ທ່າມກາງການອ້າງກຳມະສິດ ແບບມີຄວາມໝັ້ນໃຈຫລາຍຂຶ້ນ
ຂອງປັກກິ່ງຢູ່ໃນເຂດທະເລຈີນໃຕ້ທີ່ມີການຂັດແຍ້ງກັນນັ້ນປະ
ທານາທິບໍດີສະຫະລັດທ່ານບາຣັກ ໂອບາມາ ມີກຳນົດຈະເປັນ
ເຈົ້າພາບໃນອາທິດໜ້າຕ້ອນຮັບບັນດາຜູ້ນຳຂອງ 10 ປະເທດ
ສະມາຊິກອາຊ່ຽນ ຢູ່ທີ່ຊັນນີແລນ ໃກ້ໆກັບ Palm Spring ໃນ
ລັດຄາລີຟໍເນຍ.
ພວກນັກວິເຄາະໄດ້ເຕືອນໃຫ້ລະມັດລະວັງຕໍ່ຄວາມຄາດໝາຍ
ກ່ຽວກັບຜົນທີ່ຢາກໃຫ້ມີຂຶ້ນ.
ທ່ານ Simon Tay ປະທານສະຖາບັນ ກິດຈະການນາໆຊາດ
ຂອງສິງກະໂປກ່າວວ່າ ນີ້ແມ່ນປີສຸດທ້າຍ ຂອງປະທານາທິບໍດີໂອບາມາ ທີ່ຢູ່ໃນຕຳແໜ່ງ ຂ້າພະເຈົ້າບໍ່ມີຄວາມເຂັ້ມແຂງປານໃດ ກ່ຽວກັບຄວາມຄິດທີ່ວ່າຈະມີຫຼາຍສິ່ງຢ່າງສາມາດກະທຳໄດ້.
ຟີລິບປິນແລະຫວຽດນາມແມ່ນຮວມຢູ່ໃນບັນດາປະເທດທີ່ພົວພັນໃນການອ້າງເອົາກຳມະ
ສິດກ່ຽວກັບການຂັດແຍ້ງເລື້ອງເຂດນ້ຳແດນດິນ ໃນທະເລຈີນໃຕ້ກັບຈີນ ແລະກຳລັງເບິ່ງ
ມາຍັງສະຫະລັດຫຼາຍຂຶ້ນ ເພື່ອໃຫ້ການຄ້ຳປະກັນໃນດ້ານຄວາມປອດໄພ ຊຶ່ງນັ້ນໄດ້ເຮັດ
ໃຫ້ປະເທດທັງສອງ ຕ່າງຈາກບັນດາປະເທດອາຊ່ຽນອື່ນໆ ທີ່ຕ້ານຢັນການຂະຫຍາຍສຳ
ນວນໂວຫານຕໍ່ປັກກິ່ງ. ຊຶ່ງນັ້ນອາດຈະສ້າງຄວາມຫຍຸ້ງຍາກຕື່ມຂຶ້ນ ຕໍ່ການປະກາດກ່ຽວ
ກັບເນື້ອຫາສາລະຫລືການລິເລີ້ມໃໝ່ໃດໆ ທີ່ປາກົດອອກມາໃຫ້ເຫັນ ຈາກກອງປະຊຸມຢູ່
ລັດຄາລີຟໍເນຍ.