍຢູໂຣບ ເພື່ອການພັດທະນາແບບຍືນຍົງ.

ກອງປະຊຸມ ASEP ແມ່ນພາກສ່ວນນຶ່ງຂອງຂັ້ນຕອນການເປັນພາຄີລະຫວ່າງ ລັດຖະ
ສະພາເອເຊຍແລະຢູໂຣບ ຊຶ່ງຜົນຂອງກອງປະຊຸມດັ່ງກ່າວນີ້ ຈະມີການ ລາຍງານໃຫ້
ກອງປະຊຸມສຸດຍອດເອເຊຍ-ຢູໂຣບ ຊຶ່ງຈະໄຂຂຶ້ນທີ່ນະຄອນຫຼວງ ວຽງຈັນໃນຕົ້ນເດືອນ
ໜ້ານີ້.

ກອງປະຊຸມລັດຖະສະພາເອເຊຍຢູໂຣບຄັ້ງທີ 1 ໄຂຂຶ້ນທີ່ເມືອງ Strasbourgh ປະເທດ
ຝຣັ່ງໃນປີ 1966 ຕິດຕາມດ້ວຍຄັ້ງທີ 2 ທີ່ກຸງມະນີລາປະເທດຟີລິບປິນ ໃນປີ 2002.
ທຸກໆສອງປີຫຼັງຈາກນັ້ນ ກໍໄຂຂຶ້ນທີ່ນະຄອນເຫວ້ ປະເທດຫວຽດນາມ ທີ່ນະຄອນ
Helkinki ປະເທດຟິນແລນ ທີ່ນະຄອນຫຼວງປັກກິ່ງ ປະເທດຈີນ ແລະທີ່ນະຄອນ
Brussels ປະເທດແບລຢ້ຽມ ຕາມລຳດັບ.
XS
SM
MD
LG