ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເວທີສົນທະນາເສດຖະກິດຊາວໜຸ່ມອາຊຽນ 2024 ເນັ້ນໜັກໃສ່ ຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ກະສິກຳ ແບບຍືນຍົງ


ບັນ​ດາ​ຊາວ​ໜຸ່ມ​ທີ່​ເຂົ້າ​ຮ່ວມເວທີສົນທະນາ​ເສດ​ຖະ​ກິດ​ຊາວ​ໜຸ່ມ​ອາ​ຊຽນ 2024 ຫຼື AYEF 2024 ທີ່​ນະ​ຄອນຫຼວງວຽງ​ຈັນ, ປະ​ເທດ​ລາວ.
ບັນ​ດາ​ຊາວ​ໜຸ່ມ​ທີ່​ເຂົ້າ​ຮ່ວມເວທີສົນທະນາ​ເສດ​ຖະ​ກິດ​ຊາວ​ໜຸ່ມ​ອາ​ຊຽນ 2024 ຫຼື AYEF 2024 ທີ່​ນະ​ຄອນຫຼວງວຽງ​ຈັນ, ປະ​ເທດ​ລາວ.

ທ່ານ ບົວຈັນ ສີຫາວົງ ຮອງເລຂາຄະນະບໍລິຫານງານຊາວໜຸ່ມກະຊວງກະສິກຳ ແລະ ປ່າໄມ້ ໄດ້ເນັ້ນໜັກເຖິງຄວາມໝັ້ນໝາຍຂອງ ສປປ ລາວ ທີ່ມີຕໍ່ນະໂຍບາຍສົ່ງເສີມ ຄວາມໝັ້ນຄົງດ້ານສະບຽງອາຫານ, ໂພຊະນາການທີ່ດີ, ແລະ ລະບົບນິເວດກະສິກຳ ແບບຍືນຍົງ, ໂດຍທ່ານໄດ້ເນັ້ນໜັກເຖິງຄວາມຈຳເປັນຂອງການຮ່ວມມືໃນພາກພື້ນ ແລະ ໃນໂລກ ໃນການຈັດການກັບ​ສິ່ງ​ທ້າ​ທາຍ​ທີ່​ພົ້ນ​ເດັ່ນ​ ໃນເວທີສົນທະນາ​ເສດ​ຖະ​ກິດ​ຊາວ​ໜຸ່ມ​ອາ​ຊຽນ 2024 ຫຼື AYEF 2024 ທີ່​ນະ​ຄອນຫຼວງວຽງ​ຈັນ, ປະ​ເທດ​ລາວ ລະຫວ່າງ​ວັນ​ທີ 4 - 5 ເມ​ສາ 2024.

​AYEF 2024 ເຊິ່ງຮ່ວມຈັດໂດຍ​ອົງການ​ຊາວ​ໜຸ່ມ​ອາ​ຊຽນ ​ແລະ ສະ​ຖາ​ບັນ​ແມ່​ນ້ຳຂອງ, ​ໄດ້​ຈັດ​ຂຶ້ນ​ຢ່າງ​ສຳ​ເລັດ​ຜົນ, ​ໂດຍມີຜູ້​ເຂົ້າ​ຮ່ວມຢູ່ສະຖານທີ່ປະຊຸມຕົວຈິງຫຼາຍກວ່າ 190 ຄົນ ​ແລະ ຜູ້​ເຂົ້າ​ຮ່ວມ​ທາງອອນລາຍນ໌ ຫຼາຍກວ່າ 150 ​ຄົນ​ ຈາກ​ບັນດາ​ປະ​ເທດ​ອາ​ຊຽນ ບວກ ຍີ່​ປຸ່ນ ​ແລະ ​ໄດ້​ດຳ​ເນີນ​ການ​ສົນທະນາ​ຢ່າງ​ເຂັ້ມ​ຂຸ້ນ ​ພາຍ​ໃຕ້​ຫົວ​ຂໍ້ “ສົ່ງເສີມ​ຄວາມ​ໝັ້ນຄົງ​ດ້ານ​ສະບຽງ​ອາຫານ ​ແລະ ການ​ພັດທະນາ​ເສດຖະກິດ​ຜ່ານການ​ຮ່ວມ​ມື​ອາ​ຊຽນ - ຍີ່​ປຸ່ນ”. ໂດຍໄດ້ຮັບການສະໜັບສະໜູນຈາກຄະນະກຳມະການຮ່ວມມືເສດຖະກິດ ແລະ ອຸດສາຫະກຳ AEM-METI, ກະຊວງເສດຖະກິດ, ການຄ້າ ແລະ ອຸດສາຫະກຳຂອງ ຍີ່ປຸ່ນ, ເລຂາອາຊຽນ, ກະຊວງກະສິກຳ, ປ່າໄມ້ ແລະ ການປະມົງ ຂອງຍີ່ປຸ່ນ, ກະຊວງການຕ່າງປະເທດ ຂອງສປປ ລາວ ແລະ ກະຊວງກະສິກຳ ແລະ ປ່າໄມ້ຂອງ ສປປ ລາວ, AYEF 2024 ໄດ້ກາຍເປັນໜຶ່ງໃນເວທີສົນທະນາດ້ານເສດຖະກິດຊາວໜຸ່ມທີ່ ໃຫຍ່ທີ່ສຸດໃນລາວ ທີ່ນຳພາໂດຍຊາວໜຸ່ມ.

ທ່ານ ບົວຈັນ ສີຫາວົງ ຮອງເລຂາຄະນະບໍລິຫານງານຊາວໜຸ່ມກະຊວງກະສິກຳແລະປ່າໄມ້ກ່າ​ວ​ຄຳ​ປາ​ໄສ​ໃສ​ພິ​ທີ​ເປີດເວທີສົນທະນາ​ເສດ​ຖະ​ກິດ​ຊາວ​ໜຸ່ມ​ອາ​ຊຽນ 2024.
ທ່ານ ບົວຈັນ ສີຫາວົງ ຮອງເລຂາຄະນະບໍລິຫານງານຊາວໜຸ່ມກະຊວງກະສິກຳແລະປ່າໄມ້ກ່າ​ວ​ຄຳ​ປາ​ໄສ​ໃສ​ພິ​ທີ​ເປີດເວທີສົນທະນາ​ເສດ​ຖະ​ກິດ​ຊາວ​ໜຸ່ມ​ອາ​ຊຽນ 2024.

​ເວທີສົນທະນາ​ດັ່ງກ່າວທີ່ມີ​ຜູ້ຕາງໜ້າ​ຈາກ​ພາກ​ລັດ, ພາກ​ເອກະ​ຊົນ ​ແລະອົງການ​ພັດທະ ນາ​ສາກົນ ​ໄດ້​ຍົກ​ໃຫ້​ເຫັນ​ຂໍ້​ລິ​ເລີ່​ມ ​ແລະ ທັດສະນະໃນ​ຫົວ​ຂໍ້ຕ່າງໆ​ເຊັ່ນ: ການທຳຄວາມ​ເຂົ້າ​ໃຈ ກ່ຽວກັບ​ຄວາມ​ໝັ້ນຄົງ​ດ້ານ​ສະບຽງ​ອາຫານ ​ແລະ ການສ້າງ​ຄວາມ​ຢືດ​ຢຸ່ນ, ການສ້າງການ​ລິ​ເລີ່​ມຂອງ​ອາ​ຊຽນ - ຍີ່ປຸ່ນ ​ແລະ ​ເສັ້ນທາງ​ການ​ຮ່ວມ​ມື, ແລະ​ແມ່ນແຕ່ແນວທາງການປະຕິບັດ ແລະ ການລິເລີ້ມຂອງອົງການຈັດຕັ້ງທີ່ນຳພາ ໂດຍຊາວໜຸ່ມ. ເວທີສົນທະນານີ້ ຕິດຕາມມາດ້ວຍການຢ້ຽມຢາມສະຖານທີ່ຕ່າງໆຂອງ ຄະນະຜູ້ແທນອາຊຽນ ແລະ ແຂກທີ່ມາເຂົ້າຮ່ວມຂອງ Co-Farm, ເຊິ່ງເປັນໂຄງ ການລິເລີ່ມໃນທ້ອງຖິ່ນ ໂດຍການກໍ່ຕັ້ງຮ່ວມຂອງຊາວໜຸ່ມລາວ, ທ່ານ ກິຣາຕິ ປັນຍາປິຕິໂສພົນ ຫຼື ແມັກສ໌. ໃນລະຫວ່າງ​ການ​ຢ້ຽມ​ຢາມ, ທ່ານ ແມັກ​ສ໌ ໄດ້​ແບ່ງ​ປັນ​ໃຫ້​ຜູ້​ເຂົ້າ​ຮ່ວມ​ທັງ​ຫມົດຮູ້​ກ່ຽວ​ກັບ​ວິ​ທີທີ່ລາວ​ສ້າງໂຄງການລິ​ເລີ່ມ ​ແລະ​ການ​ສະ​ຫນັບ​ສະ​ຫນູນ​ຊາວ​ກະ​ສິ​ກອນ​ໃນທ້ອງ​ຖິ່ນ​ ແລະ​ຊາວ​ຫນຸ່ມ​ໃນໝູ່​ບ້ານ​ຂອງ​ລາວ.

AYEF 2024 ​ເປັນ​ໂອກາດ​ອັນພິເສດ ສຳລັບ​ຊາວ​ໜຸ່ມ ​ແລະ ບັນດາ​ຜູ້​ມີ​ສ່ວນ​ຮ່ວມ ​ໃນ​ການ​ເຕົ້າ​ໂຮມ​ກັນ, ​ແລກປ່ຽນ​ຄວາມ​ຄິດ​ເຫັນ ​ແລະ ພັດທະນາແນວທາງການ​ແກ້​ໄຂ​ບັນຫາທີ່​ມີ​ຫົວຄິດ​ປະດິດ​ສ້າງ ​ເພື່ອ​ຈັດການກັບ​ສິ່ງ​ທ້າ​ທາຍ​ດ້ານ​ຄວາມ​ໝັ້ນຄົງ​ດ້ານ​ສະບຽງ​ອາຫານ​ໃນ​ພາກ​ພື້ນ​ອາ​ຊຽນ ​ແລະ ບ່ອນອື່ນໆ. ​ໂດຍ​ການສົ່ງເສີມ​ການ​ຮ່ວມ​ມື ​ແລະ ​ແບ່ງປັນ​ຄວາມ​ຮູ້, ​ເວທີ​ສົນທະນານີ້ມີຈຸດປະສົງເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການ​ບັນລຸເປົ້າໝາຍການພັດທະນາທີ່ຍືນຍົງ ຫຼື​ SDG ຂອງ​ສະຫະ​ປະຊາ​ຊາດ ​ແລະ ສົ່ງເສີມ​ການ​ພັດທະນາ​ທີ່​ຍືນ​ຍົງ​ໃຫ້​ຄົນ​ລຸ້ນຫຼັງ.

ອ່ານຂ່າວເປັນພາສາອັງກິດຂ້າງລຸ່ມນີ້:

Mr. Bouachanh Sihavong, the Deputy Secretary of the Youth Union of the Ministry of Agriculture and Forestry, emphasizing the Lao PDR’s commitment to policies promoting food security, good nutrition, and sustainable agro-ecosystems, he stressed the imperative of regional and global partnerships to address emerging challenges during the ASEAN Youth Economic Forum 2024 in Vientiane, Laos from 4-5 April 2024.

Co-organized by the ASEAN Youth Organization and Mekong Institute, the AYEF 2024 successfully convened more than 190 onsite participants and more than 150 online participants from ASEAN + Japan countries and conducted an intensive discussion under the theme of “Fostering Food Security and Economic Development through the ASEAN-Japan Collaboration”. With the support of AEM-METI Economic and Industrial Cooperation committee, Ministry of Economics, Trade, and Industry of Japan, ASEAN Secretariat, Ministry of Agriculture, Forestry and Fisheries of Japan, Ministry of Foreign Affairs of Lao PDR, and the Ministry of Agriculture and Forestry of Lao PDR, the AYEF 2024 became one of the largest Youth Economic Forum in Laos led by Youth.

The forum featured representatives from government, private sectors, and international development organizations, highlighting initiatives and viewpoints on the theme such as the Understanding Food Security and Building Resilience, ASEAN-Japan Initiatives and Collaborative Pathways, and even Youth-Led Organizations Practices and Initiates. This forum was followed by a site visit by ASEAN Delegates and guests to Co-Farm, a local initiative co-founded by a Lao Youth, Keerati Panyapitisophon (Max). During the visit, Max shared to all participants on how he built the initiative and supported the local farmers and the youth in his village.

AYEF 2024 represents a unique opportunity for youths and stakeholders to unite, exchange ideas, and develop innovative solutions to address food security challenges in the ASEAN region and beyond. By fostering collaboration and knowledge sharing, the forum aims to contribute to achieving the UN SDGs and promote sustainable development for future generations.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG